Vientiane Times Lao
ກຳແພງຍັກບູຮານ ແມ່ນໜຶ່ງແຫຼ່ງທ່ອງທ່ຽວທີ່ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວ

ກຳແພງຍັກບູຮານ ແມ່ນໜຶ່ງແຫຼ່ງທ່ອງທ່ຽວທີ່ໄດ້ຮັບຄວາມສົນໃຈຈາກນັກທ່ອງທ່ຽວ

ກຳແພງຍັກບູຮານ ຫຼື ກຳແພງຫີນບູຮານ ຕັ້ງຢູ່ບ້ານກົກໄຮ ເມືອງທ່າແຂກ ແຂວງຄຳມ່ວນ ເປັນກຳແພງຫີນສູງໃຫຍ່ ແລະ ຕັ້ງຍາວໄປຕາມແລວທາງ 13 ໃຕ້ ເຊິ່ງສັນນິຖານວ່າສ້າງຂຶ້ນໃນສັດຕະວັດທີ 9 ໃນສະໄໝອານາຈັກສີໂຄດຕະບອງ ເຖິງແມ່ນວ່າມາຮອດປັດຈຸບັນຈະເກົ່າແກ່ ແລະ ມີຄວາມເສຍຫາຍໄປຕາມການເວລາ ແຕ່ກໍຍັງປາກົດໃຫ້ເຫັນຮ່ອງຮອຍອັນເປັນມົນຂັງ ແລະ ສະແດງໃຫ້ເຫັນເຖິງຄວາມຮຸ່ງເຮືອງໃນສະໄຫມນັ້ນ.
ກໍາແພງຍັກບູຮານດັ່ງກ່າວຖືວ່າເປັນແຫຼ່ງທ່ອງທ່ຽວທາງດ້ານວັດທະນະທໍາ ຍັງບໍ່ມີນັກລົງທຶນໄປພັດທະນາ, ມີຄວາມຍາວປະມານ 15 ກິໂລແມັດ ແລະ ລວງສູງສະເລ່ຍແລ້ວປະມານ 10-16 ແມັດ ໂດຍຕັ້ງຢູ່ເປັນຈຸດບໍ່ຕິດກັນ. ສະເພາະເຂົ້າທ່ຽວຊົມນັ້ນແມ່ນບໍ່ໄດ້ເສຍຄ່າ ຊຶ່ງມີເສັ້ນທາງເຂົ້າໄປ ຫ່າງຈາກເສັ້ນທາງ 13 ໃຕ້ປະມານ 1 ກິໂລແມັດ ຢູ່ບໍລິເວນກໍາແພງອາກາດດີ ເຕັມໄປດ້ວຍຕົ້ນໄມ້ປົກຫູ້ມທີ່ຍັງຄົງຄວາມອຸດົມສົມບູນ ໂດຍມີນັກທ່ອງທ່ຽວເຂົ້າຊົມໃນແຕ່ລະວັນ.

ພາບ: PAIWA

Related Articles

Leave a Reply