Vientiane Times Lao

ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊຈັບກຸມ 2 ຜົວເມຍຄ້າຂາຍຢາເສບຕິດລາຍໃຫຍ່

ເຈົ້າໜ້າທີ່ ປກສ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ເມື່ອວັນທີ 26 ພຶດສະພາ 2021 ທີ່ຜ່ານມານີ້ ໄດ້ກັກຕົວຜູ້ຕ້ອງຫາຄ້າຂາຍຢາເສບຕິດປະເພດຢາບ້າ 2 ຄົນ ຊຶ່ງທັງສອງເປັນຜົວເມຍກັນ ຊື່ທ້າວ ສົມລີເລົາ ຫຼື ຕົວ ອາຍຸ 39 ປີ…

ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 10 ຄົນ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວໃນວັນທີ 28 ພຶດສະພາ 2021ໃຫ້ຮູ້ວ່າ: ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ໃນມື້ວັນທີ 28 ພຶດສະພາ 2021 ນີ້ຈໍານວນ 10 ຄົນໃນ​ທົ່ວ​ປະ​ເທດ, ຜູ້​ຕິດເຊື້ອ​ໃໝ່​ດັ່ງ​ກ່າວຢູ່ນະຄອນຫຼວງວຽງຈັນ 7 ຄົນ,…

ພຽງ 5 ເດືອນ ຄົນລາວຕິດເຊື້ອໄຂ້ຍຸງລາຍແລ້ວ 332 ກໍລະນີ ແຕ່ຍັງບໍ່ມີຜູ້ເສຍຊີວິດ

ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ນັບແຕ່ວັນທີ 26 ທັນວາ 2020 ຫາ 27 ພຶດສະພາ 2021 ຫຼື ພຽງ 5 ເດືອນ ປະຊາຊົນລາວຕິດເຊື້ອໄຂ້ຍຸງລາຍແລ້ວ 332 ກໍລະນີ  ຊຶ່ງແຂວງອັດຕະປືມີຜູ້ຕິດເຊື້ອໄຂ້ຍຸງດັ່ງກ່າວຫຼາຍກວ່າແຂວງອື່ນໆ ໂດຍມີຜູ້ຕິດເຊື້ອແລ້ວສູງເຖິງ 115 ກໍລະນີ,…

ຮອງນາຍົກລັດຖະມົນຕີ ເນັ້ນໃຫ້ຄະນະສະເພາະກິດມີມາດຕະການເດັດຂາດ ຕໍ່ຜູ້ລະເມີດມາດຕະການຄໍາສັ່ງ 15/ນຍ

ກອງປະຊຸມປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດມາດຕະການຕ່າງໆໃນການປ້ອງກັນ, ຄວບຄຸມ, ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ນະຄອນຫຼວງວຽງຈັນໃນໄລຍະ 15 ວັນ (ວັນທີ 21 ພຶດສະພາ ຫາວັນທີ 4 ມິຖຸນາ 2021) ທີ່ມີການສືບຕໍ່ປະຕິບັດຄໍາສັ່ງ 15/ນຍ ໄດ້ຈັດຂຶ້ນເມື່ອວັນທີ 27 ພຶດສະພາ…

ເຊກອງ ກຽມປູກຕົ້ນໄມ້ ໃຫ້ໄດ້ 1.040 ເຮັກຕາ ໃນປີນີ້

ທ່ານ ສົມຫວັງ ຂໍາມະວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງເຊກອງ ໄດ້ໃຫ້ສໍາພາດກັບສື່ມວນຊົນແຂວງ ເມື່ອວັນທີ 26 ພຶດສະພາ 2021 ຜ່ານມານີ້ ວ່າ: ແຂວງ ເຊກອງ ມີແຜນການປູກໄມ້ໃຫ້ໄດ້ຈໍານວນ 1.040 ເຮັກຕາເນື່ອງ​ໃນ​ວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ (​ວັນ​ທີ…

ມື້ນີ້ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ຈໍານວນ 12 ຄົນ

ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວໃນວັນທີ 27 ພຶດສະພາ 2021ໃຫ້ຮູ້ວ່າ: ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມໃໝ່ໃນມື້ວັນທີ 27 ພຶດສະພາ 2021 ນີ້ຈໍານວນ 12 ຄົນໃນ​ທົ່ວ​ປະ​ເທດ, ຜູ້​ຕິດເຊື້ອ​ໃໝ່​ດັ່ງ​ກ່າວຢູ່ນະຄອນຫຼວງວຽງຈັນ 4 ຄົນ…

ສູນປິ່ນປົວ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດນະຄອນຫຼວງວຽງຈັນ ໄດ້ຮັບເຄື່ອງຊ່ວຍເຫຼືອ

ສະມາຄົມນັກທຸລະກິດຍິງຮ່ວມກັບສະມາຄົມນັັກຂ່າວແຫ່ງ ສປປ ລາວ ແລະ ສະມາຄົມຫັດຖະກຳລາວ ໄດ້ມອບເຄື່ອງບໍລິໂພກ ຊຶ່ງປະກອບມີ: ເຂົ້າສານ, ໝີ່ສໍາເລັດຮູບ, ປາກະປ໋ອງ, ນໍ້າດື່ມ ແລະ ອື່ນໆໃຫ້ ສູນປິ່ນປົວ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດນະຄອນຫຼວງວຽງຈັນ ໂດຍມີພິທີມອບ-ຮັບເຄື່ອງດັ່ງກ່າວເມື່ອວັນທີ 26 ພຶດສະພາ 2021…

ບ້ານແດງຖືວ່າເປັນມາດຕະການສູງສຸດໃນການປ້ອງກັນພະຍາດໂຄວິດ-19

ເພື່ອອໍານວຍຄວາມສະດວກໃນການປ້ອງກັນພະຍາດໂຄວິດ-19 ແລະ ອໍານວຍຄວາມສະດວກໃຫ້ປະຊາຊົນໃນແຕ່ລະບ້ານໃນການດໍາລົງຊີວິດປະຈໍາວັນຢູ່ ນະຄອນຫຼວງວຽງຈັນ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກໄດ້ກໍານົດສີບ້ານໃນການເພີ່ມທະວີປ້ອງກັນພະຍາດໂຄວິດ-19  ໂດຍມີ 3 ສີ ຄື: ບ້ານແດງ, ບ້ານເຫຼືອງ ແລະ ບ້ານ ຂຽວ ຊຶ່ງທັງ 3 ສີບ້ານດັ່ງກ່າວນັ້ນ ບ້ານສີແດງແມ່ນບ້ານທີ່ເປັນການປ້ອງກັນພະຍາດໂຄວິດ-19 ຂັ້ນສູງສຸດ ແຕ່…

ເມືອງຜາອຸດົມຮັບເອົາແຮງງານທີ່ເປັນພົນລະເມືອງຂອງຕົນຈາກເມືອງຕົ້ນເຜິ້ງ ກັບຄືນທ້ອງຖີ່ນຈໍານວນ 424 ຄົນ

ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດພະຍາດ ໂຄວິດ -19 ເມືອງຜາອຸດົມ ແຂວງບໍ່ແກ້ວ ນໍາໂດຍ ທ່ານ ບຸນເລື່ອນ ສິດຊົມພູ ຫົວໜ້າຫ້ອງການສາທາລະນະສຸກເມືອງ ຮອງຄະນະສະເພາະກິດຂັ້ນເມືອງ ພ້ອມດ້ວຍຄະນະ ໄດ້ໄປຮັບເອົາປະຊາຊົນທີ່ໄປອອກແຮງງານຢູ່ບັນດາຫົວໜ່ວຍທຸລະກິດໃນເຂດເມືອງຕົ້ນເຜີ້ງ ທີ່ໄດ້ຮັບຜົນກະທົບວ່າງງານ ຈາກສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ -19 ກັບຄືນຖິ່ນຖານ…

ສະຫວັນນະເຂດຈະປູກໄມ້ ໃຫ້ໄດ້ 3.240 ເຮັກຕາ ໃນ​ປີນີ້

ຂະ​ແໜງ​ປ່າ​ໄມ້ ພະ​ແນກ​ກະ​ສິ​ກຳ ແລະ ປ່າ​ໄມ້​ແຂວງ​ສະ​ຫວັນ​ນະ​ເຂດໄດ້ແຈ້ງໃຫ້​ຮູ້​ວ່າ: ປີ 2021 ນີ້ແຂວງສະຫວັນ ນະເຂດມີແຜນຈະປູກໄມ້ໃຫ້ 3.240 ເຮັກຕາ ເນື່ອງ​ໃນ​ວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ (​ວັນ​ທີ 1 ມິ​ຖຸ​ນາ 2021) ຊຶ່ງ​ປະ​ຈຸ​ບັນ​ໄດ້​ກຽມແກ່ນພັນໄມ້ໄວ້​ແລ້ວ 1.860 ກິໂລ ແລະ ກ້າເບ້ຍໄມ້ປະເພດຕ່າງໆໄດ້ແລ້ວ…