ໂຄງການກໍ່ສ້າງສູນກິດຈະກຳຄົບວົງຈອນຊາວໜຸ່ມ-ເຍົາວະຊົນລາວ ຈະສຳເລັດໃນປີ 2022
ໂຄງການກໍ່ສ້າງສູນກິດຈະກຳຄົບວົງຈອນຊາວໜຸ່ມ-ເຍົາວະຊົນລາວ ສ້າງຂຶ້ນເພື່ອເປັນບ່ອນເຕົ້າໂຮມຄວາມສາມັກຄີ, ສຶກສາອົບຮົມປູກຈິດສຳນຶກທີ່ດີ ແລະ ເປັນບ່ອນສ້າງກິດຈະກຳຕ່າງໆຂອງຊາວໜຸ່ມ-ເຍົາວະຊົນ ບັນດາເຜົ່າທີ່ເປັນຜູ້ສືບທອດ, ເປັນໜໍ່ແໜງຂອງປະເທດຊາດ ແນໃສ່ໃຫ້ເຫັນເຖິງໄພອັນຕະລາຍຂອງຢາເສບຕິດ ແລະ ເຮັດໃຫ້ຊາວໜຸ່ມ-ເຍົາວະຊົນໄດ້ໃຊ້ເວລາວ່າງໃຫ້ເປັນປະໂຫຍດ. ສໍາລັບ ໂຄງການກໍ່ສ້າງສູນກິດຈະກຳຊາວໜຸ່ມ-ເຍົາວະຊົນ, ມີເນື້ອທີ່ 3,5 ເຮັກຕາ ຕັ້ງຢູ່ບ້ານໂນນສະອາດ (ເຂດດົງໝາກຄາຍ) ເມືອງໄຊທານີ ນະຄອນຫຼວງວຽງຈັນ, ໂດຍ…

