ລາວກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຂຶ້ນຍ້ອນແຮງງານລາວກັບຄືນປະເທດ
ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຈ້ງໃຫ້ຮູ້ວ່າ: ປັດຈຸບັນນີ້ ສປປ ລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຂຶ້ນເປັນຈໍານວນຫຼາຍຍ້ອນວ່າປະເທດເພື່ອນບ້ານໂດຍສະເພາະປະເທດໄທ ໄດ້ມີການປິດໂຮງງານ, ຮ້ານອາຫານ ເພື່ອເປັນການສະກັດກັ້ນພະຍາດໂຄວິດ-19 ຈຶ່ງເຮັດໃຫ້ແຮງງານລາວທີ່ໄປເຮັດວຽກຢູ່ປະເທດດັ່ງກ່າວບໍ່ໄດ້ເຮັດວຽກ ແລະ ກັບຄືນປະເທດລາວເປັນຈໍານວນຫຼາຍໃນແຕ່ລະວັນຈຶ່ງເປັນສາເຫດທີ່ເຮັດໃຫ້ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຂຶ້ນໃນປັດຈຸບັນ ແຕ່ສາມາດສະກັດກັ້ນໄດ້ເພາະສາມາດກວດຫາເຊື້ອ ແລະ ນໍາຕົວພວກກ່ຽວໄປຈໍາກັດບໍລິເວນໄດ້ເມື່ອເວລາພວກກ່ຽວຜ່ານດ່ານເຂົ້າມາ.…

