ບໍລິສັດ ປຕທ ປະຈຳລາວ ສົ່ງເສີມວຽກງານຄົ້ນຄົ້ວ ວິໄຈ ຢູ່ມະຫາໄລແຫ່ງຊາດລາວ

ບໍລິສັດ ປີໂຕຣລຽມ ນໍ້າມັນ ແລະ ການຄ້າຍ່ອຍ ຈຳກັດ (ປຕທ) ແຫ່ງປະເທດໄທ ປະຈຳລາວ ໄດ້ໃຫ້ທຶນການຄົ້ນຄົ້ວ ວິໄຈ ແກ່ອາຈານ ແລະ ນັກສຶກສາ ຂອງຄະນະເສດຖະສາດ ແລະ ບໍລິຫານທຸລະກິດ (ຄສບ) ມະຫາວິທະຍາໄລ ແຫ່ງຊາດ…

ລາຄາຊີ້ນງົວ-ຄວາຍ-ໝູ  ແລະ ປາ ຢູ່ຕະຫຼາດຂາຍເກີນແຈ້ງການ

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການໃນບໍ່ດົນມານີ້ ເຖິງ ຜູ້ອຳນວຍການສູນການຄ້າ, ຮ້ານສະດວກຊື້, ຫົວໜ່ວຍທຸລະກິດ ຈັດສັນຕະຫຼາດ, ຜູ້ປະກອບການທຸລະກິດ, ຊາວຄ້າ-ຂາຍຢູ່ນະຄອນຫຼວງວຽງຈັນ ວ່າ: ຫ້າມສວຍໂອກາດຂຶ້ນລາຄາສິນຄ້າ ຕາມລຳພັງໃຈ ແລະ ຊື້-ຂາຍ ສິນຄ້າຕ້ອງຫ້າມ ໃນໄລຍະຈັດງານສະເຫຼີມສະຫຼອງສົ່ງທ້າຍປິເກົ່າ 2019…

ຊຽງຂວາງ ກຽມພ້ອມຈັດງານຕ້ອນຮັບ 3 ເຫດການທີ່ສໍາຄັນຂອງຊາດ ໃນ  2020

ແຂວງ ຊຽງຂວາງ ກຽມພ້ອມຈັດງານ ແລະ ສະເຫຼີມສະຫຼອງພ້ອມກັນ 3 ເຫດການທີ່ສໍາຄັນຂອງຊາດໃນເດືອນມີນາ 2020 ທີ່ຈະມາເຖິງນີ້ຄື: ສະເຫຼີມ ສະຫຼອງວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ, ແຂ່ງຂັນກິລາແຫ່ງຊາດ ຄັ້ງທີ 11 ແລະ ສະເຫຼີມສະຫຼອງ ທົ່ງໄຫຫີນເຂົ້າເປັນມໍລະດົກໂລກ. ທ່ານ ບຸນຕົ້ນ…

ການກ່າວຫາວ່າຄູຕີນັກຮຽນ ເພດຍິງຢູ່ເມືອງບາຈຽງແມ່ນບໍ່ມີມູນ ຄວາມຈິງ

ອຳນາດການປົກຄອງ ບ້ານໂພນໄຊ ເມືອງບາຈຽງ ແຂວງຈຳປາສັກ ໄດ້ແຈ້ງໃຫ້ຮູ້ວ່າ: ເລື່ອງສາວຄູໂຮງ ຮຽນປະຖົມໂນນສະອາດໄດ້ຕີນັກ ຮຽນເພດຍິງທີ່ປະກົດໃຫ້ເຫັນຢູ່ໃນສື່ ສັງຄົມອອນລາຍ ໃນວັນທີ 24 ທັນວາ ທີ່ຜ່ານມານັ້ນ ບໍ່ມີມູນຄວາມຈິງ ຊຶ່ງ ມີຮູບນັກຮຽນທີ່ມີເລືອດຍ້ອຍນຳໜ້າ ນັ້ນເປັນພຽງການເກີດອຸປະຕິເຫດ ໃນເວລາທີ່ກໍາລັງອະນາໄມເດີ່ນໂຮງ ຮຽນເທົ່ານັ້ນ. ທ່ານ…

ມ່ວນແນ່ນອນ! ຫຼາຍພາກສ່ວນຄັດເລືອກນັກກິລາໃສ່ຊຽງ ຂວາງເກມ

ປະຈຸບັນຫຼາຍພາກສ່ວນແມ່ນກຳລັງກະກຽມຝຶກຊ້ອມ ແລະ ຄັດເລືອກເອົານັກກິລາແຕ່ ລະປະເພດທີ່ດີທີ່ສຸດເພື່ອເປັນຕົວແທນໃຫ້ ແກ່ແຂວງແລະອົງການຂອງຕົນໄປແຂ່ງຂັນຢູ່ໃນງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI ​ຫຼື ຊຽງ​ຂວາງເກມ ທີ່ຈະຈັດຂຶ້ນຢູ່ແຂວງ ຊຽງຂວາງ ໃນທ້າຍ ເດືອນມີນາ ປີ 2020. ແຕ່ລະແຂວງແລະອົງການເຫຼົ່ານີ້ກໍ່ໄດ້ຕັ້ງເປົ້າສູ້ຊົນເພື່ອຈະຍາດເອົາຫຼຽນຄຳໃຫ້ໄດ້ຫຼາຍທີ່ສຸດເທົ່າທີ່ຈະເອົາໄດ້ຕາມຄວາມສາມາດຂອງນັກກິລາທີ່ໄດ້ຄັດເລືອກໄປ. ເມື່ອຄືແນວນັ້ນຈຶ່ງຄາດຫວັງວ່າຊຽງຂວາງ ເກມຈະມີຄວາມສະໜຸກສະໜານທີ່ສຸດໃນ ການ ແຂ່ງຂັນຊິງໄຊເອົາຫຼຽນຄຳ…

ສໍາເລັດເຈາະອຸມົງລົດໄຟຟ້າລາວ-ຈີນ ທີ່ຍາວທີ່ສຸດຢູ່ຫຼວງພະບາງ

ອຸມົງພູຜາງ່າມ ເຊິ່ງເປັນອຸມົງທີ່ຍາວທີ່ສຸດ ໃນໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ທີ່ແຂວງຫຼວງພະບາງໄດ້ສຳເລັດໃນການ ເຈາະຊອດໃນວັນສຸກທີ 27 ຜ່ານມາເຊິ່ງ ໄວກວ່າກຳນົດໄວ້ 7 ເດືອນ. ການເຈາະຊອດອຸມົງດັ່ງກ່າວນັບວ່າເປັນ ບາດກ້າວອັນສໍາຄັນໃຫ້ແກ່ການດຳເນີນ ໂຄງການເພື່ອໃຫ້ສໍາເລັດຕາມແຜນການທີ່ ວາງ ໄວ້ໃນທ້າຍປີ 2021. ອຸມົງດັ່ງກ່າວມີຄວາມຍາວທັງໝົດ 9,384 ແມັດ ຕັ້ງຢູ່ໃນເຂດທີ່ບໍ່ມີປະຊາຊົນອາໄສຢູ່…

ທະນາຄານ ແຫ່ງ ສປປ ລາວ ເຂົ້າຄຸ້ມຄອງທະນາຄານກໍ່ສ້າງລາວຫລັງຈາກຂາດສະພາບຄ່ອງ

ທະນາຄານ ແຫ່ງ ສປປ ລາວ ໄດ້ແຈ້ງໃຫ້ ຮູ້ວ່າ:  ທະນາຄານແຫ່ງ ສປປ ລາວ ໄດ້ເຂົ້າຄຸ້ມຄອງທະນາຄານລາວກໍ່ສ້າງ ຈຳກັດແລ້ວ ຫຼັງຈາກທີ່ທາງທະນາຄານດັ່ງກ່າວ ໄດ້ມີການຂາດສະພາບຄ່ອງຕົວ ເລື່ອງການເງິນ ແລະ ຄວາມໝັ້ນຄົງ ຊຶ່ງໄດ້ມີ ການອອກແຈ້ງການໃນວັນທີ 24 ທັນວາ…

ຍີ່ປຸ່ນສືບຕໍ່ຊ່ວຍຄົນພິການລາວໃນການສ້າງລາຍຮັບ

ຫວ່າງບໍ່ດົນມານີ້ ລັດຖະບານຍີ່ປຸ່ນກໍ່ຄືສະຖານທູດຍີ່ປຸ່ນປະຈຳ ສປປ ລາວໄດ້ມີການເຊັນສັນຍາມູນຄ່າຫຼາຍກວ່າ 375,000 ໂດລາສະຫະລັດ ເພື່ອສືບຕໍ່ໂຄງການສົ່ງເສີມການມີສ່ວນຮ່ວມຂອງສັງຄົມ ແລະ ກິດຈະກໍາການສ້າງລາຍຮັບສໍາລັບຄົນພິການໂດຍສະເພາະແມ່ນແມ່ຍິງພິການຢູ່ ສປປ ລາວ. ໂຄງການດັ່ງກ່າວມີເປົ້າໝາຍທີ່ຈະຊ່ວຍເຫຼືອຜູ້ພິການດັ່ງກ່າວ, ໂດຍສະເພາະແມ່ຍິງທີ່ມີໂອກາດໃນການເຮັດວຽກທີ່ຈຳກັດ ເພື່ອໃຫ້ພວກເຂົາໄດ້ສ້າງລາຍຮັບຂະໜາດນ້ອຍ ໂດຍສະມາຄົມເພື່ອຊ່ວຍເຫຼືອ ແລະ ບັນເທົາທຸກ ແຫ່ງປະເທດຍີ່ປຸ່ນ ຫຼື AAR…

ຂໍ້ຂັດແຍ້ງເລື່ອງທີ່ດິນລະຫວ່າງປະຊາຊົນ ແລະ ລັດຍັງແກ້ໄຂບໍ່ຕົກ

ພະແນກຊັບພະຍາກອນ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນໄດ້ແຈ້ງໃຫ້ຮູ້ວ່າ : ບັນຫາຂໍ້ຂັດແຍ້ງເລື່ອງທີ່ດິນລະຫວ່າງປະຊາຊົນ ແລະ ລັດຍັງແກ້ໄຂບໍ່ຕົກ ໂດຍສະເພາະຢູ່ໃນຂົງເຂດກໍ່ສ້າງທີ່ເປັນໂຄງການໃຫຍ່ໆ ທີ່ລັດຖະບານມີສ່ວນກ່ຽວຂ້ອງນຳ, ເກີດຂຶ້ນຍ້ອນປະຊາຊົນບໍ່ໄດ້ຮັບການຊົດເຊີຍທີ່ເໜາະສົມ ແລະ ບວກເກັບການໃຫ້ຂໍ້ມູນຂອງພະນັກງານຈຳນວນໜຶ່ງທີ່ລົງໄປໄກ່ເກ່ຍບໍ່ຊີ້ແຈງໃຫ້ປະຊາຊົນເຂົ້າໃຈລະອຽດ ແລະ ໃຊ້ຄຳເວົ້າທີ່ບໍ່ເໝາະສົມກັບປະຊາຊົນ. ທ່ານ ບຸນຄາມ ພຸດທະວົງສາ ຫົວໜ້າພະແນກຊັບພະຍາກອນ ແລະ…

ນັກທຸລະກິດຈີນແນະນຳລາວໃຫ້ຫາເຄື່ອງ ຝາກໃຫ້ນັກທ່ອງທ່ຽວຈີນຖືກັບເມືອບ້ານ

ນັກທຸລະກິດທ່ອງທ່ຽວຈີນແນະນຳໃຫ້ຜູ້ປະກອບການ ແລະ ນັກທຸລະກິດທ່ອງທ່ຽວຢູ່ລາວ ໃຫ້ສົ່ງເສີ່ມຜະລິດຕະພັນພາຍໃນຕື່ມເພື່ອສ້າງ ລາຍຮັບຈາກນັກທ່ອງທ່ຽວຈີນທີ່ຍັງສືບຕໍ່ລັ່ງໄຫຼ ເຂົ້າມາທ່ຽວປະເທດລາວ. ບໍລິສັດຈຳໜ່າຍປີ້ຍົນ, ລົດໄຟ ແລະ ບໍລິການໂຮງແຮມ ແລະ ທ່ອງທ່ຽວ ລາຍໃຫຍ່ຂອງຈີນໄດ້ກ່າວ ໃນໄລຍະພົບປະການນຳກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມື່ອບໍ່ດົນມານີ້ວ່າ  ນັກທ່ອງທ່ຽວຈີນກຳລັງລັ່ງໄຫຼກັນມາທ່ຽວລາວ ຢ່າງເນື່ອງນິດລຽນຕິດ ເຖິງແມ່ນວ່າປີທ່ອງທ່ຽວ…