ອາຫານທະເລ ມີຄວາມປອດໄພຖ້າຕົ້ມໃຫ້ສຸກໃນອຸນຫະພູມ 70 ອົງສາຂຶ້ນໄປ ປະມານ 5 ນາທີ

ສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກໄດ້ອອກແຈ້ງການເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ອາຫານທະເລຍັງກິນໄດ້ ແຕ່ໃຫ້ຄຳນຶງເຖິງຄວາມສະອາດ ແລະ ຄວາມປອດໄພ, ລ້າງມືໃຫ້ສະອາດທັງກ່ອນ ແລະ ຫຼັງ ການຈັບອາຫານທະເລ, ສິ່ງສຳຄັນ ການກິນຕ້ອງຕົ້ມໃຫ້ສຸກດີ ໃນອຸນຫະພູມ 70 ອົງສາຂຶ້ນໄປ ປະມານ 5 ນາທີ. ພາຍຫຼັງທີ່ພົບພໍ່ຄ້າທີ່ຂາຍອາຫານທະເລສົດ ຢູ່ປະເທດເພື່ອນບ້ານຕິດເຊື້ອພະຍາດໂຄວິດ-19…

ອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ ຍັງມີຫຼາຍວຽກງານທີ່ຈະເລັ່ງປັບປຸງ ແລະ ແກ້ໄຂໃນຕໍ່ໜ້າ

ອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູນກາງ ໃຫ້ຮູ້ວ່າ: ໃນຕໍ່ໜ້າ ເພື່ອສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ສົນທິສັນຍາສາກົນວ່າດ້ວຍການຕ້ານການສໍ້ລາດບັງຫຼວງ ຢູ່ ສປປ ລາວ ໃຫ້ແຂງແຮງມີປະສິດທິຜົນ ຫຼາຍກວ່າເກົ່າ ແລະ ປັບປຸງແກ້ໄຂຈຸດອ່ອນ-ຂໍ້ ຄົງຄ້າງ ຜ່ານມາໃຫ້ເຂັ້ມງວດ, ອົງການຕ້ານການ ສໍ້ລາດບັງຫຼວງ ຂັ້ນສູນກາງຈະສຸມໃສ່…

ການສວຍໃຊ້ຖານະຕຳແໜ່ງ ແລະ ສິດອຳນາດເພື່ອສໍ້ລາດບັງຫຼວງຍັງມີຢູ່ລາວ

ອົງການຕ້ານການສໍ້ລາດບັງຫຼວງ ຂັ້ນສູງກາງ ກວດພົບເຫັນພຶດຕິກໍາສໍ້ລາດບັງຫຼວງທີ່ພົ້ນເດັ່ນໃນປີ 2019 ສ່ວນຫຼາຍແມ່ນການສວຍໃຊ້ຖານະຕຳແໜ່ງ, ສິດອຳນາດ, ໜ້າທີ່, ການໃຫ້ ແລະ ຮັບສິນບົນ, ການຍັກຍອກ, ການສໍ້ໂກງຊັບຂອງລັດ, ການປອມແປງ ແລະ ນຳໃຊ້ເອກະສານປອມ ເພື່ອສໍ້ໂກງ-ຍັກຍອກ ແລະ ອື່ນໆ. ທ່ານ ສີໃນ…

ກະຊວງພາຍໃນ ມອບລົດຈັກຮອນດ້າ ເວບ ໃຫ້ແຂວງອັດຕະປື ເພື່ອ​ນໍາໃຊ້ເຂົ້າໃນວຽກງານຄຸ້ມຄອງພົນລະເມືອງ

ກົມຄຸ້ມຄອງພົນລະເມືອງ ກະຊວງພາຍໃນ ໄດ້ນຳເອົາພາຫະນະລົດຈັກ ຈຳນວນ 6 ຄັນ ມອບໃຫ້ແຂວງອັດຕະປື​ ເມື່ອບໍ່ດົນມານີ້, ເພື່ອນໍາໃຊ້ເຂົ້າໃນວຽກງານຄຸ້ມຄອງພົນລະເມືອງພາຍໃນແຂວງ ໂດຍສະເພາະວຽກງານຈົດທະບຽນ ແລະ​ ສະຖິຕິພົນລະເມືອງ, ຊຶ່ງໃນນີ້ໄດ້ມອບໃຫ້ຂະແໜງຄຸ້ມຄອງພົນລະເມືອງພະແນກພາຍໃນແຂວງອັດຕະປື ຈໍານວນ​ 1​ຄັນ​ ແລະ​ ມອບໃຫ້ໜ່ວຍງານຄຸ້ມຄອງພົນລະເມືອງ 5​ ຕົວເມືອງພາຍໃນແຂວງອີກ ເມືອງລະ…

ງານວາງສະແດງຜະລິດຕະພັນລາວມີທົ່ວທຸກພາກ ເຂົ້າຮ່ວມ

ງານວາງສະແດງຜະລິດຕະພັນລາວ (Made in Laos) ມີຜະລິດຕະພັນຫຼາຍຊະນິດ, ຫຼາຍສີສັນ ແລະ ຫຼາຍຮູບແບບທີ່ມາຈາກທົ່ວທຸກພາກຂອງປະເທດເພື່ອໃຫ້ຜູ້ທີ່ສົນໃຈໄດ້ເລືອກຊື້ເພື່ອໄປຕົບແຕ່ງເຮືອນຊານຂອງຕົນ. ງານວາງສະແດງຄັ້ງນີ້ແມ່ນເນັ້ນໃສ່ສົ່ງເສີມຜະລິດຕະພັນລາວ ແລະ ທັງຍັງເປັນການສົ່ງເສີມການທ່ອງທ່ຽວໃນຍຸກລາວທ່ຽວລາວ ນຳອີກ ໂດຍພິທີເປີດຢ່າງເປັນທາງການຈະຈັດຂຶ້ນໃນວັນທີ 30 ທັນວາ 2020 ທີ່ຈະມາເຖິງນີ້, ພາຍຫຼັງທີ່ເລີ່ມມີການເປີດວາງສະແດງສິນຄ້າມາແຕ່ວັນທີ 25 ທັນວາ…

ຕະຫຼາດທ່າເຮືອອາດຈະເປັນຕະຫຼາດແຫ່ງຄວາມຊົງຈໍາ

ຕະຫຼາດທ່າເຮືອ ບ້ານທ່າເຮືອ ເມືອງວັງ​ວຽງ ແຂວງວຽງຈັນອາດເວົ້າໄດ້ວ່າເປັນແຫຼ່ງທ່ອງທ່ຽວແຫ່ງໜຶ່ງທີ່ນັກທ່ອງທ່ຽວໄດ້ຢຸດລົດພັກຜ່ອນເມື່ອເວລາເດີນທາງຜ່ານໄປ ແລະ ກາຍມາເພື່ອຊື້ສິນຄ້າທ້ອງຖິ່ນໂດຍສະເພາະແມ່ນປາ. ແຕ່ປັດຈຸບັນນີ້ຜູ້ຄ້າຂາຍຢູ່ຕະຫຼາດແຫ່ງນີ້ໄດ້ຮັບຜົນກະທົບໜັກຍ້ອນບໍ່ມີລູກຄ້າ ແລະ ເຮັດໃຫ້ຜູ້ຄ້າຂາຍຈໍານວນຫຼາຍເຊົາຂາຍເຄື່ອງຢູ່ຕະຫຼາດແຫ່ງນີ້ ແລະ ອາດຈະຍັງມີແມ່ຄ້າອີກຈໍານວນຫຼາຍກໍ່ອາດຈະຢຸດເຊົາຂາຍເຊັ່ນກັນ ຊຶ່ງເຊື່ອວ່າຖ້າເປັນແນວນີ້ຕໍ່ໄປຕະຫຼາດທ່າເຮືອອາດຈະເປັນຕະຫຼາດຮ້າງໃນອະນາຄົດ. ຕະຫຼາດທ່າເຮືອ ແມ່ນຕັ້ງຢູ່ແຄມເສັ້ນທາງ 13 ເໜືອ, ຫ່າງຈາກເມືອງວັງວຽງປະມານ 20 ກວ່າກິໂລແມັດ,  ເປັນຕະຫຼາດທີ່ຂາຍຜະລິດຕະພັນປາໂດຍສະເພາະເຊັ່ນ:…

ບຸນຊ້າງປະຈໍາປີ 2021 ຢູ່ແຂວງໄຊຍະບູລີ ອາດຈະບໍ່ມີ

ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ບັນດາປະເທດທີ່ມີຊາຍແດນຕິດກັບ ສປປ ລາວຍັງມີການແຜ່ລະບາດເປັນວົງກວ້າງ ຊຶ່ງ ບາງປະເທດພະຍາດດັ່ງກ່າວໄດ້ກັບມາແຜ່ລະບາດເປັນຮອບໃໝ່ ໂດຍລັດຖະບານໄດ້ມີການສັ່ງໂຈະການຈັດງານຕ່າງໆໃນໄລຍະນີ້ເພື່ອປ້ອງກັນພະຍາດດັ່ງກ່າວ ຊຶ່ງອາດຈະລວມທັງງານບຸນຊ້າງປະຈໍາປີ 2021 ຢູ່ແຂວງໄຊຍະບູລີ ເຖິງແມ່ນວ່າການນໍາແຂວງໄຊຍະບູລີຈະໄດ້ກໍານົດມື້ຈັດງານບຸນຊ້າງດັ່ງກ່າວໄວ້ແລ້ວກໍ່ຕາມ. ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງ ໄຊຍະບູລີໄດ້ກ່າວເມື່ອບໍ່ດົນມານີ້ກ່ຽວກັບການຈັດງານບຸນຊ້າງປະຈໍາປີ 2021 ຢູ່ແຂວງໄຊຍະບູລີວ່າ:  : ການຈັດງານບຸນຊ້າງປີ…

ບໍລິສັດ ລິ ກໍ່ສ້າງສໍາຫຼວດ ແລະ ອອກແບບຈໍາກັດຜູ້ດຽວກຽມສໍາຫຼວດແຮ່ເຫຼັກ, ແຮ່ໄດໂອໄທ ແລະ ແຮ່ແມັກດີໄທ ຢູ່ແຂວງໄຊສົມບູນ

ບໍລິສັດ ລິ ກໍ່ສ້າງສໍາຫຼວດ ແລະ ອອກແບບຈໍາກັດຜູ້ດຽວ ສົນໃຈລົງທຶນກ່ຽວກັບໂຄງການຊອກຄົ້ນ, ສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກນິກແຮ່ເຫຼັກ, ແຮ່ໄດໂອໄທ ແລະ ແຮ່ແມັກດີໄທ ຢູ່ເຂດບ້ານກໍໄຮ ເມືອງອານຸວົງ ແລະ ເຂດບ້ານໂພນໂຮມ ເມືອງທ່າໂທມ ແຂວງໄຊສົມບູນ ໃນເນື້ອທີ່ 49,…

ເມືອງສັງທອງມີຄວາມສຽ່ງສູງທີ່ຈະມີການລັກລອບຂອງແຮງງານລາວໄປໄທ ຫຼື ແຮງງານໄທມາລາວ

ຍ້ອນທີ່ຕັ້ງ ແລະ ພູມສັນຖານຂອງເມືອງສັງທອງ ນະຄອນຫຼວງວຽງຈັນ ທີ່ກົງກັນຂ້າມກັບ ເມືອງສັງຄົມ ຂອງປະເທດໄທ ໂດຍມີແມ່ນໍ້າຂອງຂັ້ນຊາຍແດນ ຊຶ່ງຖືວ່າເປັນບ່ອນທີ່ແຄບທີ່ສຸດ (ບໍ່ກວ້າງ) ຖ້າທຽບກັບເມືອງອື່ນໆໃນຂອບເຂດທົ່ວປະເທດທີ່ມີແມ່ນໍ້າຂອງຂັ້ນຊາຍແດນລະຫວ່າງລາວ ແລະ ໄທ ຈຶ່ງເຮັດໃຫ້ເມືອງສັງທອງມີຄວາມເປັນໄປໄດ້ສູງທີ່ຈະມີການລັກລອບຂ້າມນ້ຳຂອງຂອງແຮງງານລາວໄປໄທ ຫຼື ແຮງງານໄທມາລາວ ຊຶ່ງບາງຈຸດຄວາມກ້ວາງຂອງແມ່ນໍ້າຂອງທີ່ຂັ້ນຊາຍແດນ ມີປະມານ 100 ແມັດກໍ່ມີ…

ລາວ ກຽມຝຶກຊ້ອມນັກກິລາ 23 ປະເພດ ຮ່ວມຊີເກມຄັ້ງທີ 31 ປີ 2021 ທີ່ ຫວຽດນາມ

ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ, ທ່ານ ແສງພອນ ພົນອາມາດ ໄດ້ລາຍງານໃນກອງປະຊຸມຄະນະກໍາມະການໂອແລມປິກແຫ່ງຊາດລາວ ທີ່ຈັດຂຶ້ນ ຫວ່າງບໍ່ດົນມານີ້ ຢູ່ ນະຄອນຫຼວງວຽງຈັນ ວ່າ: ສສ ຫວຽດນາມ ເຈົ້າພາບຈັດງານມະຫະກຳກິລາຊີເກມຄັ້ງທີ 31 ໃນລະຫວ່າງ ວັນທີ 21…