ເມືອງສອງຄອນ ເປັນເມືອງສ່ຽງສູງທີ່ຈະມີການລັກລອບກັບຄືນປະເທດຂອງຄົນລາວຈາກໄທ
ອໍານາດການປົກຄອງແຂວງສະຫວັນນະເຂດແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ເມືອງສອງຄອນ ແຂວງສະຫວັນນະເຂດ ແມ່ນ ເມືອງທີ່ມີຄວາມສ່ຽງທີ່ຈະມີການລັກລອບກັບຄືນມາ ປະເທດຂອງຄົນລາວທີ່ໄປເຮັດວຽກຢູ່ໄທ ເພື່ອໜີການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ ຢູ່ໄທ. ທ່ານ ລຳຄູນ ວໍລະວົງ ເຈົ້າເມືອງ ສອງຄອນ ໄດ້ລາຍງານສະພາບການລັກລອບກັບຄືນມາປະເທດຂອງຄົນລາວທີ່ໄປເຮັດວຽກຢູ່ໄທຕໍ່ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ແລະ ຄະນະທີ່ລົງຕິດຕາມສະພາບການສະກັດກັ້ນ…

