ບຸນປີໃໝ່ລາວແມ່ນເກີດຈາກລູກສາວ 7 ຄົນຂອງພະອິນພະພົມໄດ້ເອົານໍ້າຫົດຫົວພໍ່ຂອງພວກເຂົາ

ບຸນປີໃໝ່ລາວແມ່ນເກີດຈາກລູກສາວ 7 ຄົນຂອງພະອິນພະພົມໄດ້ເອົານໍ້າຫົດຫົວພໍ່ຂອງພວກເຂົາ

ເນື່ອງໃນໂອກາດບຸນປີໃໝ່ລາວ ພສ 2569 ທີ່ຈະມາເຖິງນີ້, ພະອາຈານໃຫຍ່ ມະຫາເວດ ມະເສໄນ ປະທານສູນກາງອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ (ອພສ) ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 5 ເມສາຜ່ານມາ ທີ່ວັດສີສະເກດ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ກ່ຽວກັບປະຫວັດຄວາມເປັນມາຂອງບຸນປີໃໝ່ລາວໂດຍສັງເຂບ.

ພະອາຈານໃຫຍ່ ມະຫາເວດ ມະເສໄນ ໄດ້ເລົ່າວ່າ: ຕາມທີ່ເລົ່າຂານກັນຕໍ່ໆມາວ່າມີມະຫາເສດຖີຄົນໜຶ່ງຕັ້ງເຮືອນຢູ່ໃກ້ກັບເຮືອນຂອງຄົນຂີ້ເຫຼົ້າ ແຕ່ມີມື້ໜຶ່ງຄົນຂີ້ເຫຼົ້າໄດ້ເວົ້າວ່າເຈົ້າມີເງິນເປັນເສດຖີແຕ່ບໍ່ດີທໍ່ຂ້ອຍດອກຍ້ອນເຈົ້າບໍ່ມີລູກ ເມື່ອເຈົ້າຕາຍໄປແລ້ວຊັບສິນກໍບໍ່ມີຜູ້ສືບທອດ, ເບື້ອງຕົ້ນເສດຖີໄດ້ຄຽດໃຫ້ຄົນຂີ້ເຫຼົ້າ ແຕ່ເມື່ອຄິດໄປແລ້ວເຫັນວ່າລາວເວົ້າຖືກ ຈຶ່ງໄດ້ເອົາທູບທຽນໄປບູຊາຢູ່ຕົ້ນໂພຕົ້ນໄຮແຄມນໍ້າ ແລະ ຢູ່ຕົ້ນໂພຕົ້ນໄຮມີນົກອ້ຽງຫຼາຍໂຕ ເວລາຍາມເຊົ້າຈະບິນໄປຫາກິນ ເວລາຍາມແລງຈະບິນມານອນ ໂດຍເສດຖີໄດ້ຂໍນໍາສິ່ງສັກ ສິດຢູ່ຕົ້ນໄມ້ນີ້ໃຫ້ມາໂຜດມາທານໃຫ້ຂະນ້ອຍມີລູກມີເຕົ້າ, ເມື່ອຂໍແລ້ວກໍໄດ້ລູກຊາຍຊື່ທ້າວທຳມະບານກຸມມານ ຈາກນັ້ນ, ກໍໄດ້ສົ່ງໄປຮໍ່າຮຽນຈົນຈົບວິຊາສາມາດຮູ້ພາສາສັດເວົ້າກັນ, ຈາກນັ້ນໄດ້ຕັ້ງຕົນເປັນຜູ້ສະແຫວງທຳເປັນອາຈານຈົນຮ້ອນໄປເຖິງຫູຂອງພະອິນພະພົມຢູ່ເທິງຟ້າ, ຈົນພະອິນພະພົມເວົ້າວ່າ ແຕ່ກ່ອນມີແຕ່ເຮົາເປັນໃຫຍ່ຈະບໍ່ມີໃຜມາເປັນໃຫຍ່ກວ່າເຮົາ, ເມື່ອໄດ້ຂ່າວວ່າທຳມະບານກຸມມານເປັນຄູ-ອາຈານໃຫຍ່ ພະອິນພະພົມຈຶ່ງໄດ້ເຫາະລົງມາສົນທະນາຖາມບັນຫາວ່າ ລາສີຂອງຄົນເຮົາໃນສາມຍາມຢູ່ໃສ ໂດຍຕັ້ງສັນຍາກັນວ່າຖ້າທຳມະບານກຸມມານຕອບໄດ້ຈະໃຫ້ຕັດຄໍຂ້າຂ້ອຍໄປບູຊາ, ແຕ່ຖ້າຕອບບໍ່ໄດ້ກໍຈະຕັດຄໍເຈົ້າແທນ ໂດຍນັດກັນພາຍໃນ 7 ວັນຫຼັງຈາກນີ້ໄປຮອດມື້ທີ 7 ຂ້ອຍຈະລົງມາ. ຫຼັງຈາກຖາມແລ້ວພະອິນພະພົມກໍເຫາະຂຶ້ນໄປເທິງສະ ຫວັນຊັ້ນຟ້າ, ທຳມະບານກຸມມານຄິດບໍ່ອອກຊອກບໍ່ເຂົ້າ ຜູ້ຂ້າຮຽນຈົບມາບໍ່ເຄີຍມີບັນຫາໃດຕອບບໍ່ໄດ້ ແຕ່ບັນນີ້ຄືຊອກຄຳຕອບບໍ່ໄດ້ ຄິດມາໄດ້ 6 ວັນກໍຍັງແກ້ບັນຫານີ້ບໍ່ໄດ້, ຜ່ານມາຫຼາຍຄົນກໍຍົກຍ້ອງວ່າເຮົາເປັນນັກປາດອາຈານເປັນຜູ້ເກັ່ງກ້າສາມາດ ແຕ່ຈະມາຕາຍໃຫ້ພະອິນພະພົມມາຕັດຄໍ ຊຶ່ງຮັບບໍ່ໄດ້ຈະເຮັດໃຫ້ຂາຍໜ້າຂາຍຕາຈຶ່ງໄດ້ໜີໄປຕາຍທາງໜ້າດີກວ່າ ຈຶ່ງໄດ້ອອກຈາກເຮືອນຊັດເຊພະເນຈອນໄປຮອດປ່າ ເມື່ອໃກ້ຊິມືດແລ້ວກໍໄດ້ນອນພັກຜ່ອນຢູ່ໃກ້ຮົ່ມໄມ້ລໍຖ້າແຕ່ຄວາມຕາຍ ທັງເມື່ອຍທັງຫິວ ເມື່ອຄໍ່າມາໄດ້ມີນົກອິນຊີສອງຜົວເມຍພາກັນມາພັກຢູ່ເທິງຕົ້ນໄມ້ ຜູ້ເປັນເມຍໄດ້ຖາມຜົວວ່າ ມື້ອື່ນເຮົາຈະໄປກິນອາຫານຢູ່ໃສ ຜົວຕອບວ່າບໍ່ຍາກເຮົາຈະໄດ້ກິນຊີ້ນທຳມະບານກຸມມານ ເຫດໃດຈຶ່ງໄດ້ກິນຊີ້ນລາວ ຍ້ອນວ່າຖ້າລາວຕອບບໍ່ໄດ້ບັນຫາທີ່ພະອິນພະພົມຖາມ ຈະຖືກຕັດຄໍ, ພວກເຮົາໂຊກດີຈະໄດ້ກິນຊີ້ນໄດ້ກິນລາບ, ເມື່ອທຳມະບານກຸມມານໄດ້ຍິນສຽງນົກອິນຊີສອງຜົວເມຍລົມກັນລາວກໍຟ້າວລຸກຂຶ້ນ, ນົກຜູ້ເປັນເມຍຖາມຜົວຕື່ມວ່າເປັນຫຍັງຈຶ່ງຕັດຄໍລາວ ເບື້ອງຕົ້ນຜົວບໍ່ຢາກບອກ ແຕ່ເມຍເວົ້າວ່າຕ້ອງບອກ. ດັ່ງນັ້ນ, ຜົວຈຶ່ງບອກວ່າ ພະອິນພະພົມຖາມວ່າລາສີຂອງຄົນຍາມເຊົ້າ ຍາມສວາຍ ແລະ ຍາມຄໍ່າຢູ່ໃສ, ເມຍຖາມອີກວ່າ ຕອບວ່າແນວໃດ ຜົວຈຶ່ງຕອບວ່າລາສີຂອງຄົນຍາມເຊົ້າຢູ່ໜ້າ ຕື່ນເຊົ້າມາຈະມີສີໜ້າຍິ້ມແຍ້ມແຈ່ມໃສຕ້ອງລ້າງໜ້າ, ຍາມສວາຍຢູ່ຕົນຕົວ ຕ້ອງໄດ້ອາບນໍ້າໃຫ້ສະອາດ ແລະ ຍາມຄໍ່າຢູ່ຕີນ ເພາະວ່າຕີນຈະຍ່າງໄປຍ່າງມາເຮັດໃຫ້ຕີນເປື້ອນເປີະ ກ່ອນຈະນອນຕ້ອງລ້າງຕີນໃຫ້ສະອາດ ເມື່ອທຳມະບານກຸມມານໄດ້ຍິນຄຳຕອບແນວນັ້ນແລ້ວ ຈຶ່ງເວົ້າວ່າກູບໍ່ຕາຍແລ້ວບາດນີ້ ເມື່ອໄດ້ຄຳຕອບບັນຫາແລ້ວກໍຟ້າວກັບມານອນຢູ່ກ້ອງຮົ່ມໄມ້ ມື້ທີ 7 ມາຮອດພະອິນພະພົມກໍລົງມາຖາມບັນຫາດັ່ງກ່າວນັ້ນ, ທຳມະບານກຸມມານ ກໍຕອບຖືກຕ້ອງ ແລະ ທຳມະບານກຸມມານ ກໍມີຄວາມສັນລະເສີນວ່າ ພະອິນພະພົມມີຄວາມຊື່ສັດ ຮູ້ວ່າຄຳຕອບຖືກຕ້ອງແລ້ວ ພະອິນພະພົມກໍຕັດຄໍຕົນເອງເພື່ອບູຊາ ຊຶ່ງຫົວພະອິນພະພົມເປັນພິດເປັນໄພ ຖ້າຖິ້ມໃສ່ດິນໃສ່ປ່າໄຟຈະໄໝ້ປ່າ, ຖິ້ມລົງນໍ້າ ນໍ້າຈະແຫ້ງສັດນໍ້າຈະຕາຍ ແລະ ຖ້າໂຍນຂຶ້ນເທິງຟ້າກໍຈະໄໝ້ອາກາດ ແຕ່ພະອິນພະພົມມີລູກສາວ 7 ຄົນ ເນື່ອງຈາກຫົວຂອງເພິ່ນເປັນພິດເປັນໄພດັ່ງນັ້ນລູກສາວ 7 ຄົນຈຶ່ງເອົາພາພານ ມາຮັບຫົວຂອງພໍ່ໄວ້ ແຕ່ລະປີເມື່ອຮອດບຸນກຸດສົງການຈຶ່ງເອົາຫົວຂອງຜູ້ເປັນພໍ່ລົງມາຫົດສົງເປັນເວລາ 3 ວັນຄື: ວັນທີ 14-16 ເມສາຂອງທຸກປີ. ຈາກນັ້ນ, ກໍເອົາກັບຄືນໄປເກັບມ້ຽນໄວ້ບ່ອນເກົ່າ ຊຶ່ງໄດ້ປະຕິບັດກັນມາຈົນຮອດທຸກວັນນີ້.

ພະອາຈານໃຫຍ່ ມະຫາເວດ ມະເສໄນ ກ່າວຕື່ມວ່າ: ບຸນປີໃໝ່ລາວ ເປັນຮີດຄອງປະເພນີວັດທະນະທຳອັນດີງາມຂອງຊາດລາວເຮົາ ຊຶ່ງບຸນປີໃໝ່ລາວຈະຈັດຂຶ້ນທຸກປີໃນ 3 ວັນຄື: ວັນທີ 14 ເມສາ ເປັນມີສັງຂານລ່ວງ, ວັນທີ 15 ເມສາ ເປັນມື້ເນົາ ເປັນມື້ຕໍ່ລະຫວ່າງປີເກົ່າ ແລະ ປີໃໝ່ ແລະ ວັນທີ 16 ເມສາ ເປັນມື້ສັງຂານຂຶ້ນ ຖືວ່າເປັນມື້ປີໃໝ່ລາວ ພສ 2569 ຊຶ່ງຕະຫຼອດໄລຍະ 3 ວັນຂອງການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ພສ 2568 ແລະ ຕ້ອນຮັບປີໃໝ່ລາວ ພສ 2569 ປະຊາຊົນລາວບັນດາເຜົ່າໄດ້ພ້ອມກັນເບີກບານມ່ວນ ຊື່ນຫຼິ້ນບຸນປີໃໝ່ລາວຕາມຮີດຄອງປະເພນີອັນດີງາມ ທີ່ເຄີຍປະຕິບັດກັນມາ ນັ້ນກໍຄື: ມີການບາສີສູ່ຂວັນມັດຂໍ້ຕໍ່ແຂນ, ຫົດນໍ້າອົບນໍ້າຫອມ, ນໍ້າສະອາດ ອວຍພອນຊຶ່ງກັນ ແລະ ກັນ ເປັນຕົ້ນ ອວຍພອນພໍ່ແມ່ ຜູ້ມີພະຄຸນ ຄູບາອາຈານ, ຍາດຕິພີ່ນ້ອງ, ອ້າຍເອື້ອຍນ້ອງໝູ່ເພື່ອນລູກຫຼານ ເພື່ອໃຫ້ມີສຸຂະພາບແຂງແຮງ ຫາຍຈາກພະ ຍາດໂລຄາ ປະສົບຜົນສຳເລັດໃນໜ້າທີ່ວຽກງານ ແລະ ຢູ່ຕາມວັດວາອາຮາມຕ່າງໆ ກໍມີການຫົດສົງພະພຸດ ທະເຈົ້າເພື່ອໃຫ້ຢູ່ຊຸ່ມກິນເຢັນຕະຫຼອດປີ ແລະ ຕະຫຼອດໄປ. ນອກນີ້, ກໍມີກິດຈະກຳອື່ນໆບໍ່ວ່າຈະເປັນຕົບພະ ທາດຊາຍ, ແຫ່ນາງສັງຂານ, ຢອດຫຼຽນຂໍໂຊກ ຂໍໄຊ ແລະ ອື່ນໆ.

ພ້ອມນີ້, ພະອາຈານໃຫຍ່ ມະຫາເວດ ມະເນໄນ ຍັງຖືໂອກາດນີ້ອວຍພອນໄຊອັນປະເສີດມາຍັງການນໍາພັກ-ລັດ, ອອກຕົນຍາດໂຍມ ແລະ ປະຊາຊົນລາວບັນດາເຜົ່າທັງຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງມີສຸຂະ ພາບແຂງແຮງ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານທຸກປະການ ຈົ່ງພ້ອມກັນຫຼິ້ນບຸນປີໃໝ່ລາວ ພສ 2569 ດ້ວຍຄວາມເບີກບານມ່ວນຊື່ນ ແລະ ຮັກສາໄດ້ວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດລາວພ້ອມກັນສະຫຼອງບຸນປີໃໝ່ລາວແບບລຽບງ່າຍ ສົ່ງເສີມການທ່ອງທ່ຽວພາຍໃນ ຊ່ວຍເສດຖະກິດຊາດໃຫ້ເຂັ້ມແຂງ.

ໂດຍ: ພູວັນ

Related Articles

Leave a Reply