ແຂວງບໍ່ແກ້ວ ເອົາສະໂມສອນໃຫຍ່ຂອງແຂວງ ເປັນໂຮງໝໍພາກສະໜາມ ເພື່ອຮອງຮັບຜູ້ຕິດເຊື້ອພະຍາດໂຄວິດ-19
ແຂວງບໍ່ແກ້ວໄດ້ກຳນົດເອົາ ສະໂມສອນໃຫຍ່ຂອງແຂວງ ເປັນໂຮງໝໍພາກສະໜາມເພື່ອຮອງຮັບຜູ້ຕິດເຊື້ອໂຄວິດ-19 ທີ່ອາດເພີ່ມຂຶ້ນເປັນຈໍານວນຫຼາຍ ໃນກໍລະນີທີ່ຜູ້ຕິດເຊື້ອລົ້ນໂຮງໝໍ. ດຣ ຄຳພະຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ຫົວໜ້າຄະນະສະເພາະກິດຂັ້ນແຂວງ ໄດ້ກ່າວວ່າ: ແຂວງບໍ່ແກ້ວເປັນແຂວງໜຶ່ງທີ່ມີການລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ອາດຈະມີຜູ້ຕິດເຊື້ອເພີ່ມຂຶ້ນເປັນຈໍານວນຫຼາຍ, ດັ່ງນັ້ນ ການນຳແຂວງກໍ່ຄືຄະນະສະເພາະກິດ ຈິ່ງກຳນົດເອົາ ສະໂມສອນໃຫຍ່ຂອງແຂວງ ເປັນສະຖານທີ່ ຮອງຮັບຜູ້ຕິດເຊື້ອໂຄວິດ-19…


