ແຂວງຫຼວງນໍ້າທາອອກແຈ້ງການດ່ວນເຖິງປະຊາຊົນໃຫ້ເພີ່ມທະວີໃນການປ້ອງກັນພະຍາດ ໂຄວິດ-19
ຫ້ອງວ່າການແຂວງຫຼວງນໍ້າທາໄດ້ອອກແຈ້ງການດ່ວນເມື່ອວັນທີ 3 ທັນວາ 2020 ທີ່ຜ່ານມາ ເຖິງປະຊາຊົນພາຍໃນແຂວງໃຫ້ເພີ່ມທະວີມາດຕະການຕ້ານພະຍາດໂຄວິດ-19 ຕາມທີ່ທາງຄະນະສະເພາະກິດຄວບຄຸມ, ປ້ອງກັນ ແລະ ແກ້ໄຂພະຍາດໂຄວີດ19 ວາງອອກຢ່າງເຂັ້ມງວດ, ແຕ່ຢ່າແຕກຕື່ນ, ໃຫ້ຢູ່ເຮືອນຂອງຕົນເປັນປົກກະຕິ, ໃຫ້ການຮ່ວມມືໃນເວລາເຈົ້າໜ້າທີ່ລົງໄປເອົາຂໍ້ມູນ, ເກັບກໍາສະພາບຄວາມເປັນຈິງ ເພື່ອແກ້ໄຂໃຫ້ທັນການ ພາຍຫຼັງທີ່ກວດພົບຄົນ ໄຂ້ທີ່ມີອາການຄ້າຍຄືນິຍາມຕິດເຊື້ອພະຍາດໂຄວິດ-19 ຢູ່ແຂວງຫຼວງນໍ້າທາໃນວັນທີ 3…

