ເຊີນຊວນຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມບໍລິຈາກເລືອດ ຕົ້ນເດືອນສິງຫານີ້ ທີ່ສູນການຄ້າລາວ-ໄອເຕັກ
ສູນກາງແນວລາວສ້າງຊາດ ຮ່ວມມືກັບ ກະຊວງສາທາລະນະສຸກ ແລະ ອົງການກາແດງລາວ ຈະຈັດກິດຈະກໍາ ບໍລິຈາກເລືອດ ພາຍໃຕ້ຄໍາຂວັນ: “ໃຫ້ເລືອດ ໃຫ້ຄວາມຫວັງ ສາມັກຄີຮ່ວມພະລັງຊ່ວຍຊີວິດ”, ຂຶ້ນໃນວັນທີ 7 ສິງຫາ 2025 ທີ່ສູນການຄ້າລາວ-ໄອເຕັກ ຕຶກໃໝ່ ຊັ້ນ 5, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ…


