ລາວເພີ່ມຄວາມເຂັ້ມງວດໃນການປ້ອງກັນຄົນລັກລອບເຂົ້າ-ອອກຕາມຊາຍແດນ
ພາຍຫຼັງທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ບັນດາປະເທດເພື່ອນບ້ານຂຶ້ນຮອບໃໝ່ໂດຍສະ ເພາະຢູ່ປະເທດມຽນມາ ແລະ ປະເທດໄທ ໂດຍພົບຜູ້ຕິດເຊື້ອພະຍາດດັ່ງກ່າວນີ້ເປັນຈໍາຫຼາຍໃນວັນດຽວ ແລະ ມີທ່າອ່ຽງເພີ່ມຂຶ້ນເລື້ອຍໆນັ້ນ ລັດຖະບານລາວ ກໍ່ຄື ຄະນະສະເພາະກິດປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ໄດ້ມີການຈັດກອງປະຊຸມດ່ວນເມື່ອບໍ່ດົນມານີ້ເພື່ອປຶກສາຫາລື, ວິເຄາະສະພາບການແຜ່ລະບາດຂອງພະຍາດນີ້ໃນທົ່ວໂລກ ຊຶ່ງໄດ້ເນັ້ນໜັກວິເຄາະສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19…

