ເຈົ້າໜ້າທີ່ເຕືອນປະຊາຊົນ ໃຫ້ປ້ອງກັນອັກຄີໄພໃນລະດູແລ້ງ
ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ນະຄອນຫຼວງວຽງຈັນ ໄດ້ອອກມາເຕືອນປະຊາຊົນຫວ່າງບໍ່ດົນມານີ້ວ່າ ໃຫ້ເອົາໃຈໃສ່ໃນການປ້ອງກັນອັກຄີໄພທີ່ມີໂອ ກາດເກີດໄດ້ງ່າຍໃນໄລຍະລະດູແລ້ງທີ່ຈະມາເຖິງນີ້. ທ່ານ ພັນໂທ ຈັນທະບຸນ ມະນີວົງ ຮອງຫົວໜ້າຫ້ອງຕຳຫຼວດ ນະຄອນຫຼວງວຽງຈັນ ໄດ້ກ່າວຕໍ່ສື່ມວນຊົນວ່າ: ເຈົ້າໜ້າທີ່ຈະເຮັດ ວຽກຢ່າງໃກ້ຊິດກັບບັນດາອົງການປົກຄອງທ້ອງຖິ່ນໃນ 9 ຕົວເມືອງຢູ່ພາຍໃນນະຄອນຫຼວງ ວຽງຈັນນີ້ ເພື່ອໂຄສະນາອະທິບາຍໃຫ້ປະຊາຊົນ…

