ປັບລາຄານໍ້າມັນເຊື້ອໄຟທຸກປະເພດຂຶ້ນເລີ່ມມື້ອື່ນ

ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການວັນທີ 4 ສິງຫາ 2020 ເຖີງສະມາຄົມເຊື້ອໄຟ ແລະ ອາຍແກ໊ດ, ບັນດາບໍລິສັດເຊື້ອໄຟ ແລະ ປໍ້ານໍ້າມັນຂາຍຍ່ອຍໃນຂອບເຂດທົ່ວປະເທດໃຫ້ປັບລາຄາ ນໍ້າມັນເຊື້ອໄຟ ທຸກປະເພດຂຶ້ນເລີ່ມມື້ວັນທີ 5 ສິງຫາ ນັບແຕ່ເວລາ 6 ໂມງ…

ລາວສະຫຼອງວັນສ້າງຕັ້ງອາຊຽນຄົບຮອບ 53 ປີ ແລະ ຄົບຮອບ 23 ປີ ທີ່ ລາວ ເຂົ້າເປັນສະມາຊິກອາຊຽນ

ກະຊວງການຕ່າງປະເທດໄດ້ເອົາທຸງຊາດລາວ ແລະ ທຸງອາຊຽນຂຶ້ນສູ່ຍອດເສົາ ມື້ເຊົ້ານີ້ ວັນທີ 4 ສິງຫາ 2020 ເພື່ອເປັນການສະເຫຼີມສະຫຼອງຄົບຮອບ 53 ປີ ຂອງການສ້າງຕັ້ງອາຊຽນ ໃນວັນທີ 8 ສິງຫາ 1967 – 8 ສິງຫາ 2020…

ສື່ມວນຊົນລາວ ມີບົດບາດສໍາຄັນໃນການເຜີຍແຜ່ຂໍ້ມູນຂ່າວສານສູ່ມວນຊົນ ໃຫ້ຖຶກຕ້ອງ

ວຽກງານສື່ມວນຊົນລາວ ແມ່ນມີຄວາມ ສຳຄັນຫຼາຍໃນການການເຜີຍແຜ່ຂໍ້ມູນຂ່າວສານ ແລະ ນຳສະເໜີ ບັນຫາ ອື່ນໆ ໃນສັງຄົມ ໃຫ້ຖຶກຕ້ອງ ແລະ ຊັດເຈນ, ຕະຫຼອດໄລຍະ 70 ປິ ແຫ່ງ​ການ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ຂອງ​ສື່ມວນ​ຊົນ ແລະ ​ການ​ພິມ​ຈຳ​ໜ່າຍ​ລາວ ນັບແຕ່ 13 ສິງ​ຫາ…

ພະຍາດຖອກທ້ອງຊໍາເຮື້ອເປັນສາເຫດໜຶ່ງທີ່ເຮັດໃຫ້ເດັກນ້ອຍລາວເຕ້ຍ

ອົງການອຸຍນີເຊັບ ມີຄວາມກັງວົນ ກ່ຽວກັບເຂດຊົນນະບົດ ແລະ ຫ່າງໄກສອກຫຼີກ ທີ່ມີເດັກນ້ອຍຫຼາຍຄົນເປັນພະຍາດຖອກທ້ອງຊຳເຮື້ອ, ເຊິ່ງເປັນສາເຫດທີ່ພາໃຫ້ເດັກເຕ້ຍ. ທ່ານ ນາງ ບີອາເຕ ດັດສະເຕລ ຮັກສາການຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ສປປ ລາວໄດ້ກ່າວໃນພິທີປະກາດແຂວງບໍລິຄໍາໄຊເປັນແຂວງຢຸດຕິການຖ່າຍຊະຊາຍທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ທີ່ແຂວງບໍລິຄໍາໄຊວ່າ: ການສິ້ນສຸດການຖ່າຍຊະຊາຍ ແມ່ນບາດກ້າວທຳອິດ ຂອງການກ້າວໄປສູ່ການມີສຸຂະອະນາໄມຮອບດ້ານ ແລະ ອົງການອຸຍນີເຊັບ…

ຫຼາຍແຂວງນ້ຳຖ້ວມຊູ, ຖ້ວມອັ່ງ ແລະ ດິນເຈື່ອນ ຍ້ອນພະຍຸດີເປຣຊັ້ນ

ນັບແຕ່ວັນທີ 2 ຫາວັນທີ 3 ສິງຫາ 2020, ຫຼາຍແຂວງໃນຂອບເຂດທົ່ວປະເທດເກີດ ນ້ຳຖ້ວມຊູ,  ຖ້ວມອັ່ງ ແລະ ດິນເຈື່ອນຍ້ອນພະຍຸ ດີເປຣຊັ້ນ ທີ່ເລີ່ມກໍ່ໂຕເຂົ້າມາປະເທດລາວນັບແຕ່ວັນທີ 31 ກໍລະກົດ ໂດຍມີຝົນຕົກລະດັບຄ່ອຍຫາປານກາງນັບແຕ່ວັນທີ 31 ກໍລະກົດ ຫາ ວັນທີ 1 ສິງຫາ…

ເສັ້ນທາງປູຢາງ 2 ຊັ້ນ ແຕ່ບ້ານທົ່ງຄູນ ຫາ ບ້ານທົ່ງຮັກ ຈະໃຊ້ເວລາກໍ່ສ້າງ 2 ປີ

ໂຄງການກໍ່ສ້າງເສັ້ນທາງປູຢາງ 2 ຊັ້ນ ແຕ່ບ້ານທົ່ງຄູນ ຫາ ບ້ານທົ່ງຮັກ ຫາ 3 ແຍກພູຄຳ, ເມືອງອະນຸວົງ ແຂວງ ໄຊສົມບູນ ໄດ້ເລີ່ມລົງມືກໍ່ສ້າງ ນັບແຕ່ເດືອນ ມິຖຸນາ 2020 ແລະ ຈະໃຊ້ໄລຍະເວລາກໍ່ສ້າງ 24 ເດືອນ…

ບໍ່ແກ້ວ ລົບລ້າງ 7 ໂຄງການທີ່ບໍ່ຖືກຕ້ອງ

ອໍານາດການປົກຄອງແຂວງບໍ່ແກ້ວ ລົບລ້າງ 7 ໂຄງການ ທີ່ເປັນໂຄງການລົງທຶນຂອງນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ຍ້ອນໄດ້ຮັບການອະນຸມັດລົງທຶນໄປແລ້ວ ແຕ່ບໍ່ຈັດຕັ້ງປະຕິບັດເຮັດໃຫ້ແກ່ຍາວເວລາ ແລະ ບໍ່ຖືກຕ້ອງ. ທ່ານ ບົວຄົງ ນາມມະວົງ, ເຈົ້າແຂວງບໍ່ແກ້ວ ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ບັນດາໂຄງ ການລົງທຶນພາຍໃນແຂວງທີ່ໄດ້ຮັບອະນຸຍາດລົງທຶນໄປແລ້ວແຕ່ບໍ່ຈັດຕັ້ງປະຕິບັດ ເຊີ່ງຖືເປັນການຈັບຈອງທີ່ແກ່ຍາວເວລາ, ກົດໜ່ວງທ່ວງດຶງການພັດທະນາ…

ບໍລິສັດ ພີເອັດ ກຽມລົງທຶນ ໃນການຊອກຄົ້ນ ສຳຫລວດ ແລະ ສຶກສາຄວາມປັນໄປໄດ້ ທາງດ້ານເສດຖະກິດກ-ເຕັກນິກແຮ່ຄຳ, ແຮ່ທອງ ແລະ ແຮ່ຕິດພັນ

ບໍລິສັດ ພີເອັດ ກໍ່ສ້າງ ແລະ ທ່ອງທ່ຽວ ຈຳກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ MOU ໃນການຊອກຄົ້ນ ສຳຫລວດ ແລະ ສຶກສາຄວາມເປັນໄປໄດ້ ທາງດ້ານເສດຖະກິດ-ເຕັກນິກແຮ່ຄຳ, ແຮ່ທອງ ແລະ ແຮ່ຕິດພັນ ຢູ່ເຂດບ້ານທົ່ງຄູນ ຫາ ຫ້ວຍນ້ຳເຢັນ ,…

ບໍລິສັດເຊິນຈືເຕີພັດທະນາ ແລະ ບໍລິການຍັງຈ່າຍເງິນເດືອນໃຫ້ ພະນັກງານເຖີງແມ່ນ ວ່າຈະໄດ້ຮັບຜົນກະທົບຈາກພະຍາດ-ໂຄວິດ-19

ບໍລິສັດເຊິນຈືເຕີພັດທະນາ ແລະ ບໍລິການຈຳກັດຢູ່ແຂວງຫຼວງນໍ້າທາໄດ້ໃຫ້ເງິນເດືອນພະນັກງານ 50% ເຖີງແມ່ນວ່າຈະມີການ ຢຸດເຮັດວຽກໃນໄລຍະທີ່ທາງ ລັດຖະບານລາວໄດ້ມີມາດຕະ ການປ້ອງກັນການລະບາດຂອງ ໂຄວິດ-19, ນອກນັ້ນຍັງຫຼຸດຄ່າຫ້ອງເຊົ່າຂາຍເຄື່ອງໃນ ຕະຫຼາດຂອງຕົນໃຫ້ແມ່ຄ້າພໍ່ຄ້າອີກ 50%. ທ່ານ ຄໍາເຫລັກ ເຊິນຈືເຕີ ປະທານບໍລິສັດເຊິນຈືເຕີພັດທະນາ ແລະ ບໍລິການຈຳກັດ ແຂວງຫຼວງນໍ້າທາໃຫ້ສຳພາດຕໍ່ສື່ມວນຊົນເມຶ່ອບໍ່ດົນມານີ້ວ່າ: ນັບແຕ່ເກີດການລະບາດຂອງພະຍາດໂຄວິດ-19…

ພຣະສົງຮຽນຮູ້ການຕ້ານພະຍາດໂຄວິດ-19

ການນໍາກະຊວງສາທາລະນະສຸກ ນໍາໂດຍ ທ່ານ ຮສ. ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຜູ້ປະຈຳການຄະນະສະເພາະກິດປ້ອງກັນ ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ລົງເຄື່ອນໄຫວເຜີຍແຜ່ຂໍ້ມູນຂ່າວສານຕ້ານພະຍາດໂຄວິດ-19 ເມື່ອວັນທີ 2 ສິງຫາທີ່ຜ່ານມາ ໃຫ້ແກ່ພຣະສົງ ທີ່ວັດອົງຕື້ ເມືອງຈັນທະບູລີ​…