ແຮງງານລາວຈໍານວນໜຶ່ງໄດ້ຈ້າງເຮືອຄົນໄທໃຫ້ມາສົ່ງຢູ່ດອນ ກາງແມ່ນໍ້າຂອງເຂດເມືອງສອງຄອນ
ອໍານາດການປົກຄອງເມືອງສອງຄອນ ແຂວງສະຫວັນນະເຂດແຈ້ງຕໍ່ທີມງານວຽງຈັນທາຍເມື່ອບໍ່ດົນມານີ້ວ່າ: ພາຍຫຼັງທີ່ມີການແຜ່ລະບາດໂຄວິດ-19 ຢູ່ປະເທດໄທ ໃນຮອບໃໝ່ໄດ້ມີແຮງງານລາວຈໍານວນໜຶ່ງທີ່ໄດ້ຈ້າງເຮືອຄົນໄທໃຫ້ມາສົ່ງພວກເຂົາປະໄວ້ຢູ່ດອນ ກາງແມ່ນໍ້າຂອງແຕ່ບໍ່ພົບຜູ້ຕິດເຊື້ອພະຍາດໂຄວິດ-19. ເຈົ້າເມືອງສອງຄອນ ທ່ານ ພັນເອກ ລຳຄູນ ວໍລະວົງ ໄດ້ກ່າວຕໍ່ທີມງານວຽງຈັນທາຍເມື່ອບໍ່ດົນມານີ້ວ່າ: ເມືອງສອງຄອນ ແຂວງສະຫວັນນະເຂດເປັນເມືອງທີ່ມີຊາຍແດນຕິດກັບປະເທດໄທ ໂດຍມີແມ່ນໍ້າຂອງເປັນຈຸດຂັ້ນຊາຍແດນ ຊຶ່ງມີຄວາມຍາວປະມານ 54 ກິໂລແມັດ ແລະ ມີ…

