ພະນັກງານສັນຍາຈ້າງ ຟຟລ ທີ່ມີຄວາມຜິດຈະຖືກຍົກເລີກສັນຍາວ່າຈ້າງທັນທີ
ລັດວິສາຫະກິດໄຟຟ້າລາວ (ຟຟລ) ໃຫ້ຮູ້ວ່າ: ມາດຕະການຕໍ່ຜູ້ກະທໍາຜິດໃນການຈົດຕົວເລກພະລັງງານ, ການປ້ອນຕົວເລກພະລັງງານ, ການກວດກາ, ການກັ່ນຕອງ ຄວາມຖືກຕ້ອງກ່ອນພິມໃບບິນ, ການສົ່ງໃບບິນ, ການເກັບເງິນຕ້ອງໃຫ້ຖືກຕ້ອງ, ຖ້າພະນັກງານບົກຜ່ອງຕໍ່ໜ້າທີ່ເຮັດໃຫ້ສັງຄົມເຂົ້າໃຈໃນດ້ານລົບຕໍ່ການເຮັດໜ້າທີ່ບໍລິການຂອງ ຟຟລ ແມ່ນຈະຖືກປະຕິບັດຕາມມາດຕະການເດັດຂາດ ຖ້າພະນັກງານສັນຍາຈ້າງທີ່ເປັນ ຕົ້ນເຫດຄວາມຜິດ ແມ່ນຈະຖືກພັກວຽກບໍ່ມີກໍານົດ ແລະ ຍົກເລີກສັນ ຍາວ່າຈ້າງທັນທີໂດຍບໍ່ໄດ້ຮັບຄ່າຊົດເຊີຍໃດໆ. ຟຟລ…

