ໄພນໍ້າຖ້ວມໄດ້ສ້າງຄວາມເສຍຫາຍຢ່າງໜັກໃນ 5 ຕົວເມືອງຂອງແຂວງ ອັດຕະປື
ຄະນະກຳມະການປ້ອງກັນ ແລະຄວບ ຄຸມໄພພິບັດຂັ້ນແຂວງອັດຕະປື ໄດ້ ເລັ່ງເກັບກຳຜົນເສຍຫາຍທີ່ແທ້ຈິງ ເພື່ອສ້າງແຜນຟື້ນຟູແກ້ໄຂບັນຫາອັນ ຮີບດ່ວນພາຍຫຼັງນໍ້າໄດ້ບົກແຫ້ງລົງ, ເຊິ່ງໃນນັ້ນໄດ້ຮັບຜົນກະທົບຢ່າງໜັກໜ່ວງ ແລະ ສ້າງຄວາມເສຍຫາຍກວມ ເອົາບໍລິເວນກວ້າງໃນນີ້ລວມທັງລະ ບົບໂຄງລ່າງພື້ນຖານຂອງແຕ່ລະຂະ ແໜງການ. ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າ ແຂວງອັດຕະປື ທັງເປັນປະທານ ຄະນະກຳມະການປ້ອງກັນ…