ບໍລີສັດ ສະຕາ ຟີນເທັກ ຈໍາກັດຜູ້ດຽວ ( Umoney ) ແລະ ບໍລິສັດ ໂລກ້າ ຈໍາກັດ ( LOCA ) ໄດ້ຈັດພິທີເຊັນສັນຍາຮ່ວມມືກັນ ເພື່ອເຊື່ອມໂຍງລະບົບການຊໍາລະເງິນຜ່ານມືຖືເຂົ້າໃນບໍລິການຂົນສົ່ງສາທາລະນະ.
ພິທີດັ່ງກ່າວ ໄດ້ຈັດຂື້ນ ໃນຕອນບ່າຍຂອງວັນທີ 23 ມີນາ 2026 ເຊິ່ງຕາງໜ້າເຊັນສັນຍາໃນຄັ້ງນີ້ໂດຍ ທ່ານ ຮາ ຈຽງ ຖັງ ຜູ້ອໍານວຍການ ບໍລິສັດ ສະຕາ ຟີນເທັກ ຈຳກັດຜູ້ດຽວ ແລະ ທ່ານ ສຸລິໂຍ ວົງດາລາ ຜູ້ບໍລິຫານ ບໍລິສັດ ໂລກ້າ ຈຳກັດ.
ຈຸດປະສົງ ໃນການຮ່ວມມື ແມ່ນເພື່ອເປັນການອໍານວຍຄວາມສະດວກໃຫ້ແກ່ປະຊາຊົນລາວຜູ້ທີ່ນຳໃຊ້ບໍລິການ ທາງດ້ານການເງິນທີ່ທັນສະໄໝຂອງ Umoney ໃນການຊໍາລະຄ່າໂດຍສານ ຂອງແອັບ LOCA ແລະ ການນຳໃຊ້ບໍລິການຕູ້ສາກລົດໄຟຟ້າຂອງ LOCA EV ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ປອດໄພສູງສຸດໃນທົ່ວປະເທດ.

ການຮ່ວມມືໃນຄັ້ງນີ້ ບໍ່ພຽງແຕ່ເປັນການຮ່ວມມືທາງທຸລະກິດເທົ່ານັ້ນ ເປົ້າໝາຍຫຼັກເພື່ອສ້າງລະບົບນິເວດການຊໍາລະເງິນ ທີ່ງ່າຍດາຍ ໂດຍຜູ້ໃຊ້ບໍລິການ ໂລກ້າ ແທັກຊີ ແລະ LOCA EV ໃນການເຕີມພະລັງງານລົດໄຟຟ້າ ສາມາດຊໍາລະຄ່າບໍລິການດ້ວຍແອັບ Umoney ທີ່ດີເດັ່ນໃນດ້ານການບໍລິການທາງການເງິນໄດ້ໂດຍກົງ. ນອກຈາກນັ້ນ
ການຮ່ວມມືລະຫວ່າງ Umoney ແລະ LOCA ບໍ່ພຽງແຕ່ແມ່ນການເພີ່ມຊ່ອງທາງການຊໍາລະເງິນເທົ່ານັ້ນ, ແຕ່ແມ່ນການສ້າງສັງຄົມການໃຊ້ຊີວິດແບບທັນສະໄໝ ໂດຍສະເພາະການສະໜັບສະໜູນ LOCA EV ທີ່ເປັນການສົ່ງເສີມການນຳໃຊ້ພະລັງງານສະອາດ ແລະ ຊຸກຍູ້ການຂົນສົ່ງສີຂຽວແບບ ຍືນຍົງ.

ໃນໄລຍະທີ່ຜ່ານມານີ້ ປະຊາຊົນຫຼາຍໆພາກສວ່ນກໍ່ໄດ້ເຫັນການປ່ຽນແປງຄັ້ງໃຫຍ່ໃນຂະແໜງພະລັງງານ ແລະ ການຂົນສົ່ງ, ໂດຍອີງໃສ່ລາຄານ້ຳມັນເຊື້ອໄຟມີຄວາມຜັນຜວນຢ່າງຮ້າຍແຮງທົ່ວໂລກ, ເຊິ່ງສົ່ງຜົນກະທົບໂດຍກົງຕໍ່ຕົ້ນທຶນການດຳເນີນງານຂອງພະນັກງານຂັບລົດ ແລະ ຫົວໜ່ວຍທຸລະກິດຂົນສົ່ງ ດ້ວຍເຫດນັ້ນ, ທ່າອ່ຽງການຫັນມາໃຊ້ ລົດໄຟຟ້າ (EV) ຈຶ່ງບໍ່ແມ່ນເລື່ອງຂອງອະນາຄົດທີ່ຫ່າງໄກອີກຕໍ່ໄປ, ແຕ່ກຳລັງກາຍເປັນທາງເລືອກທີ່ຈຳເປັນໃນດ້ານເສດຖະກິດ.
ເພື່ອສະເຫຼີມສະຫຼອງການຮ່ວມມື, ທັງສອງຝ່າຍໄດ້ກຽມມອບໂປຣໂມຊັນສ່ວນຫຼຸດ ແລະ ສິດທິພິເສດຕ່າງໆ ໃຫ້ແກ່ລູກຄ້າທີ່ເລືອກຊໍາລະຜ່ານ Umoney ເທິງແອັບ LOCA TAXI ແລະ LOCA EV ໃນໄລຍະເປີດຕົວ.
ປະຈຸບັນ ແອັບ Umoney ມີຫຼາກຫຼາຍບໍລິການ ພາຍໃນແອັບ ບໍ່ວ່າຈະເປັນ ການໂອນເງີນ, ການຕື່ມບັດຕື່ມເງິນ, ການຊື້ແພັກເກດດາຕ້າ , ສະໜັກແພັກເກດ Roaming, ການຊຳລະຄ່ານ້ຳປະປາ, ຄ່າໄຟຟ້າ, ອິນເຕີເນັດບ້ານ, ສິນເຊື່ອ, ປະກັນໄພ ເເລະ ຊຳລະຄ່າປີ້ຍົນການບີນລາວ ຜ່ານເເອັບ Umoney ໄດ້ແບບງ່າຍໆ ໂດຍບໍ່ເສຍຄ່າທຳນຽມ ຍັງໄດ້ຮັບສ່ວນຫຼຸດ ເເລະ ໂປໂມຊັ້ນຢ່າງຫຼວງຫຼາຍນໍາອີກ.
Umoney ເພື່ອນຄູ່ໃຈດ້ານການເງີນ
LOCA –ໄປໃສກໍສະດວກ ປອດໄພ ໝັ້ນໃຈທຸກເສັ້ນທາງ.

