Vientiane Times Lao
 ຂ່າວດີ! ຈະຜ່າຕັດສົບແຫວ່ງ-ເພດານໂຫວ່ ຟຣີ ທີ່ໂຮງໝໍແຂວງຫົວພັນ

 ຂ່າວດີ! ຈະຜ່າຕັດສົບແຫວ່ງ-ເພດານໂຫວ່ ຟຣີ ທີ່ໂຮງໝໍແຂວງຫົວພັນ

ບັນດາທ່ານພໍ່ແມ່ພີ່ນ້ອງ ຊາວແຂວງຫົວພັນ ໃຜມີລູກຫຼານທີ່ມີບັນຫາອະໄວຍະວະຜິດຮູບ ເປັນຕົ້ນ ສົບແຫວ່ງ ແລະ​ ເພດານໂຫວ່, ຮອຍແປ້ວຈາກໄຟໄໝ້ ແລະ ຄວາມຜິດປົກກະຕິເທິງໃບໜ້າ ໃຫ້ມາບໍລິການກວດ ແລະ ການຜ່າຕັດປີ່ນປົວ ຟຣີ ໃນລະຫວ່າງວັນທີ 7-14 ມີນາ​ 2026 ນີ້​ ທີ່ໂຮງໝໍແຂວງຫົວພັນ, ໂດຍການຮ່ວມມືກັນລະຫວ່າງ ອົງການ​ Operation International ກັບທີມງານແພດໂຮງໝໍແຂວງຫົວພັນ.

ສະນັ້ນ ຈື່ງຂໍເຊີນຊວນພໍ່ແມ່ພີ່ນ້ອງ ລູກຫຼານ ທີ່ມີບັນຫາຜິດປົກກະຕີທາງຮ່າງກາຍ ດັ່ງກ່າວ ມາຮັບການປີ່ນປົວ ທີ່ພະແນກຜ່າຕັດປົວແປງ-ຕົບແຕ່ງ ໂຮງໝໍແຂວງຫົວພັນ, ທ່ານສາມາດໂທລະສັບສອບຖາມໄດ້ ທີ່ເບີ 02052569758 ເພື່ອລົງທະບຽນໄດ້ຕັ້ງແຕ່ມື້ນີ້ເປັນຕົ້ນໄປ ເພື່ອໃຫ້ໝໍໄດ້ກວດເພື່ອຂື້ນແຜນຜ່າຕັດ.

Related Articles

Leave a Reply