ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີເປີດນຳໃຊ້ “ລະບົບການສື່ສານຂອງພາກລັດເວີຊັນໃໝ່ ຫຼື G-Chat v2 + LaoAI” ເພື່ອຍົກລະດັບການສື່ສານພາກລັດແບບດີຈີຕອນ ໃຫ້ມີຄວາມປອດໄພ ແລະ ທັນສະໄໝ,ໃນວັນທີ 6 ເມສາ 2026 ຜ່ານມານີ້ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ຜູ້ປະຈໍາການ ພ້ອມດ້ວຍບັນດາທ່ານຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ການເປີດນໍາໃຊ້ລະບົບ G-Chatv2 + LaoAI ໃນຄັ້ງນີ້ ຖືເປັນບາດກ້າວບຸກທະລຸທີ່ສຳຄັນ ໃນການຫັນເປັນດີຈີຕອນ (Digital Transformation) ຂອງພາກລັດ ເພື່ອສ້າງເຄື່ອງມືສື່ສານທີ່ເປັນເອກະພາບ ແລະ ມີຄວາມປອດໄພສູງ ສຳລັບພະນັກງານ-ລັດຖະກອນໃນທົ່ວປະເທດ.
ໃນໂອກາດນີ້, ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີ ກຕສ ໄດ້ເນັ້ນໜັກເຖິງຈຸດປະສົງ ແລະ ຄວາມຈໍາເປັນຂອງການພັດທະນາລະບົບດັ່ງກ່າວ ຊຶ່ງປະກອບມີ 3 ເປົ້າໝາຍຫຼັກ: ຍົກລະດັບຄວາມປອດໄພທາງໄຊເບີ ເພື່ອປົກປ້ອງຂໍ້ມູນຂ່າວສານທີ່ສຳຄັນຂອງຊາດໃຫ້ມີຄວາມປອດໄພສູງສຸດ, ປ້ອງກັນການເຂົ້າເຖິງທີ່ບໍ່ໄດ້ຮັບອະນຸຍາດ ແລະ ສະກັດກັ້ນບັນຫາຂໍ້ມູນຮົ່ວໄຫຼ; ສ້າງຄວາມເຂັ້ມແຂງ ແລະ ເປັນເອກະລາດທາງດ້ານເຕັກໂນໂລຊີ ເພື່ອຫຼຸດຜ່ອນການເພິ່ງພາສື່ສັງຄົມອອນລາຍຈາກຕ່າງປະເທດໃນການຮັບ-ສົ່ງເອກະສານທາງລັດຖະການທີ່ມີຄວາມສ່ຽງຕໍ່ຄວາມໝັ້ນຄົງຂອງຂໍ້ມູນ; ການບໍລິຫານລັດທີ່ທັນສະໄໝ ເພື່ອເພີ່ມປະສິດທິພາບ, ຄວາມວ່ອງໄວ, ໂປ່ງໃສ ແລະ ຫຼຸດຜ່ອນຂັ້ນຕອນການປະສານງານລະຫວ່າງພາກສ່ວນຕ່າງໆ;
ຈຸດເດັ່ນທີ່ສຳຄັນຂອງ G-Chat v2 + LaoAI ແມ່ນການເຊື່ອມໂຍງເຂົ້າກັບລະບົບປັນຍາປະດິດລາວ (LaoAI) ຊຶ່ງເປັນລະບົບປັນຍາປະດິດແຫ່ງຊາດ ທີ່ຈະເຮັດໜ້າທີ່ເປັນ “ຜູ້ຊ່ວຍອັດສະລິຍະ” ໃຫ້ແກ່ລັດຖະກອນ ເພື່ອຊ່ວຍສະຫຼຸບເນື້ອໃນເອກະສານທີ່ຍາວໃຫ້ມີຄວາມກະທັດຮັດ, ຊ່ວຍຮ່າງເອກະສານທາງການ, ຕອບຄຳຖາມກ່ຽວກັບລະບຽບການຕ່າງໆ ແລະ ສາມາດແປພາສາໄດ້ຢ່າງຊຳນານ. ການນຳ LaoAI ເຂົ້າມາຊ່ວຍນີ້ ຈະຊ່ວຍຫຼຸດຜ່ອນຂັ້ນຕອນການເຮັດວຽກທີ່ຊ້ຳຊ້ອນ ແລະ ປະຢັດເວລາໃນການເຮັດວຽກວິຊາສະເພາະໄດ້ຢ່າງຫຼວງຫຼາຍ.
ຂ່າວຈາກ: ກຕສ

