ການກໍ່ສ້າງ ມະຫາວິທະຍາໄລວິທະຍາ ເຂດໜອງຜືຈະສໍາເລັດໃນປີ 2022

ກະຊວງສຶກສາທິການ ແລະ ກິລາ ໄດ້ຈັດພິທີວາງສີລາລືກໂຄງການກໍ່ສ້າງ ມະຫາວິທະຍາໄລວິທະຍາ ເຂດໜອງຜື ແຂວງສະຫວັນນະເຂດເມື່ອບໍ່ດົນມານີ້ ຊຶ່ງໂຄງການດັ່ງກ່າວມີມູນຄ່າການກໍ່ສ້າງຫຼາຍກວ່າ 6 ລ້ານໂດລາ, ໄດ້ຮັບການຊ່ວຍເຫຼືອລ້າ ຈາກທະນາຄານພັດທະນາອາຊີ ແລະ ຈະສຳເລັດໃນປີ 2022,ໂດຍການ ເຂົ້າຮ່ວມຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ທ່ານ ນາງ…

ບໍລິການຊຳລະຄ່າທຳ​ນຽມປະກັນໄພ ຜ່ານລະບົບ ຢູ່ມັນນີ ຈະເປັນຊ່ອງ​ທາງ​ການ​ຊຳ​ລະ​ເງິນ​ຮູບ​ແບບ​ໃໝ່

ບໍລິສັດພຣູເດັນໂຊ​ລ໌ ປະກັນໄພຊີວິດ ຮ່ວມມືກັບ ບໍລິສັດສະຕາຟິນເທັກ ກ່ຽວກັບການໃຫ້ບໍລິການຊຳລະຄ່າທຳ​ນຽມປະກັນໄພ  ຜ່ານລະບົບ ຢູ່ມັນນີ ຊຶ່ງ​ເປັນ​ການພັດ​ທະ​ນາ​ຊ່ອງ​ທາງ​ການ​ຊຳ​ລະ​ເງິນ​ຮູບ​ແບບ​ໃໝ່ ໂດຍ​ສະ​ເພາະການ​ຈ່າຍຄ່າທຳ​ນຽມປະກັນໄພຊີວິດ, ເປັນການ​ເສີມ​ຂະ​ຫຍາຍ​ຄຸນ​ນະ​ພາບ​ການ​ໃຫ້ບໍ​ລິ​ການ ​​ແລະ ເ​ພື່ອອຳ​ນວຍ​ຄ​ວາ​ມ​ສະ​ດວກສະບາຍໃຫ້ແກ່ລູກຄ້າທັງສອງຝ່າຍ. ພິທີເຊັນສັນຍາໃນການຮ່ວມມືດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ 30 ທັນວາ 2020 ທີ່ຜ່ານມາ ທີ່  ບໍລິສັດສະຕາຟິນເທັກ ນະຄອນຫຼວງວຽງຈັນ, …

ແຂວງໄຊສົມບູນ ເຊັນສັນຍາເພີ່ມເຕີມພາກຂະຫຍາຍເຂື່ອນໄຟຟ້າຂະໜາດນ້ອຍນໍ້າຕ່າຍ

ພະແນກແຜນການ ແລະ ການລົງທຶນ ແຂວງໄຊສົມບູນ ຮ່ວມລົງນາມເຊັນສັນຍາ ກັບບໍລິສັດ ເຂື່ອນໄຟຟ້ານໍ້າຕ່າຍ ຈໍາກັດ ຜູ້ດຽວ ກ່ຽວກັບການ ເພີ່ມເຕີມພາກ ຂະຫຍາຍ ໂຄງການກໍ່ສ້າງເຂື່ອນໄຟຟ້າ ຂະໜາດນ້ອຍນໍ້າຕ່າຍ, ຢູ່ເຂດບ້ານ ນາຫີນ ບູນ, ເມືອງທ່າໂທມ ແຂວງໄຊສົມບູນ. ຮອງຫົວໜ້າພະແນກແຜນການ…

ທີມງານຊ່ວຍເຫຼື່ອປະຊາຊົນເມືອງຫ້ວຍຊາຍ ມອບເຄື່ອງອຸປະໂພກ ແລະ ບໍລິໂພກໃຫ້ປະຊາຊົນ ແລະ ນັກຮຽນຜູ້ດ້ອຍໂອກາດ

ທີມງານຊ່ວຍເຫຼື່ອປະຊາຊົນ ຄະນະສັທທາ ພະລັງຄວາມສາມັກຄີ ຮ່ວມບຸນ ນຳໂດຍ ພຣະປຣີຊາ ທັມມະວົງສາຈະຣິຍາຈານ (ບຸນນຳທຳມະວົງ) ເຈົ້າຄະນະເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ໄດ້ນໍາເອົາເຄື່ອງນຸ່ງຫົ່ມ, ອຸປະກອນການສຶກສາ, ເຄື່ອງອຸປະໂພກ-ບໍລິໂພກ ມາມອບໃຫ້ແກ່ປະຊາຊົນບັນດາເຜົ່າ ແລະ ນັກຮຽນ ຜູ້ທີ່ດ້ອຍໂອກາດ ຢູ່ເຂດຫ່າງໄກສອກຫຼີກ ບ້ານດອນຄູນ (ຄຸ້ມພູຫຼວງ)…

ໃນໄລຍະ 5 ວັນນີ້ໃຫ້ກຽມຮັບມືກັບອາກາດ ທີ່ໜາວເຢັນ

ນັບແຕ່ມື້ນີ້ ວັນທີ 31 ທັນວາ 2020 ຫາ  ວັນທີ 4 ມັງກອນ 2021, ປະຊາຊົນທີ່ອາໄສຢູ່ບັນດາແຂວງ ພາກເໜືອ, ພາກກາງ, ເຂດພູພຽງບໍລະເວນ, ຫຼັກຊາວ ແລະ ແຂວງໄຊສົມບູນໃຫ້ກຽມຮັບມືກັບ ອາກາດໜາວເຢັນ ຊຶ່ງອຸນຫະພູມອາກາດ ອາດຈະ…

ເຈົ້າໜ້າທີ່ ປກສ ແຂວງອັດຕະປື ກັກຕົວຜູ້ຕ້ອງຫາ 4 ຄົນທີ່ຂົນຢາໄອສ໌ ແລະ ເຮໂຣອິນ

ເຈົ້່າ​ໜ້າທີ່​ປ້ອງກັນຄວາມສະຫງົບ ( ປກສ​ ) ແຂວງອັດຕະປື ໄດ້ສົມທົບກັບເຈົ້າໜ້າທີ່ດ່ານ ເຊປຽນ, ທະຫານກອງຮ້ອຍຊາຍແດນ 543, ປກສ ກຸ່ມບ້ານສົ້ມປ່ອຍ ແລະ ອໍານາດການປົກຄອງບ້ານຫາດໃຫ່ຍ ເມືອງສະໜາມໄຊ ແຂວງອັດຕະປື ໄດ້ເຂົ້າກັກຕົວເປົ້າໝາຍລັກລອບຂົນສົ່ງ-ຄ້າຂາຍຢາເສບຕິດ ເມື່ອບໍ່ດົນມານີ້, ຊຶ່ງ ສາມາດຈັບກຸມ ຜູ້ຕ້ອງຫາໄດ້ຈໍານວນ…

ລັດຫ້າມຮັບເອົາລັດຖະກອນໃໝ່ໂດຍບໍ່ໄດ້ຜ່ານການສອບເສັງ

ລັດຖະບານແຫ່ງສປປ ລາວ ເລັ່ງແກ້ໄຂບັນຫາເລື່ອງ ພະນັກງານເຫຼືອບໍ່ພໍ (ໝາຍຄວາມວ່າມີພະນັກງານ ຫຼາຍ ແຕ່ບໍ່ມີຄຸນນະພາບ) ໂດຍເນັ້ນໃຫ້ກະຊວງ, ອົງການຂັ້ນສູນກາງ ແລະ ທ້ອງຖິ່ນໃນການຮັບເອົາພະນັກງານ ເຂົ້າເປັນລັດຖະກອນໃໝ່ນັ້ນ ແມ່ນຫ້າມເດັດຂາດບໍ່ໃຫ້ເອົາອາສາສະໝັກເຂົ້າເປັນລັດຖະກອນ ຫຼື ເຂົ້າເປັນພະນັກງານລັດໂດຍບໍ່ໄດ້ຜ່ານການສອບເສັງຄັດເລືອກບົນພື້ນຖານຕໍາແໜ່ງງານວ່າງ ແລະ ວິຊາສະເພາະທີ່ຕ້ອງການໃນກົງຈັກການຈັດຕັ້ງ ແລະ ໃຫ້ບັນຈຸເຂົ້າໃສ່ໃນເຂດຫ່າງໄກສອກຫຼີກ, ນອກຈາກນີ້ຫ້າມຮັບເອົາພະນັກງານຕາມສັນຍາ…

ອາຫານທະເລຍັງມີວາງຂາຍຕາມຕະຫຼາດ ຕ່າງໆໃນຂອບເຂດທົ່ວປະເທດທັງທີ່ມີການ ຫ້າມນໍາເຂົ້າ

ພາຍຫຼັງທີ່ ລັດຖະມົນຕີກະຊວງສາທາລະ ນະສຸກ ທ່ານ ຮສ. ດຣ ບຸນກອງ ສີຫາວົງ ໄດ້ອອກແຈ້ງການເມື່ອບໍ່ດົນມານີ້ ກຽ່ວກັບການໂຈະຊົ່ວຄາວການນໍາເຂົ້າປະເພດອາຫານທະເລສົດ ແລະ ແຊ່ເເຂງຈາກປະເທດໄທ ຍ້ອນວ່າພົບຜູ້ຕິດເຊື້ອໂຄວິດ-19 ຢູ່ຕະຫຼາດສົດຂອງປະເທດໄທ ທັງນີ້ກໍ່ເພື່ອເປັນມາດຕະການໃນການປ້ອງກັນພະຍາດໂຄວິດ-19, ແຕ່ຍັງພົບເຫັນມີການວາງຂາຍປະເພດອາຫານສົດປະເພດຕ່າງໆຢູ່ຕາມທ້ອງຕະຫຼາດຢູ່. ເພື່ອປະຕິບັດຕາມການແຈ້ງການດັ່ງກ່າວ, ເຈົ້າໜ້າທີ່ສະເພາະກິດກະຊວງສາທາລະນະສຸກ, ເຈົ້າໜ້າທີ່ຫ້ອງການສາທາລະນະສຸກເມືອງໃນຂອບເຂດທົ່ວປະເທດ ໂດຍສົມທົບກັບເຈົ້າໜ້າທີ່ພະແນກການຄ້າ…

ໂຄງການກໍ່ສ້າງສູນກິດຈະກຳຄົບວົງຈອນຊາວໜຸ່ມ-ເຍົາວະຊົນລາວ ຈະສຳເລັດໃນປີ 2022

ໂຄງການກໍ່ສ້າງສູນກິດຈະກຳຄົບວົງຈອນຊາວໜຸ່ມ-ເຍົາວະຊົນລາວ ສ້າງຂຶ້ນເພື່ອເປັນບ່ອນເຕົ້າໂຮມຄວາມສາມັກຄີ, ສຶກສາອົບຮົມປູກຈິດສຳນຶກທີ່ດີ ແລະ ເປັນບ່ອນສ້າງກິດຈະກຳຕ່າງໆຂອງຊາວໜຸ່ມ-ເຍົາວະຊົນ ບັນດາເຜົ່າທີ່ເປັນຜູ້ສືບທອດ, ເປັນໜໍ່ແໜງຂອງປະເທດຊາດ ແນໃສ່ໃຫ້ເຫັນເຖິງໄພອັນຕະລາຍຂອງຢາເສບຕິດ ແລະ ເຮັດໃຫ້ຊາວໜຸ່ມ-ເຍົາວະຊົນໄດ້ໃຊ້ເວລາວ່າງໃຫ້ເປັນປະໂຫຍດ. ສໍາລັບ ໂຄງການກໍ່ສ້າງສູນກິດຈະກຳຊາວໜຸ່ມ-ເຍົາວະຊົນ, ມີເນື້ອທີ່ 3,5 ເຮັກຕາ ຕັ້ງຢູ່ບ້ານໂນນສະອາດ (ເຂດດົງໝາກຄາຍ) ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໂດຍ…

ເມືອງສອງຄອນສາມາດລົບລ້າງການລັກລອບຂາຍລົດເຖື່ອນ ປະເພດລົດໃຫ່ຍໄດ້ແລ້ວ

ໃນໄລຍະທີ່ຜ່ານມາເມືອງສອງຄອນເປັນເມືອງທີ່ມີການຄ້າ-ຂາຍລົດເຖື່ອນ (ລົດໃຫ່ຍ ແລະ ລົດຈັກບໍ່ມີ ເອກະ ສານ) ຫຼາຍທີ່ສຸດຢູ່ແຂວງສະຫວັນນະເຂດ ຊຶ່ງ ເປັນລົດ ທີ່ໄດ້ນໍາມາຈາກປະເທດໄທໂດຍໃສ່ເຮືອຂ້າມແມ່ນໍ້າຂອງ, ແຕ່ປັດຈຸບັນນີ້ການຄ້າ-ຂາຍລົດເຖື່ອນພາຍໃນເມືອງແມ່ນສາມາດລົບລ້າງການການຄ້າ-ຂາຍລົດເຖື່ອນປະເພດລົດໃຫ່ຍໄດ້ແລ້ວ ຍັງແຕ່ການຄ້າຂາຍລົດຈັກເຖື່ອນທີ່ຍັງປະກົດມີຢູ່. ທ່ານພັນເອກ ລໍາຄູນ ວໍລະວົງ ເຈົ້າເມືອງສອງຄອນ ໄດ້ກ່າວຕໍ່ທີມງານວຽງຈັນທາຍໃນຕອນເຊົ້າວັນທີ 30 ທັນວາ 2020…