Vientiane Times Lao

ລາວ​ຈະ​ມີຫ້ອງທົດລອງຄົບຊຸດທີ່ຢັ້ງຢືນຄຸນນະພາບພືດທີ່ເປັນຢາຂອງລາວທຽບ​ເທົ່າ​ສາ​ກົນ

ສະຖາບັນການແພດ ແລະ ການຢາພື້ນເມືອງ ກະຊວງສາທາລະນະສຸກ ໄດ້​ຮ່ວມ​ມື​ກັບບໍລິສັດ ກູນຕີວາ ຈໍາກັດ ໃນ​ການ​ກໍ່ສ້າງອາຄານຫ້ອງທົດລອງຄົ້ນ​ຄວ້າ ວິ​ໄຈ​ຄົບຊຸດທີ່ຢັ້ງຢືນຄຸນນະພາບພືດທີ່ເປັນຢາ ແລະ ພືດ​ເສດ​ຖະ​ກິດຂອງລາວທີ່​ມີ​ຄຸນ​ນະ​ພາບທຽບເທົ່າກັບຫ້ອງວິໄຈຂອງບັນດາປະເທດເພື່ອນບ້ານ ແລະ ສາກົນ. ຫ້ອງທົດລອງດັ່ງ​ກ່າວ​ນີ້ຈະຢັ້ງຢືນຄຸນນະພາບ ແລະ ຄວາມປອດໄພດ້ານພືດເປັນຢາ ແລະ ພືດເສດຖະກິດ ຕາມມາດຕະຖານຂອງພາກພື້ນ ແລະ…

ອົງ​ການ​ພັດ​ທະ​ນາລຸກ​ຊຳ​ບວກ ມອບ​ອຸ​ປະ​ກອນ​ການ​ແພດ​ໃຫ້ໂຮງໝໍແຂວງບໍ່ແກ້ວ

ອົງການພັດທະນາປະເທດລຸກຊຳບວກ ປະຈຳລາວໄດ້ມອບເຄື່ອງອຸປະກອນການແພດ ຈຳນວນ 23 ລາຍການໃຫ້​ໂຮງ​ໝໍ​ແຂວງ​ບໍ່​ແກ້ວ ຊຶ່ງ​ປະ​ກອບ​ມີອົກຊີ 20 ເຄື່ອງ, ລໍ້ຍູ້ຊະນິດນັ່ງ 2 ອັນ, ລໍ້ຍູ້ຊະນິດນ້ອຍ 2 ອັນ, ຕຽງນອນຄົນເຈັບ 5 ໜ່ວຍ, ຖົງມືປ້ອງ​ກັນ​ເຊື້ອ 500 ອັນ,…

ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຂະຫຍາຍເວລາຂຶ້ນທະບຽນເລກໝາຍໂທລະສັບ ແລະ ຊິມເນັດຕື່ມອີກ

ເພື່ອເປັນການອໍານວຍຄວາມສະດວກໃຫ້ແກ່ເຂດຫ່າງໄກສອນຫຼິກ ແລະ ຜູ້ທີ່ກະກຽມເອກະສານທີ່ໃຊ້ປະກອບການຂຶ້ນທະບຽນບໍ່ທ່ວງທັນ, ເນື່ອງຈາກສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19. ດັ່ງນັ້ນ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ ເຖິງບັນດາທ່ານຊາບວ່າ: ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຈະໄດ້ຂະຫຍາຍເວລາການຂຶ້ນທະບຽນເລກໝາຍໂທລະສັບລະບົບ ( 020, 030)…

ເດັກໃນມື້ນີ້ ແມ່ນຜູ້ໃຫຍ່ໃນມື້ໜ້າ ແລະ ເປັນອະນາຄົດອັນສົດໃສຂອງຊາດ

ເນື່ອງໃນໂອກາດວັນຕ້ານການນໍາໃຊ້ແຮງງານເດັກສາກົນ ວັນທີ 12 ມິຖຸນາ 2021, ທ່ານ ພັນ​ຄໍາ ວິ​ພາ​ວັນ ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສ​ປ​ປ ລາວ ໄດ້​ກ່າວສານກ່ຽວ​ກັບ​ວັນ​ດັ່ງ​ກ່າວ​ໂດຍມີ​ເນື້ອ​ໃນ​ບາງ​ຕອນ​ທີ່​ສຳ​ຄັນ​ວ່າ: ພີ່ນ້ອງຮ່ວມຊາດ ທີ່ຮັກແພງ ແລະ ລູກຫຼານລາວບັນດາເຜົ່າ ທີ່ຮັກແພງທັງຫຼາຍ ເນື່ອງໃນໂອກາດວັນ ຕ້ານການນໍາໃຊ້ແຮງງານເດັກສາກົນ…

3 ວັນຕໍ່ໄປນີ້ຝົນຍັງຈະຕົກໜັກ

ກົມ​ອຸ​ຕຸ​ນິ​ຍົມ ແລະ ອຸ​ທົກ​ກະ​ສາດ​ໄດ້​ພະ​ຍາ​ກອນ ​ຄາດ​ຄະ​ເນ​ສະ​ພາບ​ອາ​ກາດລ່ວງ​ໜ້າ​ໃຫ້​ຮູ້​ວ່າ: ​ໃນ​ໄລ​ຍະ 3 ວັນ​ຕໍ່​ໄປ​ນີ້ ນັບ​ແຕ່​ວັນ​ທີ 12 ຫາ 14 ມິ​ຖຸ​ນາ 2021 ນີ້ ເຂດ​ພາກ​ເໜືອ​ດ້ານ​ຕາ​ເວັນ​ອອກ ​ລົງ​ຫາ​ພາກ​ກາງ ແລະ ພາກ​ໃຕ້ ຍັງ​ຈະ​ມີ​ຝົນ​ຕົກ​ໜັກ​ ພ້ອມ​ມີ​ລົມ​ພັດ​ແຮງ​ຢູ່​ບາງ​ທ້ອງ​ຖິ່ນຍ້ອນຍ່ອມຄວາມ…

ແຂວງຫຼວງນໍ້າທາໄດ້ຮັບທຶນຊ່ວຍເຫຼືອຈາກທະນາຄານພັດທະນາອາຊີ 33,54 ຕື້ກີບ ສ້າງຊົນລະປະທານ

 ທ່ານ ສອນໄຊ ອຸດົມ ຫົວໜ້າຂະແໜງຊົນລະປະທານ ພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງນໍ້າທາ ໄດ້ໃຫ້ສໍາພາດຕໍ່ນັກຂ່າວແຂວງ ກ່ຽວ ກັບສະພາບການພັດທະນາຊົນລະປະທານ ໃນປີ 2021 ວ່າ:  ແຂວງຫຼວງນໍ້າທາໄດ້ຮັບທຶນຊ່ວຍເຫຼືອຈາກທະນາຄານພັດທະນາອາຊີ (ADB) ມຸນຄ່າ 33, 54 ຕື້ກີບ ເພຶ່ອກໍ່ສ້າງ…

ສະຖານີໂດຍສານລົດໄຟລາວ-ຈີນຈຸດບ້ານໂຄກສະ ອາດຈະສ້າງສຳເລັດໃນເດືອນກັນຍາ 2021 ນີ້

ບໍລິສັດທາງລົດໄຟລາວ-ຈີນໃຫ້​ຮູ້​ວ່າ: ໂຄງການກໍ່ສ້າງຈຸດສະຖານີໂດຍສານລົດໄຟລາວ-ຈີນ ນະຄອນ ຫຼວງວຽງຈັນ ບ້ານໂຄກສະອາດ ເມືອງ​ໄຊ​ທາ​ນີ ນະ​ຄອນ​ຫຼວງວຽງ​ຈັນ ຮອດປັດຈຸບັນ ສໍາເລັດແລ້ວ 70% ຊຶ່ງໜ້າ​ວຽກກໍາລັງ​ເລັ່ງຕົບແຕ່ງພາຍໃນ ແລະ ຄາດວ່າຈະໃຫ້ສໍາເລັດ 100% ໃນເດືອນກັນຍາ 2021 ນີ້ກ່ອນ​ທີ່​ຈະ​ມີ​ການ​ເປີດ​ນຳ​ໃຊ້​ຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ປີ 2021 ນີ້ ຖື​ວ່າ​ໜ້າ​ວຽກ​ມີ​ຄວາມ​ຊັກ​ຊ້າກວ່າ​ແຜນ​ການ​ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19…