Vientiane Times Lao

12 ບໍລິສັດ ຖືກກະຊວງອຸດສາຫະກໍາ ແລະ ການຄ້າ ແຈ້ງໂຈະດໍາເນີນທຸລະກິດແບບຖາວອນ

ກະຊວງອຸດສາຫະກໍາ ແລະ ການຄ້າອອກແຈ້ງການໂຈະ ຫຼື ຍູບເລິກ 12 ບໍລິສັດແບບຖາວອນໃນວັນທີ 3 ພະຈິກ 2020 ທີ່ຜ່ານມາ ຍ້ອນວ່າບໍ່ປະຕິບັດຕາມການແຈ້ງການໂຈະການເຄື່ອນໄຫວທຸລະກິດຊົ່ວຄາວສະບັບເລກທີ 337/ຈທວ.ຈທຄວ.ອຄ, ລົງວັນທີ 30 ກັນຍາ 2020 ທີ່ຜ່ານມາ, ຊຶ່ງ 12…

ໂຄສະນາເຜີຍແຜ່ຄວາມປອດໄພຕາມເສັ້ນທາງ ເພື່ອຫຼຸດຜ່ອນການເກິດອຸບັດຕິເຫດ

ກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງ ປ້ອງກັນຄວາມສະຫງົບ ( ປກສ ) ຮ່ວມກັບ ບໍລິສັດ ລ້ານຊ້າງ ປະກັນໄພ ໄດ້ລົງໂຄສະນາເຜີຍແຜ່ຄວາມຮູ້ກົດລະບຽບການສັນຈອນ ແລະ ຄວາມປອດໄພທາງຖະໜົນ ເພື່ອຫຼຸດຜ່ອນການເກີດອຸບັດເຫດ, ຊຶ່ງຈັດຂື້ນ ຫວ່າງບໍ່ດົນມານີ້ ທີ່ ວິທະຍາໄລເຕັກນິກປາກປ່າສັກ, ນະຄອນຫຼວງວຽງຈັນ.…

ຍັງມີຜູ້ປະກອບການລົດບັກກີ່ ຫຼື ນັກທ່ອງທ່ຽວທີ່ເຊົ່າລົດບັກກີ່ຈໍານວນໜຶ່ງທີ່ຈອດ ແລະ ສັນຈອນລົດດັ່ງກ່າວຢູ່ເທດສະບານ ເມືອງວັງວຽງ

ເພື່ອເປັນການແກ້ໄຂບັນຫາ ແລະ ປັບປຸງການທ່ອງທ່ຽວຢູ່ເມືອງວັງວຽງໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ທັງເປັນການຫຼຸດຜ່ອນອຸບັດເຫດ ໃນຕົວເມືອງວັງວຽງ,  ຫ້ອງການເມືອງວັງວຽງໄດ້ອອກແຈ້ງການ ແລະ ໄດ້ເຮັດບົດບັນທຶກ ໃນວັນທີ 7-8 ຕຸລາທີ່ຜ່ານມາ ກັບຜູ້ປະກອບການລົດບັກກີ່ໃຫ້ຍົກຍ້າຍການບໍລິການ ອອກຈາກຕົວເມືອງ ໄປບໍລິການຢູ່ຟາກນໍ້າຊອງເບື້ອງຕາເວັນຕົກ ແລະ ຫ້າມຈອດ ແລະ ສັນຈອນລົດບັກກີ່ໃນເທດສະບານເມືອງວັງວຽງ, ແຕ່ປັດຈຸບັນນີ້ຍັງມີຜູ້ປະກອບການລົດບັກກີ່ ແລະ…

ການສົ່ງເສີມເຕັກນິກວິຊາການດ້ານການກະສິກຳ ກ່ຽວກັບ ການລ້ຽງໄກ່ ແລະ ງົວນົມ ຈະຈັດຕັ້ງປະຕິບັດໃນໄລຍະ 4 ປີ

ໂຄງການສົ່ງເສີມເຕັກນິກວິຊາການດ້ານກະສິກໍາ ເພື່ອການພັດທະນາໂພຊະນາການ ແລະ ຮ່ວມມືໃນ ສປປ ລາວ, ຕັ້ງຢູ່ເຂດບ້ານດົງບັງ, ບ້ານນາພອກ ແລະ ບ້ານຫ້ວຍຈຽມ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ຈະຈັດຕັ້ງປະຕິບັດໃນໄລຍະເວລາ 4 ປີ ນັບແຕ່ນີ້ ເຖິງ ເດືອນ ສິງຫາ 2024,…

ກອງປະຊຸມໃຫຍ່ອົງຄະນະພັກແຂວງ ຫົວພັນ ຄັດເລືອກເອົາສະຫາຍ ວັນໄຊ ແພງຊຸມມາ ເປັນເລຂາພັກແຂວງຊຸດໃໝ່

ການປ່ອນບັດເລືອກຕັ້ງ ເອົາຄະນະບໍລິຫານງານພັກແຂວງ ຊຸດໃໝ່ ໃນກອງປະຊຸມໃຫຍ່ຄັ້ງທີ X ອົງຄະນະພັກແຂວງຫົວພັນ ທີ່ໄດ້ຈັດຂຶ້ນວັນທີ 2-3 ພະຈິກ 2020 ຢູ່ສະໂມສອນແຂວງ, ຜົນປະກົດວ່າ, ສະຫາຍ ວັນໄຊ ແພງຊຸມມາ  ໄດ້ເປັນເລຂາຄະນະບໍລິຫານງານພັກແຂວງຊຸດໃໝ່, ສະຫາຍ ເພີດ ມາປັນຍາ ແລະ…

ການນໍາແຂວງສະຫວັນນະເຂດ ລົງຢ້ຽມຢາມ ແລະ ມອບເຄື່ອງຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ ເມືອງເຊໂປນ

ເຈົ້າແຂວງສະຫວັນນະເຂດ ທ່ານ ສັນຕິພາບ ພົມວິຫານ ພ້ອມຄະນະໄດ້ລົງຢ້ຽມຢາມປະຊາຊົນທີ່ຖືກຜົນກະທົບໄພພິບັດນໍ້າຖ້ວມຢູ່ເມືອງເຊໂປນ ທີ່ສູນພັກຊົ່ວ ຄາວ ຢູ່ໂຮງຮຽນປະຖົມບ້ານແກ້ງຫົວປາ ເມື່ອບໍ່ດົນມານີ້, ໂດຍໄດ້ມອບເຄື່ອງຊ່ວຍເຫຼືອຈຳນວນໜຶ່ງປະກອບມີໝີ່ສໍາເລັດຮູບ, ນໍ້າດື່ມ ແລະ ປາກະປ໋ອງໃຫ້ 38 ຄອບຄົວທີ່ໄດ້ຮັບຜົນກະທົບເຮືອນໄຫຼນໍ້າ. ນອກນັ້ນ, ທ່ານ ສັນຕິພາບ ພົມວິຫານ ກໍ່ໄດ້ມອບ…

ເຂື່ອນໄຟຟ້າ​ຢູ່ພາກໃຕ້ ໃຫ້ກະກຽມຮັບມື ກໍລະນີ​ສຸກເສີນ​ຈາກພະຍຸໄຕ້ຝຸ່ນໂກນີ

ກົມຄຸ້ມຄອງພະລັງງານ ກະຊວງ​ ພະລັງງານ​ ແລະ ບໍ່ແຮ່​ ໄດ້ອອກແຈ້ງການເມື່ອ ວັນທີ 3 ພະຈິກ 2020 ວ່າ, ໃຫ້ເຂື່ອນໄຟຟ້າ​ຢູ່ທາງ ພາກໃຕ້ຂອງລາວ ເຊັ່ນ: ແຂວງ ສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື…

ປກສ ແຂວງອຸດົມໄຊ ຈັບຜູ້ຜະລິດ ແລະ ຂາຍຢາບ້າລາຍໃຫ່ຍຢູ່ເມືອງໄຊ

ຫ້ອງຕໍາຫຼວດ ປກສ ແຂວງອຸດົມໄຊ ແຈ້ງໃຫ້ຮູ້ວ່າ: ສາມາດຈັບກຸມຜູ້ຜະລິດຢາບ້າ ແລະ ທັງຄ້າຂາຍຢາເສບຕິດລາຍໃຫ່ຍ ພ້ອມຂອງກາງປະເພດຢາເສບຕິດຕ່າງໆ ແລະ ສ່ວນປະສົມເຮັດຢາເສບຕິດ ພ້ອມເຄື່ອງຜະລິດຢາບ້າຢູ່ ເມືອງໄຊ ແຂວງອຸດົມໄຊ ຊຶ່ງເຈົ້າໜ້າທີ່ຕໍາຫຼວດ ປກສ ແຂວງອຸດົມໄຊ ໄດ້ສົມທົບອຳນາດການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງ ໃນການເຂົ້າກວດຄົ້ນເຮືອນເປົ້າ…

ຊົມເຊີຍ ຄົບຮອບ 70 ປີ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ໄທ (19 ທັນວາ 1950-19 ທັນວາ 2020)

ລາວ ແລະ ໄທ ລ້ວນແຕ່ເປັນສະມາຊິກອາຊຽນ, ທັງເປັນປະເທດເພື່ອນບ້ານໃກ້ຄຽງ ທີ່ມີຊາຍແດນຕິດຈອດກັນຫລາຍພັນກິໂລແມັດ. ປະຊາຊົນສອງຊາດ ມີມູນເຊື້ອການພົວພັນອັນດີ, ໄປມາຫາສູ່ ແລກປ່ຽນຊື້ຂາຍນໍາກັນ ມາແຕ່ບູຮານນະການ, ມີພາສາທີ່ໃກ້ຄຽງກັນ ເຖິງແມ່ນບໍ່ໃຊ້ລ່າມແປ ກໍ່ເຂົ້າໃຈກັນໄດ້ໂດຍພື້ນຖານ. ການພົວພັນຮ່ວມມືທີ່ເປັນມູນເຊື້ອອັນດີງາມ ລະຫວ່າງ ສອງປະເທດ ລາວ-ໄທ ຕະຫລອດໄລຍະ 7…

ບໍລິສັດ ບຸບຜາຄູນຊັບ ລົງທຶນປູກພືດ ແລະ ລ້ຽງສັດທີ່ເປັນຢາ ແຂວງບໍລິຄໍາໄຊ

ບໍລິສັດ ບຸບຜາຄູນຊັບ ຈຳກັດຜູ້ດຽວ ໄດ້ເຊັນສັນຍາສຳປະທານໂຄງການປູກພືດ ແລະ ລ້ຽງສັດທີ່ເປັນຢາ ຢູ່ເຂດບ້ານປາກເຫືອງ, ເມືອງບໍລິຄັນ ແຂວງ ບໍລິຄໍາໄຊ. ສໍາລັບການສຳປະທານໂຄງການດັ່ງກ່າວ, ໃນເນື້ອທີ່ 100 ເຮັກຕາ, ໄລຍະເວລາ 30 ປີ, ໂດຍທາງບໍລິສັດ ບຸບຜາຄູນຊັບ ໄດ້ມີແຜນປູກພືດເປັນຢາຫຼາຍຊະນິດ…