ປະຊາຊົນພາກກາງ ແລະ ພາກໃຕ້ກຽມຮັບມືກັບພະຍຸໄຕ້ຝຸ່ນໂມລະເວ ນັບແຕ່ຕອນແລງຂອງວັນທີ 28 ຫາຕອນເຊົ້າຂອງວັນທີ 29 ຕຸລານີ້

ປະຊາຊົນເຂດພາກກາງ ແລະ ພາກໃຕ້ ປະກອບມີແຂວງບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື ກຽມຮັບມືກັບພະຍຸໄຕ້ຝຸ່ນ ໂມລະເວ (TY Molave) ຫົວທີ 18 ທີ່ຈະເຄື່ອນຂຶ້ນຝັ່ງທາງພາກກາງຂອງ ສສ ຫວຽດນາມໃນຕອນເຊົ້າຂອງວັນທີ…

ຈະໃຊ້ກໍາລັງເຈົ້າໜ້າທີ່ 1.170 ຄົນເພື່ອຮັກສາຄວາມເປັນລະບຽບ ແລະ ປ້ອງ ກັນຄວາມສະຫງົບ ທີ່ບຸນນະມັດສະການພະທາດຫລວງ

 ກອງ​ບັນຊາ​ການ ປກສ ນະຄອນຫຼວງ ​ວຽງ​ຈັນກຽມກຳລັງ​ອ້າຍນ້ອງເຈົ້າໜ້າທີ່ຕໍາຫຼວດ ແລະ ທະຫານ 1.170 ຄົນ ເພື່ອປ້ອງກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບໃນງານບຸນນະມັດສະການພະທາດຫລວງ ປີ 2020, ໃນໄລຍະ 3 ວັນ ນັບແຕ່ວັນທີ 29-31 ຕຸລານີ້. ກໍາລັງດັ່ງກ່າວຈະແບ່ງອອກເປັນ…

ລັດເປີດບາງດ່ານປະເພນີ ແລະ ດ່ານທ້ອງຖິ່ນທີ່ຈໍາເປັນໃນການສົ່ງອອກ ແລະ ນໍາເຂົ້າສິນຄ້າ

ລັດຖະບານ ສປປ ລາວ ອະນຸຍາດເມື່ອບໍ່ດົນມານີ້ກ່ຽວກັບການເປີດດ່ານປະເພນີບາງດ່ານທີ່ຈໍາເປັນໃນການສົ່ງອອກ ແລະ ນໍາເຂົ້າສິນຄ້າ ເພື່ອເປັນການສົ່ງເສີມເສດຖະກິດພາຍໃນ ແລະ ທັງເປັນການສ້າງລາຍຮັບໃຫ້ແກ່ປະເທດ ໃນໄລຍະທີ່ ໄດ້ຮັບຜົນກະທົບຈາກພະຍາດໂຄວິດ -19. ດ່ານທີ່ອະນຸຍາດໃຫ້ເປີດປະກອບມີ: ດ່ານປະເພນີ ໜອງມ້າ ເມືອງບົວລະພາ ແຂວງຄໍາມ່ວນ, ດ່ານບ້ານວັງ ເມືອງມື່ນ ແຂວງວຽງຈັນ,…

ກອງປະຊຸມໃຫຍ່ອົງຄະນະພັກແຂວງໄຊ ສົມບູນຄັດເລືອກເອົາສະຫາຍ ພົຕ ຄຳລຽງ ອຸທະໄກສອນ ເປັນເລຂາຄະນະບໍລິຫານງານພັກແຂວງໄຊສົມບູນ ຊຸດໃໝ່

ການປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກແຂວງ ຊຸດໃໝ່ ໃນກອງປະຊຸມໃຫຍ່ ອົງຄະນະພັກແຂວງໄຊສົມບູນ ຄັ້ງທີ I ທີ່ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້ ຢູ່ສະໂມສອນເມືອງອານຸວົງ, ຊຶ່ງຜົນການປ່ອນບັດຄັດເລືອກປະກົດວ່າ ສະຫາຍ ພົຕ ຄຳລຽງ ອຸທະໄກສອນ ເປັນເລຂາຄະນະບໍລິຫານງານພັກແຂວງຊຸດໃໝ່, ສະຫາຍ ພອຍຄຳ ຮຸ່ງບຸນຍວງ ແລະ ສະຫາຍ…

40 ບ້ານເມືອງຊົນບູລີ ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມ

ກອງເລຂາຕ້ານໄພພິບັດເມືອງ ຊົນບູລີໄດ້ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ສະພາບນໍ້າຖ້ວມຢູ່ເມືອງຊົນບູລີ ຮອດປັດຈຸບັນນໍ້າໄດ້ບົກແຫ້ງລົງແດ່ແລ້ວ ແຕ່ກໍຍັງໄດ້ເຝົ້າລະວັງຢູ່ ຊຶ່ງບ້ານທີ່ໄດ້ຮັບຜົນກະທົບມີທັງໝົດ 40 ບ້ານ, ມີ 3.668 ຫຼັງຄາ, ມີພົນລະເມືອງ 24.450 ຄົນ, ເນື້ອທີ່ນາຖືກນ້ຳຖ້ວມ 5.735 ເຮັກຕາ, ສວນພືດຜັກຖືກຖ້ວມ 176 ເຮັກຕາ,…

ທະຫານຊາຍແດນ 323 ແຂວງສະຫວັນນະເຂດ ຢຶດຢາໄອ໌ສໄດ້ຈຳນວນ 12 ກິໂລ

ທະຫານລາດຕະເວນຊາຍແດນ 323 ກອງບັນຊາການທະຫານແຂວງສະຫວັນນະເຂດໄດ້ ຢຶດຢາໄອ໌ສໄດ້ ຈຳນວນ 12 ກິໂລ ເມື່ອບໍ່ດົນມານີ້ໃນເວລາອອກລາດຕະເວນຕາມຊາຍແດນ (19 ໂມງ30 ນາທີ) ຢູ່ ບ້ານຫີນນໍ້າອ້ອຍ ເມືອງໄຊບູລີ ແຂວງສະຫວັນນະເຂດ ສ່ວນຜູ້ ຄ້າ-ຂາຍ ຫຼື ເຈົ້າຂອງຢາເສບຕິດດັ່ງກ່າວ ແມ່ນສາມາດຫຼົບໜີໄປໄດ້. ສະພາບຢາເສບຕິດຢູ່ແຂວງສະຫວັນນະເຂດເປັນປະກົດການຫຍໍ້ທໍ້ໜຶ່ງທີ່ສົ່ງຜົນກະທົບໂດຍກົງຕໍ່ສັງຄົມຢູ່ແຂວງ…

ນໍ້າເຊບັງຫຽງຍັງສືບຕໍ່ຍື່ງຂຶ້ນຖ້ວມ 23 ບ້ານຢູ່ເມືອງສອງຄອນ

ສະພາບໄພນ້ຳຖ້ວມຢູ່ ເມືອງສອງຄອນ ແຂວງສະຫວັນນະເຂດຮອດມື້ເຊົ້ານີ້ວັນທີ 24 ຕຸລາ, ນໍ້າເຊບັງຫຽງຍັງສືບຕໍ່ຍຶ່ງຂຶ້ນຖ້ວມ 23 ບ້ານ ລວມມີ 2.428 ຄອບຄົວ, ພົນລະ ເມືອງ 14.400 ຄົນ ທີ່ໄດ້ຮັບຜົນກະທົບ. ນອກນັ້ນຍັງມີເນື້ອທີ່ນາ ເກືອບ 5.000 ເຮັກຕາ…

ນາຍົກລົງຢ້ຽມຢາມ, ມອບເງິນສົດ ແລະ ມອບເຄື່ອງບັນເທົາທຸກຊ່ວຍຜູ້ປະສົບໄພນໍ້າຖ້ວມຢູ່ແຂວງສະຫວັນນະເຂດ

ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະໄດ້ລົງຢ້ຽມຢາມຜູ້ປະສົບໄພນໍ້າຖ້ວມຢູ່ແຂວງສະຫວັນນະເຂດ ໃນມື້ວັນທີ 23 ຕຸລາທີ່ຜ່ານມາ ເພື່ອຕິດຕາມສະພາບນໍ້າຖ້ວມ ແລະ ຕິດຕາມວິຖີຊີວິດຂອງຜູ້ປະສົບໄພຢູ່ຕາມບ້ານ ແລະ ຕາມສູນພັກພິງຊົ່ວຄາວ. ເນື່ອງໃນໂອກາດດັ່ງກ່າວ, ທ່ານທອງລຸນ ສີສຸລິດ ໄດ້ມອບເງິນສົດຈໍານວນ 500…

ຜູ້ປະກອບການດ້ານການທ່ອງທ່ຽວຮຽກຮ້ອງໃຫ້ພາກ ສ່ວນກ່ຽວຂ້ອງຊ່ວຍເຫຼືອ

ຜູ້ປະກອບການໃນຂະແໜງການທ່ອງທ່ຽວແຂວງຈຳປາສັກຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ມີນະໂຍບາຍພິເສດເພື່ອຊ່ວຍເຫຼືອຜູ້ປະກອບການດ້ານການທ່ອງທ່ຽວ ທີ່ໄດ້ຮັບຜົນກະທົບໂດຍກົງຈາກການລະບາດຂອງພະຍາດໂຄວິດ-19. ຜູ້ສໍາປະທານ ນ້ຳຕົກຕາດເຍືອງ ທ່ານ ນາງ ສອນທິດາ ອຸນາພົມ ໄດ້ໃຫ້ສໍາພາດຕໍ່ທີມງານໜັງສືພິມວຽງຈັນທາຍເມື່ອບໍ່ດົນມານີ້ວ່າ: ຂະແໜງການທ່ອງທ່ຽວໃນແຂວງຈຳປາສັກ ແລະ ທົ່ວປະເທດ ລ້ວນແຕ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ-19. ສະເພາະນໍ້າຕົກຕາດເຍືອງ ກໍ່ແມ່ນໜຶ່ງໃນຫຼາຍສະຖານທີ່ທ່ອງທ່ຽວທີ່ໄດ້ຮັບ ຜົນກະທົບອັນໜັກໜ່ວງຈາກພະຍາດດັ່ງກ່າວ ເນື່ອງຈາກວ່າຈຳນວນນັກທ່ອງທ່ຽວ ແມ່ນຫຼຸດ…

ຝຣັ່ງ ສະໜັບສະໜູນການສ້າງ ຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຊາວໜຸ່ມ ຢູ່ ສປປ ລາວ

ສະຖານທູດຝຣັ່ງ ປະຈໍາ ສປປ ລາວ ສະໜັບສະໜູນ 5 ອົງການຈັດຕັ້ງທາງສັງຄົມຂອງລາວ ທີ່ສຸມໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແລະ ຊາວໜຸ່ມ ແລະ ບັນຫາບົດບາດຍິງ-ຊາຍ ຢູ່ ສປປ ລາວ, ໃນວັນທີ 22 ຕຸລາ 2020 ທີ່ເຮືອນພັກທູດຝຣັ່ງ,…