ເມືອງງອຍເປັນເມືອງທ່ອງທ່ຽວທາງທຳມະຊາດ ແລະ ສໍາຜັດວິຖີການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ
ເມືອງງອຍ ແຂວງຫຼວງພະບາງ ເປັນເມືອງທີ່ງຽບສະຫງົບ, ມີສະເໜ່ເໝາະສຳລັບການທ່ອງທ່ຽວແບບສຳຜັດກັບທຳມະຊາດ ແລະ ວິຖີການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ, ເປັນເມືອງທີ່ຕັ້ງຢູ່ແຄມແມ່ນໍ້າອູ, ອ້ອມຮອບດ້ວຍພູຜາປ່າໄມ້ ແລະ ທຳມະຊາດທີ່ສວຍງາມເປັນເມືອງທ່ອງທ່ຽວທີ່ສາມາດດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ. ເມືອງງອຍ ຕັ້ງຢູ່ແຄມນໍ້າອູ ທາງທິດຕາເວັນຕົກສ່ຽງເໜືອຂອງແຂວງຫຼວງພະບາງ ຊຶ່ງນັກທ່ອງທ່ຽວສ່ວນຫຼາຍຈະເດີນທາງຈາກຫຼວງພະບາງ ໄປປະມານ 140 ກິໂລແມັດ ແລະ…


