Visit BigblueAgency
ເຮືອນ 496 ຫຼັງ ຈາກ 700 ຫຼັງທີ່ສ້າງໃຫ້ຜູ້ປະສົບໄພຈາກສັນເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຈະສໍາເລັດການກໍ່ສ້າງພາຍໃນປີນີ້

ເຮືອນ 496 ຫຼັງ ຈາກ 700 ຫຼັງທີ່ສ້າງໃຫ້ຜູ້ປະສົບໄພຈາກສັນເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຈະສໍາເລັດການກໍ່ສ້າງພາຍໃນປີນີ້

ອໍານວຍການບໍລິສັດວັນແສງ ພັດທະນາຈໍາກັດ ຜູ້ດຽວ ຊຶ່ງເປັນບໍລິສັດທີ່ໄດ້ຮັບສໍາປະທານ ກໍ່ສ້າງເຮືອນຖາວອນ 700 ຫຼັງໃຫ້ຜູ້ປະສົບໄພ ຈາກສັນເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ໃນປີ 2018 ທີ່ຜ່ານມາໂດຍໄດ້ຍົກຍ້າຍມາຢູ່ສະຖານ ທີ່ໃໝ່ ຫຼື ຢູ່ເຂດໂນນສູງນັ້ນໄດ້ຢືນຢັນວ່າເຮືອນ 496 ຫຼັງ ຂອງຈຳນວນທັງໝົດ 700 ຫຼັງທີ່ໄດ້ລົງ ມືກໍ່ສ້າງໄປແລ້ວນັ້ນແມ່ນຈະສໍາເລັດ 100% ໃນປີ 2021 ນີ້ຢ່າງແນ່ນອນ.

ທ່ານນາງວັນແສງ ສີສົງຄາມ ອໍານວຍການ ບໍລິສັດວັນແສງ ພັດທະນາ ກໍ່ສ້າງຈໍາກັດຜູ້ດຽວ ໄດ້ກ່າວຕໍ່ທີມງານວຽງຈັນທາຍໃນມື້ວັນທີ 26 ມັງກອນ 2021 ທີ່ຜ່ານມານີ້ວ່າ: ບໍລິສັດວັນແສງ ກໍ່ສ້າງ ພັດທະນາຈໍາກັດຜູ້ດຽວໄດ້ຮັບຄວາມໄວ້ ວາງໃຈຈາກລັດຖະບານລາວໃນການ ກໍ່ສ້າງເຮືອນ ຖາວອນຈໍານວນ 700 ຫຼັງໃຫ້ຜູ້ປະສົບໄພຈາກ ເຂື່ອນ ເຊປຽນ-ເຊນໍ້ານ້ອຍ ຊຶ່ງມີມູນຄ່າທັງໝົດ 24,5 ລ້ານໂດລາ ໄດ້ເລີ່ມລົງມືກໍ່ສ້າງໃນເດືອນ ກໍລະກົດ ປີ 2020 ໂດຍມີເຮືອນ 440 ຫຼັງທີ່ມີ ການກໍ່ສ້າງກ່ອນບຸນເຂົ້າພັນສາ ແລະ ອີກ 56 ຫຼັງແມ່ນໄດ້ລົງມືກໍ່ສ້າງພາຍຫຼັງບຸນອອກພັນສາ ປີ 2020. ເຮືອນຈໍານວນ 440 ຫຼັງທີ່ສ້າງໃນໄລຍະ ທໍາອິດນັ້ນ ຮອດປັດຈຸບັນແມ່ນໄດ້ສໍາເລັດແລ້ວ ຫຼາຍກວ່າ 70% , ສ່ວນຫຼາຍຍັງເຫຼືອແຕ່ວຽກ ຕົບແຕ່ງ ພາຍນອກ ແລະ ພາຍໃນ ໂດຍຈະສໍາເລັດ 100% ກ່ອນເດືອນພຶດສະພາ ຫຼື ກ່ອນບຸນປີໃໝ່ລາວທີ່ຈະມາເຖິງນີ້ ແລະ ອີກ 56 ຫຼັງຈະສໍາເລັດພາຍໃນປິ 2021 ນີ້.

ທ່ານນາງວັນແສງໄດ້ກ່າວຕື່ມວ່າ: ຈາກຫາງສຽງສັງຄົມທີ່ວ່າໂຄງການກໍ່ສ້າງເຮືອນ 700 ຫຼັງໃຫ້ຜູ້ປະສົບໄພດັ່ງກ່າວນັ້ນ ເປັນຫຍັງ ຄືແລ້ວຊ້າແທ້ນັ້ນ ຂໍຢືນຢັນວ່າແມ່ນບໍ່ໄດ້ຊັກຊ້າ, ເມື່ອຖາມວ່າເຮືອນອີກ 204 ຫຼັງ ຈາກຈໍານວນ 496 ຫຼັງທີ່ໄດ້ລົງມືກໍ່ສ້າງໄປແລ້ວນັ້ນເປັນຫຍັງຈຶ່ງຍັງບໍ່ທັນ ໄດ້ລົງມືກໍ່ສ້າງ ນັ້ນແມ່ນບໍ່ກ່ຽວຫຍັງກັບບໍລິສັດ ແຕ່ກ່ຽວກັບພາກສ່ວນທີ່ກ່ຽວຂ້ອງທີ່ຍັງບໍ່ ສາມາດ ໄກ່ເກ່ຍເລື່ອງຕ່າງໆກັບປະຊາຊົນໄດ້ເທື່ອ ເຊັ່ນ: ໂຄງສ້າງເຮືອນ (ເຮືອນເກົ່າທີ່ຖືກນໍ້າພັດໄປຫຼັງນ້ອຍ ຢາກໄດ້ເຮືອນຫຼັງໃຫຍ່) ແລະ ເລື່ອງການຈັດສັນ ດິນ, ນອກນັ້ນຍັງມີດິນບຸກເບີກບາງສ່ວນທີ່ ຍັງຄາຜົນລະປູກ (ສວນມັນຕົ້ນ) ຕ້ອງໄດ້ເກັບກູ້ເສຍກ່ອນ ແລະ ດິນບາງບ່ອນແມ່ນເປັນໜອງນໍ້າ ຫຼື ຫຼຸບຫຼາຍຈໍາເປັນຕ້ອງໄດ້ເອົາດິນມາຖົມ ຊຶ່ງບັນຫາດັ່ງກ່າວນັ້ນແມ່ນເປັນໜ້າວຽກຂອງພາກລັດ.

ວັດຖຸທີ່ນໍາມາສ້າງເຮືອນດັ່ງກ່າວນີ້ສ່ວນຫຼາຍແມ່ນນໍາມາຈາກຕ່າງປະເທດໂດຍສະເພາະແມ່ນກະເບື້ອງ, ໂຄງເຫຼັກມຸງຫຼັງຄາ ແລະ ອື່ນໆ, ນອກນັ້ນໄດ້ມີວິຊາການຈາກພະແນກໂຍທາທິການ ແລະ ຂົນສົ່ງ ແຂວງອັດຕະປືຈໍານວນ 12 ຄົນໄດ້ລົງມາເຮັດວຽກຢູ່ສະໜາມ ຫຼື ຢູ່ເຂດກໍ່ສ້າງ ໂດຍຮ່ວມມືກັບວິຊາການບໍລິສັດອີກ 8 ຄົນ ເພື່ອຕິດຕາມ ແລະ ກວດສອບຄຸນນະພາບໃນການກໍ່ສ້າງ ດັ່ງນັ້ນຢືນຢັນໄດ້ວ່າເຮືອນທຸກໆຫຼັງແມ່ນມີໂຄງສ້າງທີ່ໄດ້ມາດຕະຖານ. ທ້າຍສຸດນີ້ຢາກຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງລົງມາໄກ່ເກ່ຍບັນຫາຕ່າງໆກັບປະຊາຊົນໃຫ້ສໍາເລັດໂດຍໄວເພື່ອວ່າຈະໄດ້ເລີ່ມລົງມືກໍ່ສ້າງເຮືອນອີກ 204 ຫຼັງ.

ຂ່າວ: ວຽງຈັນທາຍ

ພາບ: ສົມພາວັນ

Related Articles

Leave a Reply