ລັດຫ້າມຮັບເອົາລັດຖະກອນໃໝ່ໂດຍບໍ່ໄດ້ຜ່ານການສອບເສັງ

ລັດຖະບານແຫ່ງສປປ ລາວ ເລັ່ງແກ້ໄຂບັນຫາເລື່ອງ ພະນັກງານເຫຼືອບໍ່ພໍ (ໝາຍຄວາມວ່າມີພະນັກງານ ຫຼາຍ ແຕ່ບໍ່ມີຄຸນນະພາບ) ໂດຍເນັ້ນໃຫ້ກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນໃນການຮັບເອົາພະນັກງານ ເຂົ້າເປັນລັດຖະກອນໃໝ່ນັ້ນ ແມ່ນຫ້າມເດັດຂາດບໍ່ໃຫ້ເອົາອາສາສະໝັກເຂົ້າເປັນລັດຖະກອນ ຫຼື ເຂົ້າເປັນພະນັກງານລັດໂດຍບໍ່ໄດ້ຜ່ານການສອບເສັງຄັດເລືອກບົນພື້ນຖານຕໍາແໜ່ງງານວ່າງ ແລະ ວິຊາສະເພາະທີ່ຕ້ອງການໃນກົງຈັກການຈັດຕັ້ງ ແລະ ໃຫ້ບັນຈຸເຂົ້າໃສ່ໃນເຂດຫ່າງໄກສອກຫຼີກ, ນອກຈາກນີ້ຫ້າມຮັບເອົາພະນັກງານຕາມສັນຍາ…

ອາຫານທະເລຍັງມີວາງຂາຍຕາມຕະຫຼາດ ຕ່າງໆໃນຂອບເຂດທົ່ວປະເທດທັງທີ່ມີການ ຫ້າມນໍາເຂົ້າ

ພາຍຫຼັງທີ່ ລັດຖະມົນຕີກະຊວງສາທາລະ ນະສຸກ ທ່ານ ຮສ. ດຣ ບຸນກອງ ສີຫາວົງ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ ກຽ່ວກັບການໂຈະຊົ່ວຄາວການນໍາເຂົ້າປະເພດອາຫານທະເລສົດ ແລະ ແຊ່ເເຂງຈາກປະເທດໄທ ຍ້ອນວ່າພົບຜູ້ຕິດເຊື້ອໂຄວິດ-19 ຢູ່ຕະຫຼາດສົດຂອງປະເທດໄທ ທັງນີ້ກໍ່ເພື່ອເປັນມາດຕະການໃນການປ້ອງກັນພະຍາດໂຄວິດ-19, ແຕ່ຍັງພົບເຫັນມີການວາງຂາຍປະເພດອາຫານສົດປະເພດຕ່າງໆຢູ່ຕາມທ້ອງຕະຫຼາດຢູ່. ເພື່ອປະຕິບັດຕາມການແຈ້ງການດັ່ງກ່າວ, ເຈົ້າໜ້າທີ່ສະເພາະກິດກະຊວງສາທາລະນະສຸກ, ເຈົ້າໜ້າທີ່ຫ້ອງການສາທາລະນະສຸກເມືອງໃນຂອບເຂດທົ່ວປະເທດ ໂດຍສົມທົບກັບເຈົ້າໜ້າທີ່ພະແນກການຄ້າ…

ໂຄງການກໍ່ສ້າງສູນກິດຈະກຳຄົບວົງຈອນຊາວໜຸ່ມ-ເຍົາວະຊົນລາວ ຈະສຳເລັດໃນປີ 2022

ໂຄງການກໍ່ສ້າງສູນກິດຈະກຳຄົບວົງຈອນຊາວໜຸ່ມ-ເຍົາວະຊົນລາວ ສ້າງຂຶ້ນເພື່ອເປັນບ່ອນເຕົ້າໂຮມຄວາມສາມັກຄີ, ສຶກສາອົບຮົມປູກຈິດສຳນຶກທີ່ດີ ແລະ ເປັນບ່ອນສ້າງກິດຈະກຳຕ່າງໆຂອງຊາວໜຸ່ມ-ເຍົາວະຊົນ ບັນດາເຜົ່າທີ່ເປັນຜູ້ສືບທອດ, ເປັນໜໍ່ແໜງຂອງປະເທດຊາດ ແນໃສ່ໃຫ້ເຫັນເຖິງໄພອັນຕະລາຍຂອງຢາເສບຕິດ ແລະ ເຮັດໃຫ້ຊາວໜຸ່ມ-ເຍົາວະຊົນໄດ້ໃຊ້ເວລາວ່າງໃຫ້ເປັນປະໂຫຍດ. ສໍາລັບ ໂຄງການກໍ່ສ້າງສູນກິດຈະກຳຊາວໜຸ່ມ-ເຍົາວະຊົນ, ມີເນື້ອທີ່ 3,5 ເຮັກຕາ ຕັ້ງຢູ່ບ້ານໂນນສະອາດ (ເຂດດົງໝາກຄາຍ) ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໂດຍ…

ເມືອງສອງຄອນສາມາດລົບລ້າງການລັກລອບຂາຍລົດເຖື່ອນ ປະເພດລົດໃຫ່ຍໄດ້ແລ້ວ

ໃນໄລຍະທີ່ຜ່ານມາເມືອງສອງຄອນເປັນເມືອງທີ່ມີການຄ້າ-ຂາຍລົດເຖື່ອນ (ລົດໃຫ່ຍ ແລະ ລົດຈັກບໍ່ມີ ເອກະ ສານ) ຫຼາຍທີ່ສຸດຢູ່ແຂວງສະຫວັນນະເຂດ ຊຶ່ງ ເປັນລົດ ທີ່ໄດ້ນໍາມາຈາກປະເທດໄທໂດຍໃສ່ເຮືອຂ້າມແມ່ນໍ້າຂອງ, ແຕ່ປັດຈຸບັນນີ້ການຄ້າ-ຂາຍລົດເຖື່ອນພາຍໃນເມືອງແມ່ນສາມາດລົບລ້າງການການຄ້າ-ຂາຍລົດເຖື່ອນປະເພດລົດໃຫ່ຍໄດ້ແລ້ວ ຍັງແຕ່ການຄ້າຂາຍລົດຈັກເຖື່ອນທີ່ຍັງປະກົດມີຢູ່. ທ່ານພັນເອກ ລໍາຄູນ ວໍລະວົງ ເຈົ້າເມືອງສອງຄອນ ໄດ້ກ່າວຕໍ່ທີມງານວຽງຈັນທາຍໃນຕອນເຊົ້າວັນທີ 30 ທັນວາ 2020…

ປທສ ຂະຫຍາຍເວລາການຂຶ້ນທະບຽນ ເລກໝາຍໂທລະສັບ ແລະ ຊິມເນັດ ອອກໄປຮອດກາງປີ 2021

ເພື່ອເປັນການອໍານວຍຄວາມສະດວກໃຫ້ແກ່ເຂດຫ່າງໄກສອນຫຼີກ ແລະ ຜູ້ທີ່ກະກຽມເອກະສານທີ່ໃຊ້ປະກອບການຂຶ້ນທະບຽນບໍ່ທ່ວງທັນ, ເນື່ອງຈາກສະພາບການແຜ່ລະບາດ ຂອງພະຍາດ ໂຄວິດ-19. ຫ້ອງການ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ ກ່ຽວກັບການຂຶ້ນທະບຽນດັ່ງກ່າວວ່າ: ຈະໄດ້ຂະຫຍາຍເວລາການຂຶ້ນທະບຽນ ເລກໝາຍໂທລະສັບລະບົບ ( 020, 030)…

ປກສ ເມືອງລ້ອງແຈ້ງ ມອບ ອາວຸດລ່າເນື້ອ ຜິດກົດໝາຍ ໃຫ້ ປກສ ແຂວງໄຊສົມບູນ

ກອງບັນຊາການ ປກສ ເມືອງລ້ອງແຈ້ງ ໄດ້ມອບ ອາວຸດເສິກ, ອາວຸດລ່າເນື້ອ, ທາດແຕກ, ທາດລະເບີດ ທີ່ນຳໃຊ້ບໍ່ຖືກຕ້ອງຕາມລະບຽບກົດໝາຍ ໃຫ້ກັບຫ້ອງຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ປກສ ແຂວງ ໄຊສົມບູນ. ຫົວໜ້າກອງບັນຊາການ ປກສ ເມືອງລ້ອງແຈ້ງ, ທ່ານ ພັທ…

ລົດໂຮງໝໍຂົນສົ່ງຄົນເຈັບຜ່ານທາງດ່ວນວຽງຈັນ-ວັງວຽງພີ່ນ້ອງຄົນເຈັບຕ້ອງໄດ້ຈ່າຍຄ່າຜ່ານ

ພາຍຫຼັງທີ່ມີກະແສຈາກສັງຄົມອອນລາຍທີ່ວ່າ ລົດໂຮງໝໍ ຫຼື ລົດອໍາບຸຍລັງ ທີ່ຂົນສົ່ງຄົນເຈັບຈາກໂຮງໝໍເມືອງວັງວຽງ ມາ ໂຮງໝໍແຂວງ ໂດຍຜ່ານທາງດ່ວນ ແລະ ຄະນະຮັບຜິດຊອບທາງດ່ວນກໍ່ໄດ້ມີການເກັບເງິນນັ້ນ ໄດ້ເຮັດໃຫ້ສັງຄົມສົນໃຈ ແລະ ບໍ່ເຂົ້າໃຈວ່າເປັນຫຍັງຈຶ່ງຕ້ອງເກັບເພາະເປັນລົດໂຮງໝໍ ຫຼື ລົດສຸກເສີນ. ຫຼ້າສຸດ, ທ່ານ ດຣ ເພັດສະໝອນ ບູລົມມະວົງ…

ອາຫານທະເລ ມີຄວາມປອດໄພຖ້າຕົ້ມໃຫ້ສຸກໃນອຸນຫະພູມ 70 ອົງສາຂຶ້ນໄປ ປະມານ 5 ນາທີ

ສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກໄດ້ອອກແຈ້ງການເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ອາຫານທະເລຍັງກິນໄດ້ ແຕ່ໃຫ້ຄຳນຶງເຖິງຄວາມສະອາດ ແລະ ຄວາມປອດໄພ, ລ້າງມືໃຫ້ສະອາດທັງກ່ອນ ແລະ ຫຼັງ ການຈັບອາຫານທະເລ, ສິ່ງສຳຄັນ ການກິນຕ້ອງຕົ້ມໃຫ້ສຸກດີ ໃນອຸນຫະພູມ 70 ອົງສາຂຶ້ນໄປ ປະມານ 5 ນາທີ. ພາຍຫຼັງທີ່ພົບພໍ່ຄ້າທີ່ຂາຍອາຫານທະເລສົດ ຢູ່ປະເທດເພື່ອນບ້ານຕິດເຊື້ອພະຍາດໂຄວິດ-19…

ອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ ຍັງມີຫຼາຍວຽກງານທີ່ຈະເລັ່ງປັບປຸງ ແລະ ແກ້ໄຂໃນຕໍ່ໜ້າ

ອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ ໃຫ້ຮູ້ວ່າ: ໃນຕໍ່ໜ້າ ເພື່ອສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ສົນທິສັນຍາສາກົນວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ຢູ່ ສປປ ລາວ ໃຫ້ແຂງແຮງມີປະສິດທິຜົນ ຫຼາຍກວ່າເກົ່າ ແລະ ປັບປຸງແກ້ໄຂຈຸດອ່ອນ-ຂໍ້ ຄົງຄ້າງ ຜ່ານມາໃຫ້ເຂັ້ມງວດ, ອົງການຕ້ານການ ສໍ້ລາດບັງຫຼວງ ຂັ້ນສູນກາງຈະສຸມໃສ່…

ການສວຍໃຊ້ຖານະຕຳແໜ່ງ ແລະ ສິດອຳນາດເພື່ອສໍ້ລາດບັງຫຼວງຍັງມີຢູ່ລາວ

ອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູງກາງ ກວດພົບເຫັນພຶດຕິກໍາສໍ້ລາດບັງຫຼວງທີ່ພົ້ນເດັ່ນໃນປີ 2019 ສ່ວນຫຼາຍແມ່ນການສວຍໃຊ້ຖານະຕຳແໜ່ງ, ສິດອຳນາດ, ໜ້າທີ່, ການໃຫ້ ແລະ ຮັບສິນບົນ, ການຍັກຍອກ, ການສໍ້ໂກງຊັບຂອງລັດ, ການປອມແປງ ແລະ ນຳໃຊ້ເອກະສານປອມ ເພື່ອສໍ້ໂກງ-ຍັກຍອກ ແລະ ອື່ນໆ. ທ່ານ ສີໃນ…