ສະພາບຝຸ່ນ PM 2.5 ສູງເກີນມາດຕະຖານໃນຫຼາຍທ້ອງຖິ່ນ

ທ່ານນາງ ພັກກາວັນ ພິດສະໄໝ ຫົວໜ້າກົມສິ່ງແວດລ້ອມ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ເມື່ອມໍ່ໆມານີ້ ກ່ຽວກັບວິກິດການມົນລະພິດທາງອາກາດ(PM2.5) ທີ່ກຳລັງສົ່ງຜົນກະທົບຕໍ່ສຸຂະພາບຂອງປະຊາຊົນໃນທົ່ວປະເທດ ຄ່າ PM2.5 ສະເລ່ຍຢູ່ລະຫວ່າງ 93-159 µg/m³ ຊຶ່ງສູງກວ່າຄ່າມາດຕະຖານແຫ່ງຊາດ ແລະ ຢູ່ໃນລະດັບທີ່ເປັນອັນຕະລາຍຕໍ່ສຸຂະພາບ. ອີງຕາມການຕິດຕາມດ້ວຍດາວທຽມ…

10 ຂໍ້ຫ້າມໃນໄລຍະ ສະຫຼອງບຸນປີໃໝ່ລາວ ພສ 2569

ກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ໄດ້ວາງກຳລັງເຈົ້າໜ້າທີ່ຫຼາຍກວ່າ 90 ຄົນ ປະຈຳການຕາມຈຸດຕ່າງໆ ເພື່ອອຳນວຍຄວາມສະດວກ ແລະ ສະກັດກັ້ນອຸບັດເຫດຕາມທ້ອງຖະໜົນຢ່າງເຂັ້ມງວດ ແລະ ວາງ 10 ຂໍ້ຫ້າມໃນໄລຍະ ສະຫຼອງບຸນປີໃໝ່ລາວ ພສ 2569 ເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມປອດໄພ ໃຫ້ແກ່ພໍ່ແມ່ປະຊາຊົນ.…

ກຕສ ເປີດການນຳໃຊ້ລະບົບ G-Chatv2 + LaoAI

ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີເປີດນຳໃຊ້ “ລະບົບການສື່ສານຂອງພາກລັດເວີຊັນໃໝ່ ຫຼື G-Chat v2 + LaoAI” ເພື່ອຍົກລະດັບການສື່ສານພາກລັດແບບດີຈີຕອນ ໃຫ້ມີຄວາມປອດໄພ ແລະ ທັນສະໄໝ,ໃນວັນທີ 6 ເມສາ 2026 ຜ່ານມານີ້ ໂດຍໃຫ້ກຽດເຂົ້າຮ່ວມຂອງ…

ໂຈນປຸ້ນຊີງຊັບປະຊາຊົນຢູ່ຕະຫຼາດຫົວຂົວເສຍຊີວິດຍ້ອນພະຍາດປະຈຳໂຕ

ເຈົ້າໜ້າທີ່ກອງບັນຊາການ ປກສ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນໄດ້ອອກມາຊີ້ແຈງເມື່ອມໍ່ໆມານີ້ກ່ຽວກັບໂຈນປຸ້ນຊິງຊັບປະປາຊົນ ຢູ່ຕະຫຼາດຫົວຂົວ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໃນຕອນຄໍ່າເວລາປະມານ 20 ໂມງ ຂອງວັນທີ 02 ເມສາ 2026 ທີ່ຜ່ານມາ ແລະ ເວລາຕໍ່ມາຜູ້ກໍເຫດໄດ້ເສຍຊີວິດວ່າ: ຜູ້ເສຍຫາຍກັບຜູ້ກໍ່ເຫດ (ຜູ້ຕາຍ) ຮູ້ຈັກກັນ…

ບຸນປີໃໝ່ລາວແມ່ນເກີດຈາກລູກສາວ 7 ຄົນຂອງພະອິນພະພົມໄດ້ເອົານໍ້າຫົດຫົວພໍ່ຂອງພວກເຂົາ

ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2569 ທີ່ຈະມາເຖິງນີ້, ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ (ອພສ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 5 ເມສາຜ່ານມາ ທີ່ວັດສີສະເກດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ກ່ຽວກັບປະຫວັດຄວາມເປັນມາຂອງບຸນປີໃໝ່ລາວໂດຍສັງເຂບ. ພະອາຈານໃຫຍ່ ມະຫາເວດ…

ນໍ້າຕົກຕາດຫ້ວຍກາງ ເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ຢູ່ ເມືອງເມິງ

ນໍ້າຕົກຕາດຫ້ວຍກາງ ຢູ່ບ້ານຜາດໍາ ເມືອງເມິງ ແຂວງບໍ່ ເປັນເປັນແຫຼ່ງທ່ອງທ່ຽວແຫ່ງໃໝ່ໂດຍມີພິທີເປີດເມື່ອມໍ່ໆມານີ້ ຊຶ່ງແຫຼ່ງທ່ອງທ່ຽວດັ່ງກ່າວເປັນແຫຼ່ງທ່ອງທ່ຽວທາງທໍາມະຊາດ. ທ່ານ ໄມ່ແອ ກັນທະພອນ ນາຍບ້ານ ບ້ານຜາດໍາ ໄດ້ລາຍງານ ກ່ຽວກັບປະຫວັດ ຂອງແຫຼ່ງທ່ອງທ່ຽວດັ່ງກ່າວວ່າ: ຕາມການບອກເລົ່າຂອງຜູ້ເຖົ້າຜູ້ແກ່ ໃນເມື່ອກ່ອນໄດ້ມີນາຍພານລ່າເນື້ອເຂົ້າມາລ່າເນື້ອຢູ່ຂອບເຂດບໍລິເວນດັ່ງກ່າວ ແລະ ໄດ້ພົບເຫັນນໍ້າຕົກຕາດແຫ່ງນີ້ທີ່ມີຄວາມງົດງາມ, ອຸດົມສົມບູນໄປດ້ວຍສັດປ່ານາໆຊະນິດ ປົກຫຸ້ມດ້ວຍປ່າໄມ້ໃຫຍ່ທີ່ຂຽວສົດງົດງາມ…

ເປີດສັບປະດາແຫ່ງຊາດ ດ້ານຄວາມປອດໄພທາງຫຼວງປະຈຳປີ 2026

ພິທີເປີດງານສັບປະດາແຫ່ງຊາດດ້ານຄວາມປອດໄພທາງຫຼວງປະຈຳປີ 2026 ພາຍໃຕ້ ຄໍາຂວັນ ດື່ມຢ່າງມີສະຕິ ເມົາບໍ່ຂັບລົດ ເມື່ຶອມໍ່ໆມານີ້ ທີ່ສວນປະຕູໄຊ ໂດຍການເຂົ້າຮ່ວມຂອງທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ. ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ກ່າວມນພິທີວ່າ:…

AFC ມອບລາງວັນໃຫ້ ສຕລ ໃນລະດັບໜຶ່ງດາວ ພາຍໃຕ້ໂຄງການ AFC Elite Youth

ສະຫະພັນບານເຕະອາຊີ (AFC) ໄດ້ມອບລາງວັນໃຫ້ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໃນລະດັບໜຶ່ງດາວ ພາຍໃຕ້ໂຄງການ AFC Elite Youth, ໂດຍລາງວັນດັ່ງກ່າວ ແມ່ນໄດ້ຮັບພາຍຫຼັງທີ່ AFC ໄດ້ສົ່ງຕົວແທນທີ່ເປັນຊ່ຽວຊານດ້ານກິລາບານເຕະເຍົາວະຊົນ ມາສຳຫຼວດ ແລະ ປະເມີນຜົນງານທີ່ ສປປ ລາວ ໃນລະຫວ່າງ ວັນທີ…

ຫຼວງພະບາງຈັດງານຍ່າງເພື່ອສຸຂະພາບເພື່ອ ສະຫຼອງສັບປະດາແຫ່ງຊາດຄວາມປອດໄພທາງຫຼວງ

ພະແນກໂຍທາທິການ ແລະ ຂົນສົ່ງແຂວງຫຼວງພະບາງ ໄດ້ຈັດຂະບວນການຍ່າງເພື່ອສຸຂະພາບ ເພື່ອສະຫຼອງ ສັບປະດາແຫ່ງຊາດຄວາມປອດໄພທາງຫຼວງ ໃນມື້ວານນີ້ເລີ່ມຈາກເດີ່ນທາດຫຼວງ ໄປຫາສວນນ້ຳພຸ ໜ້າຫ້ອງວ່າການແຂວງ ແລ້ວກັບຄືນຫາເດີ່ນທາດຫຼວງ ແລະ ມີການຖາມຕອບ ຄວາມຮູ້ພື້ນຖານກ່ຽວກັບ ລະບຽບ ການສັນຈອນຕາມທ້ອງຖະໜົນ ເພື່ອຮັບຂອງຂັວນເປັນໝວກກັນກະທົບ. ໃນພິທີໄດ້ມີການລາຍງານສະພາບ ການເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານຄວາມປອດໄພທາງຫຼວງ ຕາມຍຸດທະສາດ…

ກໍາມະການກົມການເມືອງ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ຈະເດີນທາງມາຢ້ຽມຢາມ ສປປ ລາວ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ວິໄລ ຫຼ້າຄໍາຟອງ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ, ສະຫາຍ ເຈີນ ເກີ້ມ ຕູ໊ ກໍາມະການກົມການເມືອງ ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ພັກ, ລັດ ສສ ຫວຽດນາມ ຈະເດີນທາງມາຢ້ຽມຢາມ ສາທາລະນະລັດ…