Umoney ເປີດໂຕພາບລັກແບຣນຢ່າງເປັນທາງການ ພາຍໃຕ້ແນວຄິດ ເພືອນຄູ່ໃຈດ້ານການເງີນ

Umoney ເປີດໂຕພາບລັກແບຣນຢ່າງເປັນທາງການ ພາຍໃຕ້ແນວຄິດ ເພືອນຄູ່ໃຈດ້ານການເງີນ

✨ ກ້າວໃໝ່ທີ່ຮູ້ໃຈກວ່າເກົ່າ… ຈາກ Umoney ທາງເລືອກທີ່ດີກວ່າ ສູ່ “ເພື່ອນຄູ່ໃຈດ້ານການເງິນ” ທີ່ພ້ອມຄຽງຄູ່ທ່ານສະເໝີ! 📱❤️

ເພາະ “ເພື່ອນ” ຄືຄົນທີ່ຢູ່ຄຽງຂ້າງກັນສະເໝີ…

ໃນວັນທີ 28 ມັງກອນ 2026 ບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ (Umoney) ຜູ້ໃຫ້ບໍລິການກະເປົາເງິນດິຈິຕອນອັນດັບ 1 ໃນ ສປປ ລາວ ທີ່ທຸກຄົນໄວ້ວາງໃຈ ໄດ້ມີການຈັດງານເປີດໂຕພາບລັກແບຣນໃໝ່ (Rebranding) ຢ່າງເປັນທາງການ.

ຕະຫຼອດໄລຍະເວລາທີ່ຜ່ານມາ Umoney ໄດ້ເຮັດໜ້າທີ່ເປັນທາງເລືອກໃນການຊຳລະເງິນໃຫ້ກັບທຸກຄົນ, ເມື່ອໂລກກ້າວເຂົ້າສູ່ຍຸກດິຈິຕອນຢ່າງເຕັມຕົວ, ຄວາມຕ້ອງການຂອງລູກຄ້າບໍ່ໄດ້ຢຸດຢູ່ທີ່ “ທາງເລືອກ” ອີກຕໍ່ໄປ… ແຕ່ມື້ນີ້ ຢູມັນນີ ຈາກກະເປົາເງິນອີເລັກໂຕຣນິກ ສູ່ແພລດຟອມການເງິນດິຈິຕອນ ທີ່ຈະຄຽງຄູ່ທ່ານສະເໝີ.

ນີ້ບໍ່ແມ່ນພຽງແຕ່ການປ່ຽນແປງສະໂລແກນ ຫຼື ຮູບລັກສະນະໃໝ່ເທົ່ານັ້ນ, ແຕ່ແມ່ນການໃຫ້ຄຳໝັ້ນສັນຍາວ່າ: ” Umoneyຈະເປັນເພື່ອນຮ່ວມທາງດ້ານການເງິນທີ່ດີທີ່ສຸດຂອງທ່ານ”

📍 ບໍ່ວ່າທ່ານຈະຢູ່ໃສ: ບໍ່ວ່າຈະເປັນຕົວເມືອງໃຫຍ່ ຫຼື ເຂດຫ່າງໄກສອກຫຼີກ. 💰 ບໍ່ວ່າທ່ານຈະຕ້ອງການຫຍັງ: ຈະໂອນ, ຈະຈ່າຍ, ຈະຊໍາລະ ຫຼື ບໍລິຫານການເງິນແບບໃດ. 📱 ແພລດຟອມການເງິນດິຈິຕອນ ທີ່ຄຽງຄູ່ທ່ານສະເໝີ: ພອ້ມທີ່ຈະຄອຍສະໜັບສະໜູນ, ແກ້ໄຂບັນຫາ ແລະ ຕອບໂຈດທຸກໄລຟ໌ສະໄຕລ໌ຂອງທ່ານ ບໍ່ວ່າເຕັກໂນໂລຊີຈະປ່ຽນໄປໃນຍຸກໃດກໍຕາມ.

ການປ່ຽນແປງຄັ້ງນີ້ ບໍລີສັດ ສາຕາຟີນເທັກ ຈຳກັດ (Umoney ) ເຊື່ອວ່າ… ເລື່ອງການເງິນບໍ່ຄວນເປັນເລື່ອງທີ່ຫຍຸ້ງຍາກ ແລະ ໂດດດ່ຽວ. ໃຫ້ Umoney ເປັນເພື່ອນທີ່ທ່ານໄວ້ວາງໃຈໄດ້ທີ່ສຸດ ໃນທຸກເວລາທີ່ທ່ານຕ້ອງການ.

🤝 ມາຮ່ວມເດີນທາງໄປສູ່ໂລກການເງິນທີ່ງ່າຍຂຶ້ນ ແລະ ອົບອຸ່ນກວ່າເກົ່າກັບ Umoney ໂສມໃໝ່ໄດ້ແລ້ວມື້ນີ້!

#Umoney #ເພື່ອນຄູ່ໃຈດ້ານການເງິນ #Yourmoneybuddy #DigitalFinance #UmoneyNewVibe #UmoneyNewLook

Related Articles

Leave a Reply