ກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ປິດລົງດ້ວຍຜົນສໍາເລັດ

ກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໄດ້ປິດລົງດ້ວຍຜົນສໍາເລັດໃນມື້ນີ້ ຊຶ່ງຄະນະບໍລິຫານງານສູນກາງພັກ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລືດ້ວຍຄວາມຮັບຜິດຊອບສູງ, ເສີມຂະຫຍາຍປະຊາທິປະໄຕ-ຫົວຄິດປະດິດສ້າງ ແລະ ໄດ້ມີຄວາມເປັນເອກະພາບ ຮັບຮອງເອົາເອກະສານສໍາຄັນ ແລະ ໄດ້ໃຫ້ທິດຊີ້ນໍາຈຳນວນໜຶ່ງ ເປັນຕົ້ນ: ໄດ້ຮັບຮອງແຜນດໍາເນີນງານ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ…

ອັນຕະລາຍ! ພົບເຫັນລະເບີດໃຫຍ່ 9 ໜ່ວຍ ຢູ່ 2 ບ້ານ ແຄມແມ່ນ້ຳເຊກອງ

ເມື່ອບໍ່ດົນມານີ້, ທີມງານພາກສະໜາມຂອງໂຄງການເກັບກູ້ລະເບີດ ແຫ່ງຊາດ ປະຈໍາ ແຂວງເຊກອງ ໄດ້ລົງເຄື່ອນໄຫວເພື່ອດໍາເນີນການພິສູດປະເພດລະເບີດ ເຂດບ້ານບາກ ແລະ ບ້ານກຣຸງຕາສິງ ເມືອງກະລຶມ ແຂວງເຊກອງ ຕາມການລາຍງານຂອງປະຊາຊົນ ພາຍໃນບ້ານ ທີ່ພົບເຫັນລະເບີດໃຫຍ່ ຈໍານວນ 9 ໜ່ວຍ ຢູ່ແຄມແມ່ນໍ້າເຊກອງ, ເນື່ອງຈາກມີການເຊາະເຈື່ອນດິນຂອງຕາຝັ່ງແຄມນໍ້າ ຈຶ່ງເຮັດໃຫ້ພົບເຫັນລະເບີດໃຫຍ່ດັ່ງກ່າວ.…

2,174 ຄອບຄົວຈະໄດ້ຮັບ ຜົນປະໂຫຍດຈາກອ່າງເກັບນໍ້າ ຫ້ວຍທ່າຮາວ

ໂຄງການອ່າງເກັບນໍ້າ ຫ້ວຍທ່າຮາວ ຕັ້ງຢູ່ບ້ານນາຄຳ ເມືອງອຸທຸມພອນ ແຂວງສະ ຫວັນນະເຂດ ເປັນໂຄງການ ຍຸດທະສາດດ້ານຊົນລະກະເສດ ທີ່ສຳຄັນ ເພື່ອຍົກສູງຊີວິດການ ເປັນຢູ່ຂອງປະຊາຊົນ ຢູ່ເມືອງອຸທຸມພອນ ໃຫ້ມີ ນໍ້າໃຊ້ໃນການປູກຝັງ-ລ້ຽງສັດ ຕະຫຼອດທັງປີ. ໂຄງການ ດັ່ງກ່າວມີປະຊາຊົນ 9 ບ້ານ, ມີຈຳນວນ…

ເດັກອາຍຸ ຕໍ່າກວ່າ 5 ປີ ມີຄວາມສ່ຽງເປັນພະຍາດໂປລິໂອ

ອົງການປົກຄອງ ຫຼື ສາທາລະນະສຸກເມືອງເມິງແຂວງບໍ່ແກ້ວໄດ້ເປີດຂະບວນການຢອດ ວັກຊີນກັນພະຍາດໂປລິໂອ ໃນເດັກອາຍຸ 0 ມື້ ຫາລຸ່ມ 5 ປີ ເມື່ອມໍ່ໆມານີ້ຢູ່ທີ່ໂຮງຮຽນປະຖົມນໍ້າເມິງ. ໃນພິທີ ທ່ານ ສົມບັດ ຂັດຕິຍະວົງ ຄະນະປະຈໍາພັກເມືອງ, ຮອງປະທານຄະນະກໍາມະການປົກຄອງເມືອງເມິງໄດ້ກ່າວວ່າ: ວຽກງານສາທາລະນະສຸກ ກໍ່ຄືວຽກງານກັນພະ ຍາດຫຼຸດຜ່ອນອັດຕາການເຈັບເປັນ…

ຍີ່ປຸ່ນ ໃຫ້ທຶນຊ່ວຍເຫຼືອກໍ່ສ້າງລະບົບນ້ຳລິນ ຢູ່ບ້ານມູຕຶນ 

ລັດຖະບານຍີ່ປຸ່ນ ໄດ້ຕົກລົງມອບທຶນຊ່ວຍເຫຼືອລ້າ ມູນຄ່າ17,400 ໂດລາສະຫະລັດ ຫຼື ປະມານ 370​ ກວ່າລ້ານກີບ ເພື່ອກໍ່ສ້າງລະບົບນ້ຳລິນ ຢູ່ບ້ານມູຕຶນ ເມືອງບູນໃຕ້ ແຂວງຜົ້ງສາລີ ຊຶ່ງການຊ່ວຍເຫຼືອລ້າ ຄັ້ງນີ້ ເປັນສ່ວນໜຶ່ງຂອງ “ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນພື້ນຖານ (GGP)” ຈາກລັດຖະບານຍີ່ປຸ່ນ. ພິທີເຊັນສັນຍາຮັບທຶນຊ່ວຍເຫຼືອລ້າ ຄັ້ງນີ້…

ອຄ ປັບຂຶ້ນລາຄານໍ້າມັນເຊື້ອໄຟທຸກປະເພດ

ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ໄດ້ປັບຂຶ້ນລາຄານໍ້າມັນເຊື້ອໄຟທຸກປະເພດ ຍ້ອນເກີດການສູ້ຮົບຢູ່ຕາເວັນອອກກາງ ເຮັດໃຫ້ບໍ່ນໍ້າມັນຫຼາຍແຫ່ງຖືກທໍາລາຍໂດຍເຮັດໃຫ້ການສົ່ງອອກນໍ້າມັນໃນທົ່ວໂລກຫຼຸດລົງ. ການປັບຂຶ້ນລາຄານໍ້າມັນເຊື້ອດັ່ງກ່າວເລີ່ມປະຕິບັດແລ້ວແຕ່ເວລາ 6 ໂມງເຊົ້າຂອງມື້ນີ້.

ພະຍາດ ໂປລີໂອ ແມ່ນພະຍາດໜຶ່ງທີ່ສົ່ງຜົນກະທົບຕໍ່ເດັກນ້ອຍ

ສປປ ລາວ ໄດ້ຮັບການລາຍງານ ກໍລະນີທີ່ພົບເຊື້ອພະຍາດໂປລີໂອ ແລະ ພະຍາດໝາກແດງ ທີ່ຖືກຢັ້ງຢືນຈາກຫ້ອງວິເຄາະປະເທດຍີ່ປຸ່ນ ແລະ ສູນວິເຄາະລະບາດວິທະຍາຂອງລາວໃນປີ 2025 ແລະ ໄດ້ຖືກປະກາດ ເປັນປະເທດທີ່ມີການລະບາດຂອງພະຍາດໂປລີໂອ ແລະ ການລະບາດພະຍາດທີ່ກັນໄດ້ດ້ວຍວັກຊິນ ຊຶ່ງໄດ້ເກີດຂຶ້ນໃນຫຼາຍແຂວງ, ຫຼາຍເມືອງ ໂດຍສະເພາະແມ່ນບ້ານຂອງເມືອງທີ່ຕິດຊາຍແດນ, ຈຳນວນບ້ານດັ່ງກ່າວແມ່ນມີອັດຕາການປົກຄຸມຂອງເດັກທີ່ໄດ້ຮັບວັກຊິນກັນພະຍາດຍັງຕໍ່າ ແລະ…

ນະຄອນປາກເຊ “ເມືອງທ່ອງທ່ຽວສະອາດອາຊຽນ”

​ເມື່ອເວົ້າເຖິງ “ນະຄອນປາກເຊ”, ແຂວງຈໍາປາສັກ ພາບທີ່ປະກົດຂຶ້ນໃນສາຍຕາຂອງຊາວໂລກບໍ່ແມ່ນພຽງແຕ່ເມືອງປາກແມ່ນ້ຳສອງສີທີ່ສວຍງາມ ຫຼື ປະຕູສູ່ແຫຼ່ງທ່ອງທ່ຽວວັດທະນະທຳ-ທຳມະຊາດຂອງພາກໃຕ້ເທົ່ານັ້ນ, ແຕ່ໃນປີ 2026 ນີ້, ປາກເຊໄດ້ຢືນຢັນຖານະຄວາມເປັນເລີດອີກຄັ້ງດ້ວຍການຄວ້າລາງວັນ “ເມືອງທ່ອງທ່ຽວສະອາດອາຊຽນ” ສະໄໝທີ 2. ລາງວັນນີ້ບໍ່ແມ່ນພຽງແຕ່ແຜ່ນຄຳກຽດຕິຍົດທີ່ປະດັບໄວ້ໃນຫ້ອງການ, ແຕ່ມັນຄື “ສັນຍາໃຈ” ຂອງພວກເຮົາທຸກຄົນທີ່ຈະຮັກສາຄວາມງາມອັນຊົງຄຸນຄ່ານີ້ໃຫ້ຍືນຍົງ ເພື່ອຕ້ອນຮັບແຂກບ້ານແຂກເມືອງດ້ວຍຮອຍຍິ້ມ ແລະ ສິ່ງແວດລ້ອມທີ່ສົດໃສ.…

7 ວຽກທີ່ສໍາຄັນຈະຮັບຮອງເອົາ ທີ່ກອງປະຊຸມຄົບຄະນະຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII

7 ວຽກສໍາຄັນ ລວມມີແຜນດໍາເນີນງານ ຂອງຄະນະບໍລິຫານງານສູນກາງພັກ ສະໄໝXII; ລະບອບແບບແຜນວິທີເຮັດວຽກຂອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ XII; ການແບ່ງວຽກ, ແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານສູນກາງພັກ, ສະໄໝທີ XII; ພາລະບົດບາດ, ສິດໜ້າທີ່ ຂອງເລຂາຄະນະພັກແຂວງ ແລະ ປະທານຄະນະກໍາມະການປົກຄອງແຂວງ; ການສ້າງຕັ້ງຕາແສງ, ການຈັດຕັ້ງ…

ຝຶກອົບຮົມກຳມະການຕັດສິນບານເຕະ ຂັ້ນພື້ນຖານ

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ເປີດການຝຶກອົບຮົມກຳມະການຕັດສິນບານເຕະ ຂັ້ນພື້ນຖານ (LFF Basic Football Referee Course 2026) ຂຶ້ນໃນວັນທີ 02 ມີນາ 2026 ຜ່ານມາທີ່ ຫ້ອງການ ສຕລ, ໃຫ້ກຽດເຂົ້າຮ່ວມເປີດພິທີໂດຍ ທ່ານ ຄຳແພງ…