ລາວ ກໍາລັງດໍາເນີນການສໍາຫຼວດສາເຫດຂອງການປະລະການຮຽນໃນ 6 ແຂວງ

ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ອົງການຢູນີເຊັບ ແລະ ສະຫະພາບເອີຣົບ ປະຈໍາ ສປປ ລາວ ກໍາລັງດໍາເນີນການສໍາຫຼວດ ກ່ຽວກັບສາເຫດຂອງການປະລະການຮຽນ ສໍາລັບສົກປີສຶກສາ 2020-2021 ຢູ່ໃນ 6 ແຂວງທົ່ວປະເທດ ຄື: ແຂວງ ວຽງຈັນ,…

ຄະນະສະເພາະກິດ ເລັ່ງໃສ່ 3 ວຽກງານຫຼັກເພື່ອສະກັດກັ້ນພະຍາດໂຄວິດ-19 ຢູ່ລາວ

ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຕາງໜ້າກົມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ເມື່ອວັນທີ 4 ມັງກອນ 2021 ທີ່ຜ່ານມາວ່າ: ຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງ ພະຍາດໂຄວິດ-19 ໄດ້ເລັ່ງໃສ່ 3 ວຽກງານຕົ້ນຕໍ ເພື່ອປ້ອງກັນພະຍາດນີ້…

ລາວ ເສຍຊີວິດ 13 ຄົນ ຍ້ອນພະຍາດໄຂ້ຍຸງລາຍໃນປີ 2020

ພະຍາດໄຂ້ຍຸງລາຍ ເປັນອີກພະຍາດໜຶ່ງ ຕ້ອງໄດ້ເອົາໃຈໃສ່ ເຝົ້າລະວັງຢ່າງເຂັ້ມງວດ, ຊຶ່ງແຕ່ລະປີ ໄດ້ມີການແຜ່ລະບາດ ຢ່າງກວ້າງຂວາງໃນຂອບ​ເຂດທົ່ວປະເທດ, ສະເພາະ ປີ 2020 ຜ່ານມານີ້ ມີຍອດຜູ້ເສຍຊີວິດ 13 ຄົນ. ຮອງຫົວກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ທ່ານ ນາງ ດຣ ພອນປະເສີດ…

ເມົາແລ້ວຂັບຍັງເປັນສາເຫດຫຼັກທີ່ກໍ່ໃຫ້ເກີດອຸບັດເຫດຕາມທ້ອງຖະໜົນຢູ່ລາວ

ການເກີດອຸບັດເຫດຕາມທ້ອງຖະໜົນ ຢູ່ ສປປ ລາວ ຍັງມີທ່າອ່ຽງເພີ່ມຂຶ້ນ ຊຶ່ງສັງເກດເຫັນໄດ້ຈາກ ການທີ່ຜູ້ເສຍຊີວິດມີຈໍານວນເພີ່ມຂຶ້ນໃນ ແຕ່ ລະເດືອນເຖິງແມ່ນວ່າທາງເຈົ້າໜ້າທີ່ຈະລາຈອນຈະມີມາດຕະການຕ່າງໆເພື່ອຄວບຄຸມ ແລະ ປ້ອງກັນການເກີດອຸບັດເຫດກໍ່ຕາມ. ບັນຫາຕົ້ນຕໍ ທີ່ຍັງແກ້ບໍ່ຕົກທີ່ກໍ່ໃຫ້ເກີດອຸບັດເຫດແມ່ນເກີດ ຈາກຜູ້ຂັບຂີ່ດື່ມສິ່ງມຶນເມົາແລ້ວຂັບ, ຊຶ່ງອຸບັດເຫດສ່ວນຫຼາຍແມ່ນເກີດໃນມື້ທີ່ມີເທດສະການຕ່າງໆ ເຊັ່ນ: ງານສັງສັນ, ບຸນປະເພນີຕ່າງໆ, ງານສະຫຼອງວັນສໍາຄັນຕ່າງໆ. ອີງຕາມສະຖິຕິສົມທຽບອຸບັດເຫດໃນຂອບເຂດທົ່ວປະເທດ…

ຕາຍ 36 ຄົນຈາກອຸບັດເຫດໃນໄລຍະ 5 ວັນກ່ອນ ແລະ ຫຼັງວັນສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່

ກົມໃຫ່ຍຕໍາຫຼວດຈະລາຈອນ ແຈ້ງຕໍ່ທີມງານວຽງຈັນທາຍໃນວັນທີ 4 ມັງກອນ 2021 ວ່າ: ໃນໄລຍະ 5 ວັນ ນັບແຕ່ວັນທີ 29 ທັນວາ 2020 ຫາ 2 ມັງກອນ 2021 ຊຶ່ງເປັນໄລຍະການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ 2020 ແລະ…

ໂຄງການລັດຈໍານວນໜຶ່ງຢູ່ນະຄອນຫຼວງວຽງຈັນຍັງເຮັດບໍ່ໄດ້ດີ ແລະ ບໍ່ມີຈຸດສຸມ

ສະພາປະຊາຊົນ ນະຄອນຫຼວງວຽງຈັນ (ນວ) ແຈ້ງໃຫ້ຮູ້ວ່າ: ໃນໄລຍະ 5 ປີຜ່ານມາ ນັບແຕ່ປີ 2016-2020 ການລົງທຶນຢູ່ພາຍໃນ ນວ ຍັງພົບຈຸດອ່ອນ ແລະ ຂໍ້ຫຍຸ້ງຍາກທີ່ຈະເລ່ັງແກ້ໄຂໃນອະນາຄົດ ໂດຍພົບເຫັນໂຄງການລົງທຶນຂອງລັດຈໍານວນໜຶ່ງຍັງປະຕິບັດບໍ່ທັນໄດ້ດີ, ບໍ່ມີຈຸດສຸມ ສ່ວນໃຫ່ຍແມ່ນເລັ່ງໃສ່ໂຄງການຮີບດ່ວນເພື່ອແກ້ໄຂຄວາມຫຍຸ້ງຍາກສະເພາະໜ້າ, ຍັງມີບາງໂຄງການໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ບໍ່ປະຕິບັດໄປຕາມເປົ້າໝາຍການລົງທຶນ, ບໍ່ປະຕິບັດຕາມສັນຍາ…

ຍີ່ປຸ່ນສືບຕໍ່ຊ່ວຍເຫຼືອພັດທະນາລະບົບການສຶກສາຢູ່ລາວ

ລັດຖະບານຍີ່ປຸ່ນ ໃຫ້ການຊ່ວຍເຫຼືອລ້າ 1.415 ລ້ານເຢນ ຫຼື ປະມານ 12,46 ລ້ານໂດລາສະຫະລັດ ເພື່ອປັບປຸງສະພາບແວດລ້ອມຢູ່ໂຮງຮຽນມັດທະຍົມ 4 ແຂວງພາກກາງ ແລະ ພາກໃຕ້ຄື: ແຂວງສະຫວັນນະເຂດ, ຄໍາມ່ວນ, ສາລະວັນ ແລະ ແຂວງຈໍາປາສັກ. ໂຮງຮຽນ ທີ່ນອນໃນບູລິມະສິດເປົ້າໝາຍ…

ການລົງທຶນຢູ່ນະຄອນຫຼວງວຽງຈັນມີມູນຄ່າຫຼາຍ ກວ່າ 31.414 ຕື້ກີບ ໃນປີ 2020

ທ່ານອຸດອນ ໄຊມຸນຕີ ຮອງປະທານສະພາປະຊາຊົນນະຄອນຫຼວງວຽງຈັນ (ນວ) ໄດ້ລາຍງານທີ່ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນ ນວ ຊຸດທີ່ I ທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ວ່າ: ເຖິງແມ່ນວ່າ ນວ ຈະໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ນັບແຕ່ຕົ້ນປີ 2020 ທີ່ຜ່ານມາ ແຕ່ເມື່ອເບິ່ງສະພາບລວມຂອງການລົງທຶນພາຍໃນ ນວ ແມ່ນສາມາດປະຕິບັດໄດ້ລື່ນແຜນການ…

​ນະຄອນຫຼວງວຽງຈັນ ກຽມສ້າງ​ຖານ​ລາຍ​ຮັບ​ໃໝ່

 ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ໄດ້​ສະເໜີ​ທິດທາງ​ແຜນ​ພັດທະນາ​ເສດຖະກິດ​ ສັງຄົມ 5 ປີ​ຄັ້ງ​ທີ IX (2021-2025) ຂອງ​ນະ​ຄອນ​ຫຼວງວຽງ​ຈັນ ຕໍ່​ກອງ​ປະຊຸມ​ສະໄໝ​ສາ ມັນ​ເທື່ອ​ທີ 10 ຂອງສະພາ​ ປະຊາຊົນນະຄອນຫຼວງທີ່ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ວ່າ: ເພື່ອເປັນການສົ່ງເສີມໃຫ້ເສດຖະກິດເຕີບໂຕໃນລະດັບສະເລ່ຍ​ບໍ່​ໃຫ້​ຫຼຸດ 7-…

ລາຍຮັບຂອງປະຊາຊົນຢູ່ນະຄອນຫຼວງວຽງຈັນ ຈະ​ບັນລຸ 8.750 ໂດ​ລາ/ຄົນ/ປີ ນັບແຕ່ປີ 2021

ໃນແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ 5 ປີ​ຕໍ່ໜ້າ (2021-2025), ນະຄອນຫຼວງ​ວຽງ​ຈັນ (ນວ) ໄດ້​ວາງ​ມາດ​ຕະການ​ລວມ​ໂດຍ​ເນັ້ນ​ໃສ່ສົ່ງເສີມ​ຄວາມ​ຍືນ​ຍົງ ແລະ ຄວາມຫຼາກ​ຫຼາຍ​ຂອງ​ເສດຖະກິດ ແລະ ນຳ​ໃຊ້​ເສດຖະກິດ​ຫຼາຍ​ພາກສ່ວນ​ເຂົ້າ​ໃນ​ການ​ພັດທະນາ ເພື່ອຮັບປະກັນ​ການ​ຂະຫຍາຍຕົວ​ຂອງ​ເສດຖະກິດ​ໃຫ້​ໝັ້ນ​ທ່ຽງ ແລະ ທັງ​ສູ້​ຊົນ​ໃຫ້​ເສດຖະກິດ​ເຕີບ​ໂຕ​ໃນ​ອັດຕາ​ສະເລ່ຍ​ບໍ່​ໃຫ້​ຫຼຸດ 7- 8% ຕໍ່​ປີ, ລວມ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ​ຄາດ​ວ່າ​ຈະ​ບັນລຸ 356.600 ຕື້​ກີບ…