ຄູອາສາສະໝັກ, ພະນັກງານຊ່ວຍວຽກບໍລິຫານການສຶກສາ ຈຳນວນ 966 ຄົນ ຈະຖືກບັນຈຸເຂົ້າເປັນລັດຖະກອນໃໝ່ ປີ 2020
ຄູອາສາສະໝັກໃນຂອບເຂດທົ່ວປະເທດ ໂດຍສະເພາະຢຸ່ເຂດຊົນນະບົດ ເລີ່ມມີຄວາມຫວັງທີ່ຈະໄດ້ບັນຈຸເຂົ້າເປັນລັດຖະກອນຄູ ຫຼັງຈາກທີ່ກະຊວງສຶກສາທິການ ແລະ ກິລາ ແຈ້ງໃຫ້ຮູ້ວ່າ: ສໍາລັບປີ 2020 ນີ້, ລັດຖະບານໄດ້ໃຫ້ຕົວເລກ ລັດຖະກອນຄູ ແລະ ພະນັກງານຊ່ວຍວຽກ ບໍລິຫານການສຶກສາ ຈໍານວນທັງໝົດ 966 ຄົນ ໂດຍໄດ້ແບ່ງປັນຕົວເລກດັ່ງກ່າວໄປແຕ່ລະແຂວງໃນຂອບເຂດທົ່ວປະເທດ. ນະຄອນຫຼວງວຽງຈັນ…

