ລັດຖະບານຍີ່ປຸ່ນສືບຕໍ່ຊ່ວຍເຫຼືອດ້ານສາທາລະນະສຸກ, ການສຶກສາ ແລະ ການພັດທະນາພື້ນຖານໂຄງລ່າງຢູ່ລາວ

ລັດຖະບານຍີ່ປຸ່ນ ໄດ້ສະໜອງທຶນຊ່ວຍເຫຼືອລ້າ ໃຫ້ແກ່ ສປປ ລາວ ຈຳນວນ 403.768 ໂດລາສະຫະລັດ ໃຫ້ໂຄງການດ້ານສາທາລະນະສຸກ 2 ໂຄງການ ຢູ່ ແຂວງຫຼວງພະບາງ ກ່ຽວກັບໂຄງການກໍ່ສ້າງສູນສຸຂະພາບຢູ່ ໂນນສະຫວັນ ແຂວງຫຼວງພະບາງ ແລະ ນະຄອນຫຼວງວຽງຈັນກ່ຽວກັບການຈັດຫາອຸປະກອນຕ່າງໆ ເປັນຕົ້ນ: ຕູ້ແຊ່ແຂງເລືອດ…

ສປຊ ມອບອຸປະກອນເຄື່ອງສົ່ງວິທະຍຸ FM ແນໃສ່ເຜີຍແຜ່ຂໍ້ມູນຂ່າວສານຢູ່ເຂດຫ່າງໄກສອກຫຼີກ ໃນລາວ 

ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈຳ ສປປ ລາວ (ສປຊ) ມອບອຸປະກອນເຄື່ອງສົ່ງວິທະຍຸ FM, ເຄື່ອງສະຕູດີໂອ ແລະ ເຄື່ອງອີເລັກໂຕຣນິກ ໃຫ້ແກ່ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ), ເພື່ອນໍາໄປຕິດຕັ້ງໃຫ້ແກ່ສະຖານີວິທະຍຸຊຸມຊົນຢູ່ເມືອງ ມະຫາໄຊ ແຂວງ ຄຳມ່ວນ…

ກຸ່ມສ່ຽງກ່ຽວກັບພະຍາດໂຄວິດ-19 ຈະໄດ້ຮັບຢາວັກຊີນໃນເດືອນເມສາ 2021 ນີ້

ທ່ານ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກໄດ້ກ່າວຕໍ່ທີມງານວຽງຈັນທາຍເມື່ອວັນທີ 22 ທັນວາ 2020 ທີ່ຜ່ານມາ ວ່າ, ກ່ຽວກັບຢາວັກຊີນຕ້ານພະຍາດໂຄວິດ-19 ທີ່ໄດ້ຮັບການຊ່ວຍເຫຼືອຈາກຕ່າງປະເທດຈະມາຮອດລາວໃນເດືອນເມສາ 2021 ນີ້ ຊຶ່ງຈໍານວນຢາດັ່ງກ່າວແມ່ນຈະໃຊ້ສັກປ້ອງກັນພະຍາດໂຄວິດ-19 ໃຫ້ກັບກຸ່ມສ່ຽງທີ່ເປັນແຖວໜ້າທີ່ມີຄວາມສ່ຽງສູງທີ່ຈະຕິດພະຍາດນີ້ໂດຍກົງເຊັ່ນ: ແພດໝໍ, ເຈົ້າໜ້າທີ່ຢູ່ປະຈໍາຕ່າງໆ, ຄະນະສະເພາະກິດທີ່ເຮັດວຽກກ່ຽວກັບພະຍາດນີ້ ຊຶ່ງໂດຍລວມແລ້ວຢາວັກຊີນທີ່ລາວຈະໄດ້ຮັບໃນເດືອນເມສານີ້…

ນາຍົກສັ່ງໂຈະບັນດາພົນລະເມືອງປະເທດທີ່ມີການແຜ່ລະບາດພະຍາດໂຄວິດ-19 ໃນຊຸມຊົນເຂົ້າປະເທດ

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຖະແຫຼງການດ່ວນໃນຕອນເຊົ້າຂອງມື້ວັນທີ 22 ທັນວາ 2020 ກ່ຽວກັບພະຍາດໂຄວິດ-19 ໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ: ພໍ່ແມ່ພີ່ນ້ອງຊາວລາວທີ່ເຄົາລົບ ແລະ ຮັກແພງທັງຫຼາຍມື້ນີ້ພວກເຮົາໄດ້ຢືນຢູ່ຕໍ່ໜ້າຄວາມທ້າທາຍຈາກພະຍາດໂຄວິດ-19 ໃນທົ່ວໂລກກໍ່ຄືປະເທດຂອງພວກເຮົາ ຂ້າພະເຈົ້າມີຄວາມຈໍາເປັນທີ່ຕ້ອງໄດ້ອອກມາພົບປະກັບພີ່ນ້ອງຊາວລາວ ໂດຍສື່ສານຜ່ານສື່ມວນຊົນເພື່ອສື່ສານກັບພີ່ນ້ອງຊາວລາວໃນຂອບເຂດທົ່ວປະເທດໃຫ້ຊາບທົ່ວເຖິງກັນກ່ຽວກັບການໃຫ້ການຮ່ວມມືກັບລັດຖະບານ ແລະ ໜ່ວຍງານທີ່ກ່ຽວຂ້ອງ ກ່ຽວກັບບັນຫາປ້ອງກັນ,…

ຜູ້ສັນຈອນທາງດ່ວນວຽງຈັນ-ວັງວຽງຍັງມີຄວາມກັງວົນກ່ຽວກັບຄວາມປອດໄພ

ທາງດ່ວນວຽງຈັນ-ວັງວຽງໄດ້ມີພິທີເປີດນໍາໃຊ້ຢ່າງເປັນທາງການເມື່ອວັນທີ 20 ທັນວາ 2020 ທີ່ຜ່ານມາ ແລະ ເປີດໃຫ້ໃຊ້ບໍລິການຟຣີເປັນເວລາ 3 ວັນນັບແຕ່ວັນທີ 21-23 ທັນວາ 2020 ຫຼື ມື້ອື່ນວັນພຸດເປັນມື້ສຸດທ້າຍ ກ່ອນທີ່ຈະມີການເກັບເງິນ ເພື່ອເປັນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45…

ສະຫວັນນະເຂດສຸມໃສ່ປັບປຸງພື້ນຖານໂຄງລ່າງ

ໂຄງການກໍ່ສ້າງຕ້ານເຈື່ອນແຄມນ້ຳຂອງ ແລະ ໂຄງການກໍ່ສ້າງຮ່ອງລະບາຍນ້ຳເປື້ອນຫ້ວຍ ລົງກົງ ແຂວງສະຫວັນນະເຂດ ຈະເປັນໃບໜ້າໃໝ່ເພື່ອເຮັດໃຫ້ນະຄອນໄກສອນ ພົມວິຫານ ມີຄວາມສະອາດງາມຕາ ແລະ ທັງເປັນການດຶງດູດນັກທ່ອງທ່ຽວ ໂດຍໄດ້ມີພິທີມອບ-ຮັບ ແລະ ເປີດນຳໃຊ້ ຢ່າງເປັນທາງການ ເມື່ອບໍ່ດົນມານີ້ ທີ່ ບໍລິເວນແຄມຂອງນະຄອນໄກສອນ ພົມວິຫານ. ທ່ານ ສັນຕິພາບ…

ຈອມພູເບ້ຍ ສູງອັນດັບໜຶ່ງໃນລາວ ກາຍເປັນແຫຼ່ງທ່ອງທ່ຽວ ສວຍງາມຕາມທຳມະຊາດ

ຈອມພູເບ້ຍ ເປັນຈອມພູສູງທີ່ສຸດໃນສປປ ລາວ ດ້ວຍຄວາມສູງ 2.820 ແມັດ ຈາກລະດັບໜ້ານໍ້າທະເລ, ຊຶ່ງໄດ້ຮັບການຂະໜານນາມວ່າ, ຫຼັງຄາຂອງປະເທດລາວ, ໂດຍສະເພາະຈຸດເດັ່ນທີ່ສຳຄັນຂອງພູເບ້ຍ ກໍຄືຕົ້ນດອກກຸຫຼາບລ້ານປີ ທີ່ເກີດແຊມຊອນເທິງຈອມພູ ຢ່າງສວຍງາມຕາມທຳມະຊາດ ທ່າມກາງມ່ານໝອກປົກຄຸມຕະຫຼອດເວລາ ເຮັດໃຫ້ບັນຍາກາດອ້ອມຮອບມີຄວາມອະລັງການ ແລະ ທົ່ວບໍລີເວນນັ້ນໜາວເຢັນຕະຫຼອດປີ. ເມື່ອບໍ່ດົນມານີ້, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ,…

ລັດຈະຫັນດິນເປັນທຶນ

ລັດຖະບານລາວ ຈະຫັນດິນເປັນທຶນ ຫຼື ຈະຂາຍດິນໃນເຂດສະຫງວນສອງຟາກຂ້າງຖະໜົນ 450 ປີ ທີ່ມີການສະຫງວນໄວ້ເບື້ອງລະ 50 ແມັດ ຊຶ່ງມີຈຳນວນ 93 ຕອນ ລວມ ເນື້ອທີ່ 283.500 ຕາແມັດ ເພື່ອນຳເງິນມາຊຳລະທະນາຄານແຫ່ງ ສປປ ລາວ ແລະ…

ລາວເລີ່ມມີຄວາມສ່ຽງສູງທີ່ຈະເກີດການແຜ່ລະບາດຂອງພະຍາດໂຄວິດ-19

ຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ມີຄວາມກັງວົນກ່ຽວກັບການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ອາດຈະເກີດຂຶ້ນຮອບ 2 ຢູ່ພາຍໃນປະເທດຍ້ອນວ່າບັນດາປະເທດອ້ອມຂ້າງ ຫຼື ປະເທດທີ່ມີຊາຍແດນຕິດກັບລາວຍັງມີການແຜ່ລະບາດຂອງພະຍາດນີ້ຢູ່ ແລະ ບາງປະເທດກໍ່ພົບການລະບາດຮອບໃໝ່ຊຶ່ງມີຜູ້ຕິດເຊື້ອພະຍາດນີ້ຫຼາຍກວ່າ 500 ຄົນພາຍໃນວັນດຽວໂດຍສ່ວນຫຼາຍແມ່ນແຮງງານ.  ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກໄດ້ຖະແຫຼງຂ່າວ…

ຄ່າໃຊ້ບໍລິການທາງດ່ວນແມ່ນ 8.000 ກີບຕໍ່ດ່ານ

ອີງຕາມຂໍ້ມູນຈາກບໍລິສັດຮ່ວມທຶນພັດທະນາລາວ-ຈີນຈໍາກັດ ຊຶ່ງເປັນບໍລິສັດລົງທຶນກ່ຽວກັບການກໍ່ສ້າງທາງດ່ວນວຽງຈັນ-ວັງວຽງໃຫ້ຮູ້ວ່າ: ການເກັບຄ່າບໍລິການຜ່ານທາງດ່ວນດັ່ງກ່າວແມ່ນ 8.000 ກີບຕໍ່ດ່ານ ຊຶ່ງລວມມີ 8 ດ່ານ (ລວມໄປກັບ 16 ດ່ານ) ນັບແຕ່ນະຄອນຫຼວງວຽງຈັນ ຫາ ເມືອງວັງວຽງ ແຂວງວຽງຈັນ. ທາງດ່ວນວຽງຈັນ ຫາ ເມືອງວັງວຽງນີ້ມີຈຸດເລີ່ມຕົ້ນທີ່ສາມແຍກສີເກີດເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ຜ່ານເມືອງໂພນໂຮງ,…