ສະມາຄົມອຸດສາຫະກໍາຕັດຫຍິບລາວເຜີຍແຜ່ວິທີປ້ອງກັນເຊື້ອພະຍາດໂຄວິດ-19 ໃຫ້ບັນດາໂຮງງານຕັດຫຍິບລາວ
ສະມາຄົມອຸດສາຫະກໍາຕັດຫຍິບລາວ ໄດ້ຈັດຝຶກອົບຮົມ ຫົວຂໍ້ “ການຄວບຄຸມ, ການປ້ອງກັນສະກັດກັ້ນ ແລະ ວິທີການຂັ້ນຕອນຂ້າເຊື້ອພະຍາດໂຄວິດ-19” ໃຫ້ຫົວໜ້າຫໍພັກແຮງງານ ໃນໂຮງງານຕັດຫຍິບລາວ ໃນຕອນເຊົ້າມື້ນີ້ວັນທີ 24 ມີນາ 2021 ທີ່ນະຄອນຫຼວງວຽງຈັນ. ຈຸດປະສົງການຝຶກອົບຮົມຄັ້ງນີ້ ແມ່ນເພື່ອເປັນການກະກຽມຄວາມພ້ອມໃຫ້ ສາມາດຮັບມືກັບສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂອງບັນດາໂຮງງານອຸດສາຫະກໍາຕັດຫຍິບລາວ ແລະ ຮູ້ຈັກກັບວິທີຄວບຄຸມ,…

