ແຮງງານລາວຈາກຕ່າງປະເທດທີ່ລັກລອບເຂົ້າແຂວງຫຼວງພະບາງແບບຜິດ ກົດໝາຍຈະຖືກປະຕິບັດວິໄນໝົດທຸກຄົນ

ທ່ານ ວົງສະຫວັນ ເທບພະຈັນ ຮອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ແຂວງຫຼວງພະບາງ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ ເຖິງບັນດາເຈົ້າເມືອງ 11 ຕົວເມືອງພາຍໃນແຂວງໃຫ້ເພີ່ມທະວີມາດຕະການກວດກາຄົນເຂົ້າ-ອອກ ໂດຍສະເພາະແຮງງານລາວຈາກຕ່າງປະເທດທີ່ອາດຈະມີການລັກລອບເຂົ້າແຂວງຫຼວງພະບາງແບບຜິດກົດໝາຍໂດຍບໍ່ໄດ້ຜ່ານດ່ານ ຊຶ່ງຖ້າພົບເຫັນໃຫ້ໃສ່ວິໄນໝົດທຸກຄົນ ເປັນຕົ້ນແມ່ນຕ້ອງໄດ້ຈ່າຍຄ່າກວດຫາເຊື້ອພະຍາດໂຄວິດ-19 ເປັນມູນຄ່າ 1,2…

ແຂວງໄຊສົມບູນ ເຊັນບົດບັນທຶກສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກແຮ່ຄໍາ ແລະ ແຮ່ຕິດພັນ

ອົງການປົກຄອງແຂວງໄຊສົມບູນ ກັບ ບໍລິສັດ ວຽງວອນ ຈໍາກັດຜູ້ດຽວ ແລະ ບໍລິສັດ ຄໍາຮຸ່ງລາວ ມີເນີໂລ ຈໍາກັດຜູ້ດຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການຊອກຄົ້ນ, ສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກແຮ່ຄໍາ ແລະ ແຮ່ຕິດພັນ ຢູ່ເຂດບ້ານນໍ້າຍອນ, ເມືອງອານຸວົງ ແລະ…

ສປປ ລາວມີເນື້ອທີ່ປູກພຶດກະສິກໍາຈໍານວນຫຼາຍ ແຕ່ຍັງນຳເຂົ້າສິນຄ້າກະສິກໍາຈາກຕ່າງປະເທດ

ສປປ ລາວຍັງນໍາເຂົ້າສິນຄ້າກະສິກໍາຈາກຕ່າງປະ ເທດເປັນຈໍານວນຫຼາຍໃນແຕ່ລະປີໂດຍ ສະເພາະ ຈາກປະເທດໄທ, ຫວຽດນາມ ແລະ ສປ ຈີນ ທັງທີ່ປະເທດລາວມີເນື້ອທີ່ປູກພຶດ ກະສິກໍາເປັນ ຈໍານວນຫຼວງຫຼາຍ. ທ່ານ ອຸດອນ ໄຊມຸນຕີ ຮອງປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນໄດ້ກ່າວກ່ຽວກັບເລື່ອງນີ້ວ່າ: ການທີ່ ສປປ ລາວເຮົາ…

1,9 ລ້ານກວ່າຄົນແລ້ວທີ່ເສຍຊີວິດຈາກພະຍາດ ໂຄວິດ-19 ໃນທົ່ວໂລກ

ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ທົ່ວໂລກຍັງໜ້າເປັນຫ່ວງ ແລະ ບໍ່ຮູ້ວ່າມື້ໃດຈະສາມາດຢັບຢັ້ງພະຍາດນີ້ໄດ້ ເພາະຮອດປັດຈຸບັນນີ້ຍັງບໍ່ມີວັກຊິນຊະນິດໃດທີ່ສາມາດຢັບຢັ້ງພະຍາດນີ້ໄດ້ ເທື່ອ ແລະ ຍັງບໍ່ມີວັກຊິນຊະນິດໃດທີ່ໄດ້ຖືກຮັບຮອງດ້ານຄຸນນະພາບ ແລະ ປະສິດທິພາບໃນການຢັບຢັ້ງພະຍາດນີ້ຈາກອົງການອະນາໄມໂລກ. ມາຮອດວັນທີ 10 ມັງກອນ 2021 ທົ່ວໂລກມີຜູ້ເສຍຊີວິດແລ້ວ 1.930.250 ຄົນຍ້ອນພະຍາດນີ້ ແລະ ມີຜູ້ຕິດເຊື້ອເກືອບ 90…

ພູເບ້ຍຈະກາຍເປັນແຫຼ່ງທ່ອງທ່ຽວທີ່ເປັນໃບໜ້າໃໝ່ຂອງປະເທດລາວ

ກຸ່ມບໍລິສັດ ຄໍາໄພ ຊະນະຈໍາກັດຜູ້ດຽວກຽມເງິນລົງທຶນ 500 ລ້ານໂດລາ ເພື່ອພັດທະນາການທ່ອງທ່ຽວແບບຍືນຍົງຢູ່ຈອມພູເບ້ຍ ເມືອງອານຸວົງ ແຂວງໄຊສົມບູນ ພາຍໃຕ້ໂຄງການສະຫວັນທະເລໝອກພູເບ້ຍ ຫຼື ໂຄງການອະນຸລັກສົ່ງເສີມການທ່ອງທ່ຽວພູເບ້ຍແບບຍືນຍົງ, ພາຍຫຼັງທີ່ໄດ້ຮັບອະນຸຍາດສໍາປະທານເຂດດັ່ງກ່າວຈາກລັດຖະບານເມື່ອບໍ່ດົນມານີ້ ເປັນເວລາ 99 ປີ ຊຶ່ງຈະພັດທະນາໃຫ້ກາຍກາຍເປັນແຫຼ່ງທ່ອງທ່ຽວທີ່ເປັນໃບໜ້າໃໝ່ຂອງປະເທດລາວ. ໂຄງການດັ່ງກ່າວນີ້, ກຸ່ມບໍລິສັດ ຄໍາໄພ ຈະເນັ້ນປົກປັກຮັກສາສິ່ງທີ່ມີຢູ່ແລ້ວໃຫ້ມີຄວາມຫຼາກຫຼາຍກິດຈະກໍາໂດຍມີສ່ວນຮ່ວມຂອງປະຊາຊົນທ້ອງຖິ່ນເປັນຕົ້ນແມ່ນການປົກປັກຮັກສາຕົ້ນໄມ້ຂຸນ,…

ແຮງງານລາວ 17 ຄົນທີ່ເຮັດວຽກຢູ່ ໄທລັກລອບເດີນທາງເຂົ້າແຂວງໄຊຍະບູລີ

ອໍານາດການປົກຄອງແຂວງໄຊຍະບູລີ ແຈ້ງໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ເຈົ້າໜ້າທີ່ລາດຕະເວນຊາຍແດນໄດ້ກວດພົບແຮງງານລາວທີ່ເຮັດວຽກຢູ່ປະເທດໄທລັກລອບເຂົ້າມາແຂວງໄຊຍະບູລີ ຫຼື ກັບຄືນມາປະເທດລາວເຂົ້າມາເມືອງຊຽງຮ່ອນ 16 ຄົນ ແລະ ເມືອງໄຊສະຖານ 1 ຄົນ ເມື່ອວັນພຸດທີ່ຜ່ານມາ ແລະ ຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ນຳໄປສຶກສາອົບຮົມ ແລະ ຈໍາກັດບໍລິເວນແລ້ວ.…

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ຈະຈັດຂຶ້ນໃນມໍ່ໆນີ້

ສໍານັກງານອົງການຈັດຕັ້ງລັດ, ເອກະຊົນ, ໂຮງງານ, ບໍລິສັດໄດ້ສ້າງຂະບວນການຕ້ອນຮັບກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 13-15 ມັງກອນ 2021 ທີ່ນະຄອນຫຼວງວຽງຈັນ ໂດຍການປະດັບປະດາດອກໄມ້, ດອກໄຟ, ທຸງຊາດ, ທຸງພັກ, ທຸງທິວ ຢູ່ຕາມຈຸດຕ່າງໆ ແລະ ມີການຕິດປ້າຍຄໍາຂວັນຂ້າມທາງຖະໜົນໄກສອນ ພົມວິຫານ,…

ຜູ້ຂຶ້ນໃຊ້ບໍລິການທາງດ່ວນວຽງຈັນ-ວັງວຽງ ຖ້າຖືກປັບໃໝແບບບໍ່ຍຸດຕິທໍາສາມາດຂຽນຄຳຮ້ອງທຸກໄປຫາກະຊວງໂຍທາທິການ ແລະ ຂົນສົ່ງ

ເຈົ້າໜ້າທີ່ກະຊວງໂຍທາທິການ ແລະ ຂົນສົ່ງ (ບໍ່ປະສົງອອກນາມ) ໄດ້ແນະນຳໃຫ້ປະຊາຊົນຜູ້ທີ່ຖືກປັບໃໝ ສຳລັບການກະທຳຜິດຕາມເສັ້ນທາງດ່ວນວຽງຈັນ – ວັງວຽງ ສາມາດສົ່ງຄຳຮ້ອງທຸກໄປຫາກະຊວງໂຍທາທິການ ແລະ ຂົນສົ່ງເພື່ອກວດກາ ແລະ ແກ້ໄຂ. ດັ່ງທີ່ເຫດການຜູ້ຂັບລົດບັນທຸກສິນຄ້າຄັນໜຶ່ງໄດ້ໄປຕຳເອົາຂອບທາງທີ່ເປັນຄອນກຣີດຈຸດປະຕູໂຂງເມືອງໂພນໂຮງ ແຂວງວຽງຈັນ ແລະ ຖືກປັບໃໝ 5 ລ້ານກີບຍ້ອນຄວາມເສຍຫ າຍທີ່ເກີດຂຶ້ນທັງທີ່ສິ່ງກີດຂວາງນັ້ນມີຄວາມເສຍຫາຍບໍ່ຫຼາຍ.…

ແຮງງານລາວຈາກໄທ 13 ຄົນ ລັກລອບຂ້າມແມ່ນໍ້າຂອງເຂົ້າເມືອງສັງທອງ

ທ່ານ ພັທ ສີວິໄລ ພູມນະໄຊ ຫົວໜ້າກອງບັນຊາການ ປກສ ເມືອງສັງທອງ ນະຄອນຫຼວງວຽງຈັນ ແຈ້ງໃຫ້ຮູ້ເມື່ອວັນທີ 6 ມັງກອນ 2021 ທີ່ຜ່ານມາວ່າ: ພາຍຫຼັງທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ປະເທດໄທ, ອໍານາດການປົກຄອງເມືອງສັງທອງໄດ້ແຕ່ງຕັ້ງຄະນະສະເພາະກິດຕ້ານ, ສະກັດກັ້ນ ແລະ ປ້ອງກັນພະຍາດໂຄວິດ-19 ເພື່ອປ້ອງກັນເວນຍາມຕາມແຄມຝັ່ງແມ່ນໍ້າຂອງເພື່ອປ້ອງກັນ…

ເຂດເມືອງໄຊທານີ, ໄຊເສດຖາ ແລະ ຈັນທະບູລີ ໃຫ້ໂຕ່ງນ້ຳປະປາໄວ້ກ່ອນ ລ່ວງ ໜ້າເພື່ອ ໄວ້ໃຊ້ໃນວັນທີ 10 ມັງກອນ 2021

ລັດວິສາຫະກິດ ນ້ຳປະປາ ນະຄອນຫຼວງວຽງຈັນ ໄດ້ອອກແຈ້ງການມື້ນີ້ ວ່າ: ແຮງດັນນ້ຳປະປາ ຈະບໍ່ເປັນປົກກະຕິ ແລະ ບໍ່ພຽງພໍຕໍ່ການນໍ້າໃຊ້ນໍ້າປະປາ ໃນວັນທີ 10 ມັງກອນ 2021 ນີ້, ຍ້ອນວ່າ ຈະມີການມອດໄຟຟ້າ ເພື່ອສ້ອມແປງລະບົບ ສາຍໄຟຟ້າຢູ່ເມືອງໄຊທານີ, ຊຶ່ງຈະສົ່ງຜົນກະທົບ ຕໍ່ແຮງດັນຂອງນ້ຳປະປາ…