ລັດຖະບານ ໄດ້​ວາງ​ເປົ້າ​ໝາຍ​ ຈະ​ສູ້​ຊົນ​ເຮັດ​ໃຫ້ GDP ຂະ​ຫຍາຍ​ຕົວ​ສະ​ເລ່ຍ 6% ຂຶ້ນ​ໄປ

ລັດຖະບານ ໄດ້​ວາງ​ເປົ້າ​ໝາຍ​ ຈະ​ສູ້​ຊົນ​ເຮັດ​ໃຫ້ GDP ຂະ​ຫຍາຍ​ຕົວ​ສະ​ເລ່ຍ 6% ຂຶ້ນ​ໄປ

ໃນແຜນພັດທະນານາເສດຖະກິດນ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ X (2026-2030), ລັດຖະບານ ໄດ້​ວາງ​ເປົ້າ​ໝາຍ​ ຈະ​ສູ້​ຊົນ​ເຮັດ​ໃຫ້ GDP ຂະ​ຫຍາຍ​ຕົວ​ສະ​ເລ່ຍ 6% ຂຶ້ນ​ໄປ, ລາຍ​ຮັບ​ສະ​ເລ່ຍ (GDP) ຕໍ່​ຫົວ​ຄົນ 3,104 ໂດ​ລາ​ ແລະ GNI ຕໍ່​ຫົວ​ຄົນ​ໃຫ້​ໄດ້ 2,914 ໂດ​ລາ ໃນ​ປີ 2030.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານ ແຜນພັດທະນານາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ X (2026-2030) ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງ ສະພາແຫ່ງຊາດ ຊຸດທີ X ເມື່ອມໍ່ໆມານີ້ວ່າ: ເພື່ອປະຕິບັດ 7 ທິດທາງລວມ ແລະ ບັນດາຄາດໝາຍຕົ້ນຕໍຂອງແຜນພັດທະນາເສດຖະກິດ 5 ປີ ຄັ້ງທີ X, ລັດຖະ ບານໄດ້ກຳນົດ 6 ເປົ້າໝາຍໃຫຍ່, ບັນດາວຽກຈຸດສຸມ ແລະ ໂຄງການບູລິມະສິດທັງໝົດ 230 ໂຄງການ, ໃນນີ້, ເປົ້າໝາຍທີ 1 ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ດ້ວຍການນຳໃຊ້ທ່າແຮງເພື່ອເຮັດໃຫ້ເສດຖະກິດມີສະຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຢືນຍົງ ມີ 6 ແຜນວຽກຈຸດສຸມ, ປະກອບມີ 74 ໂຄງການບູລິມະສິດຕົ້ນຕໍ, ໃນນີ້, ໂຄງການສືບຕໍ່ 16 ໂຄງການ ແລະ ໂຄງການໃໝ່ 68 ໂຄງການ; ເປົ້າໝາຍທີ 2 ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງຂຶ້ນ ແລະ ນຳໃຊ້ເຕັກໂນໂລຊີໃໝ່ ມີ 4 ແຜນວຽກຈຸດສຸມ ປະກອບມີ 31 ໂຄງການບູລິມະສິດຕົ້ນຕໍ, ໃນນີ້, ໂຄງການສືບຕໍ່ 17 ໂຄງການ ແລະ ໂຄງການໃໝ່ 14 ໂຄງການ; ເປົ້າໝາຍທີ 3 ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຕົວເມືອງ ແລະ ເຂດຊົນນະບົດໄດ້ຮັບການພັດທະນາຢ່າງສົມຄູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ຫຼຸດລົງເທື່ອລະກ້າວ ມີ 6 ແຜນວຽກຈຸດສຸມ ປະກອບມີ 23 ໂຄງການບູລິມະສິດຕົ້ນຕໍ, ໃນນີ້, ໂຄງການສືບຕໍ່ 3 ໂຄງການ ແລະ ໂຄງການໃໝ່ 20 ໂຄງການ; ເປົ້າໝາຍທີ 4 ປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃຫ້ ມີຄວາມຍືນຍົງ ແລະ ສາມາດກຽມພ້ອມຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດຕ່າງໆ ມີ 3 ແຜນວຽກຈຸດສຸມ ປະກອບມີ 13 ໂຄງການບູລິມະສິດຕົ້ນຕໍ, ໃນນີ້, ໂຄງການສືບຕໍ່ 6 ໂຄງການ ແລະ ໂຄງການໃໝ່ 7 ໂຄງການ; ເປົ້າໝາຍທີ 5 ພັດທະນາການເຊື່ອມໂຍງ-ເຊື່ອມຈອດພາກພື້ນ ແລະ ສາກົນຢ່າງກວ້າງຂວາງ ແລະ ມີປະສິດທິຜົນ ມີ 5 ແຜນວຽກຈຸດສຸມ ປະກອບມີ 64 ໂຄງການບູລິມະສິດຕົ້ນຕໍ, ໃນນີ້, ໂຄງການສືບຕໍ່ 14 ໂຄງການ ແລະ ໂຄງການໃໝ່ 50 ໂຄງການ; ເປົ້າໝາຍທີ 6 ພັດທະນາການຄຸ້ມຄອງ-ບໍລິຫານລັດໃຫ້ມີປະສິດທິພາບ, ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ຍຸຕິທຳ ແລະ ສີວິໄລ ມີ ແຜນວຽກຈຸດສຸມ ປະກອບມີ 25 ໂຄງການບູລິມະສິດຕົ້ນຕໍ, ໃນນີ້,ໂຄງການສືບຕໍ່ 5 ໂຄງການ ແລະ ໂຄງການໃໝ່ 20 ໂຄງການ.

ໃນແຜນພັດທະນານາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ X (2026-2030), ລັດຖະບານ ໄດ້​ວາງ​ເປົ້າ​ໝາຍ​ ຈະ​ສູ້​ຊົນ​ເຮັດ​ໃຫ້ GDP ຂະ​ຫຍາຍ​ຕົວ​ສະ​ເລ່ຍ 6% ຂຶ້ນ​ໄປ, ລາຍ​ຮັບ​ສະ​ເລ່ຍ (GDP) ຕໍ່​ຫົວ​ຄົນ 3,104 ໂດ​ລາ​ ແລະ GNI ຕໍ່​ຫົວ​ຄົນ​ໃຫ້​ໄດ້ 2,914 ໂດ​ລາ ໃນ​ປີ 2030.

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານ ແຜນພັດທະນານາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ X (2026-2030) ຕໍ່ກອງປະຊຸມຄັ້ງປະຖົມມະລືກຂອງ ສະພາແຫ່ງຊາດ ຊຸດທີ X ເມື່ອມໍ່ໆມານີ້ວ່າ: ເພື່ອປະຕິບັດ 7 ທິດທາງລວມ ແລະ ບັນດາຄາດໝາຍຕົ້ນຕໍຂອງແຜນພັດທະນາເສດຖະກິດ 5 ປີ ຄັ້ງທີ X, ລັດຖະ ບານໄດ້ກຳນົດ 6 ເປົ້າໝາຍໃຫຍ່, ບັນດາວຽກຈຸດສຸມ ແລະ ໂຄງການບູລິມະສິດທັງໝົດ 230 ໂຄງການ, ໃນນີ້, ເປົ້າໝາຍທີ 1 ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ດ້ວຍການນຳໃຊ້ທ່າແຮງເພື່ອເຮັດໃຫ້ເສດຖະກິດມີສະຖຽນລະພາບ ແລະ ຂະຫຍາຍຕົວຢ່າງຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ຢືນຍົງ ມີ 6 ແຜນວຽກຈຸດສຸມ, ປະກອບມີ 74 ໂຄງການບູລິມະສິດຕົ້ນຕໍ, ໃນນີ້, ໂຄງການສືບຕໍ່ 16 ໂຄງການ ແລະ ໂຄງການໃໝ່ 68 ໂຄງການ; ເປົ້າໝາຍທີ 2 ພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບສູງຂຶ້ນ ແລະ ນຳໃຊ້ເຕັກໂນໂລຊີໄໝ່ ມີ 4 ແຜນວຽກຈຸດສຸມ ປະກອບມີ 31 ໂຄງການບູລິມະສິດຕົ້ນຕໍ, ໃນນີ້, ໂຄງການສືບຕໍ່ 17 ໂຄງການ ແລະ ໂຄງການໃໝ່ 14 ໂຄງການ; ເປົ້າໝາມຍທີ 3 ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຕົວເມືອງ ແລະ ເຂດຊົນນະບົດໄດ້ຮັບການພັດທະນາຢ່າງສົມຄູ່ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນໃຫ້ຫຼຸດລົງເທື່ອລະກ້າວ ມີ 6 ແຜນວຽກຈຸດສຸມ ປະກອບມີ 23 ໂຄງການບູລິມະສິດຕົ້ນຕໍ, ໃນນີ້, ໂຄງການສືບຕໍ່ 3 ໂຄງການ ແລະ ໂຄງການໃໝ່ 20 ໂຄງການ; ເປົ້າໝາຍທີ 4 ປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມໃຫ້ ມີຄວາມຍືນຍົງ ແລະ ສາມາດກຽມພ້ອມຮັບມືກັບການປ່ຽນແປງດິນຟ້າອາກາດ ແລະ ໄພພິບັດຕ່າງໆ ມີ 3 ແຜນວຽກຈຸດສຸມ ປະກອບມີ 13 ໂຄງການບູລິມະສິດຕົ້ນຕໍ, ໃນນີ້, ໂຄງການສືບຕໍ່ 6 ໂຄງການ ແລະ ໂຄງການໃໝ່ 7 ໂຄງການ; ເປົ້າໝາຍທີ 5 ພັດທະນາການເຊື່ອມໂຍງ-ເຊື່ອມຈອດພາກພື້ນ ແລະ ສາກົນຢ່າງກວ້າງຂວາງ ແລະ ມີປະສິດທິຜົນ ມີ 5 ແຜນວຽກຈຸດສຸມ ປະກອບມີ 64 ໂຄງການບູລິມະສິດຕົ້ນຕໍ, ໃນນີ້, ໂຄງການສືບຕໍ່ 14 ໂຄງການ ແລະ ໂຄງການໃໝ່ 50 ໂຄງການ; ເປົ້າໝາຍທີ 6 ພັດທະນາການຄຸ້ມຄອງ-ບໍລິຫານລັດໃຫ້ມີປະສິດທິພາບ, ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ, ເປັນລະບຽບຮຽບຮ້ອຍ, ຍຸຕິທຳ ແລະ ສີວິໄລ ມີ ແຜນວຽກຈຸດສຸມ ປະກອບມີ 25 ໂຄງການບູລິມະສິດຕົ້ນຕໍ, ໃນນີ້,ໂຄງການສືບຕໍ່ 5 ໂຄງການ ແລະ ໂຄງການໃໝ່ 20 ໂຄງການ.

Related Articles

Leave a Reply