ກົມຕຳຫຼວດຈະລາຈອນ ກະຊວງປ້ອງກັນຄວາມສະຫງົບ ໄດ້ວາງກຳລັງເຈົ້າໜ້າທີ່ຫຼາຍກວ່າ 90 ຄົນ ປະຈຳການຕາມຈຸດຕ່າງໆ ເພື່ອອຳນວຍຄວາມສະດວກ ແລະ ສະກັດກັ້ນອຸບັດເຫດຕາມທ້ອງຖະໜົນຢ່າງເຂັ້ມງວດ ແລະ ວາງ 10 ຂໍ້ຫ້າມໃນໄລຍະ ສະຫຼອງບຸນປີໃໝ່ລາວ ພສ 2569 ເພື່ອຮັບປະກັນຄວາມສະຫງົບ ແລະ ຄວາມປອດໄພ ໃຫ້ແກ່ພໍ່ແມ່ປະຊາຊົນ.
10 ຂໍ້ຫ້າມດັ່ງກ່າວລວມມີ ເມົາຫ້າມຂັບຂີ່ຢ່າງເດັດຂາດ ຫາກພົບເຫັນ ເຈົ້າໜ້າທີ່ຈະ ກັກຕົວຜູ້ຂັບຂີ່ ໄວ້ຈົນກວ່າຈະສ່ວງເມົາ ຫຼື ໃຫ້ຍາດພີ່ນ້ອງມາຮັບເອົາ.; ຫ້າມຂັບໄວ; ຫ້າມຂັບໄວ ໂດຍປະຕິບັດຕາມປ້າຍກຳນົດຄວາມໄວ (ທາງດ່ວນສູງສຸດບໍ່ເກີນ 120 ກມ/ຊມ, ໃນຕົວເມືອງ 30-40 ກມ/ຊມ); ຫ້າມໃຊ້ໂທລະສັບມືຖືໃນເວລາຂັບຂີ່ຢ່າງເດັດຂາດ; ຫ້າມດັດແປງລົດໂດຍ ຕິດຕັ້ງໄຟສະປອດໄລ້ທີ່ສະຫວ່າງເກີນກຳນົດ ເພາະຈະລົບກວນສາຍຕາຜູ້ອື່ນ; ຫ້າມຂັບຂີ່ກີດຂວາງ ເປັນພຶງເປັນແພ ຫຼື ຊ່ວງຊີງກັນຕາມເສັ້ນທາງ; ຫ້າມນັ່ງຂອບກະບະ ຫຼື ນັ່ງຝາທ້າຍລົດ ໃນເວລາລົດກຳລັງສັນຈອນ; ຫ້າມບັນທຸກ ສິນຄ້າ ແລະ ຜູ້ໂດຍສານເກີນກຳນົດ ຫຼື ຊ່ວງຊີງແຂ່ງຂັນເອົາລູກຄ້າ; ຫ້າມເດັກນ້ອຍຂັບຂີ່ ຜູ້ປົກຄອງຫ້າມປະປ່ອຍໃຫ້ເດັກນ້ອຍທີ່ອາຍຸບໍ່ເຖິງກະສຽນຂັບຂີ່ພາຫະນະ; ຫ້າມຈອດລົດເທິງທາງດ່ວນ ຍົກເວັ້ນກໍລະນີເປ່ເພ ແຕ່ຕ້ອງມີປ້າຍເຄື່ອງໝາຍເຕືອນໃຫ້ຊັດເຈນ ແລະ ຫ້າມລະເມີດກົດຈະລາຈອນຫາກຝ່າຝືນຈະຖືກສຶກສາອົບຮົມ, ຂຽນໃບສັ່ງ, ກັກເອກະສານ ຫຼື ກັກພາຫະນະໄວ້ຊົ່ວຄາວ.
ຂໍ້ມູນດັ່ງກ່າວມາຂ້າງເທິງນີ້ ແມ່ນການຖະແຫຼງການຂອງທ່ານ ພັອ ຄຳສອນ ສີດາວົງ ຫົວໜ້າກົມຕຳຫຼວດຈະລາຈອນ ຕໍ່ສື່ມວນຊົນເມື່ອມໍ່ໆມານີ້.

