ເພື່ອເປັນການກະກຽມການເປີດສົກຮຽນໃໝ່, ກະຊວງສຶກສາ ແລະ ກິລາ (ສສກ) ໄດ້ຈັດສົ່ງປຶ້ມແບບຮຽນສະບັບປັບປຸງໃໝ່ສຳລັບນັກຮຽນຊັ້ນປະຖົມປີທີ 2 ຈຳນວນ 756,000 ຫົວ, ອຸປະກອນສື່ການຮຽນ-ການສອນຂອງຄູ ຈຳນວນ 9,365 ແກັດ ແລະ ປ້າຍໂຄສະນາການປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ຫ້ອງການສຶກສາ ແລະ ກິລາ ໃນ 148 ເມືອງທົ່ວປະເທດ.
ອົງການປົກຄອງຂອງແຕ່ລະເມືອງກຳລັງປະສານງານເຖິງໂຮງຮຽນປະຖົມເພື່ອສົ່ງມອບປຶ້ມແບບຮຽນ ແລະ ອຸປະກອນສຳລັບຄູ ຊັ້ນປີທີ 2 ສະບັບປັບປຸງໃໝ່ດັ່ງກ່າວ ໃຫ້ແກ່ໂຮງຮຽນກ່ອນການເປີດສົກຮຽນໃໝ່.
ອີງຕາມຂໍ້ມູນຈາກໂຄງການແຜນງານປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສຳລັບ ການສຶກສາຂັ້ນພື້ນຖານຢູ່ ສປປ ລາວ (BEQUAL) ເວົ້າວ່າ ການຂົນສົ່ງອຸປະກອນດັ່ງກ່າວໄປ 148 ເມືອງສຳເລັດອາທິດແລ້ວນີ້ ໃຊ້ເວລາພຽງ 12 ວັນ.
ປຶ້ມແບບຮຽນສະບັບປັບປຸງໃໝ່ມີວິຊາພາສາລາວ, ວິຊາຄຸນສົມບັດ, ວິຊາວິທະຍາສາດ ແລະ ວິຊາສິ່ງແວດລ້ອມ, ອຸປະກອນສື່ສານການຮຽນການສອນສຳລັບຄູມີປຶ້ມບົດເລື່ອງ, ປຶ້ມອ່ານເສີມ ແລະ ຮູບພາບປະກອບການສອນຕ່າງໆ.
ປ້າຍໂຄສະນາການປ້ອງກັນການຕິດເຊື້ອພະຍາດໂຄວິດລວມມີ “ການປ້ອງກັນໂຕເອງຈາກພະຍາດໂຄວິດ-19”, “ການປ້ອງກັນຄອບຄົວຈາກພະຍາດໂຄວິດ19”, ແລະ “ການລ້າງມື 7 ຂັ້ນຕອນ”, ເຊິ່ງໄດ້ຮັບການສະ ໜັບສະໜູນໂດຍອົງການ UNICEF.
ລັດຖະບານອົດສະຕຣາລີ ແລະ ສະຫະພາບເອີລົບ ໄດ້ສະໜັບສະໜູນກະຊວງສຶກສາ ແລະ ກິລາ ໃນ ທຸກຂັ້ນຕອນຂອງການປັບປຸງຫຼັກສູດຊັ້ນປະຖົມຄືນໃໝ່ ລວມທັງການຂົນສົ່ງຄັ້ງນີ້ນຳ.
ຫຼັກສູດສະບັບປັບປຸງໃໝ່ຈະຊ່ວຍສົ່ງເສີມວິທີການສອນແບບໃໝ່ ໂດຍສຸມໃສ່ການຮຽນທີ່ເນັ້ນ ການປະຕິບັດຕົວຈິງ. ນັກຮຽນຈະໄດ້ຮຽນໂດຍຜ່ານການສຳຜັດຕົວຈິງກັບສື່ຕ່າງໆ ແລະ ນຳຄວາມຮູ້ໃໝ່ມານຳໃຊ້.
ສິ່ງນີ້ເປັນການປ່ຽນແປງໃຫຍ່ໃນວິທີການຮຽນການສອນ, ແລະ ຄູຊັ້ນປີທີ 2 ທົ່ວປະເທດຈະໄດ້ຮັບການຝຶກອົບຮົມວິທີການສອນແບບໃໝ່.
ເຖິງວ່າຈະເປັນສິ່ງທ້າທາຍໃຫ້ແກ່ຊັ້ນປະຖົມສຶກສາ, ແຕ່ກໍຈະຊ່ວຍເດັກຊັ້ນປີທີ 2 ໄດ້ນຳສື່ການຮຽນ ການສອນສະບັບປັບປຸງໃໝ່ ໃນສົກຮຽນໜ້າ, ແລະ ຄູກໍຈະໄດ້ຮັບການຝຶກອົບຮົມເພື່ອຍົກລະດັບວິທີການສອນແບບໃໝ່ໃຫ້ໄດ້ຄຸນນະພາບ.
ຂ່າວ: ແກ້ວວຽງຄອນ ບຸນວິເສດ
ພາບ: BEQUAL