ງານມະຫະກຳຮູບເງົາຍີ່ປຸ່ນຄັ້ງທີ 9 ຈະຈັດຂຶ້ນຕັ້ງແຕ່ວັນທີ 28 ກຸມພາ ຫາ ວັນທີ 8 ມີນາ 2026 ທີ່ຈະມາເຖິງນີ້ ເພື່ອສະເຫຼີມສະຫຼອງຮູບເງົາຍີ່ປຸ່ນທີ່ເປັນທີ່ນິຍົມຂອງຜູ້ຊົມໃນລາວ ໂດຍຈະມີຮູບເງົາຍີ່ປຸ່ນ 8 ເລື່ອງ.
ງານດັ່ງກ່າວຈັດໂດຍມູນນິທິຍີ່ປຸ່ນ (JF), ຫ້ອງການປະສານງານວຽງຈັນ.
ພິທີເປີດງານຈະຈັດຂຶ້ນໃນວັນທີ 27 ກຸມພາ 2026, ໂດຍຕ້ອນຮັບແຂກຜູ້ມີກຽດຈາກລັດຖະບານລາວ, ສະຖານທູດຍີ່ປຸ່ນ ແລະ ສະຖານທູດອື່ນໆ, ອົງການຈັດຕັ້ງຕ່າງໆ, ແລະ ບຸກຄົນທີ່ມີຊື່ສຽງເພື່ອສະເຫຼີມສະຫຼອງການເປີດງານຢ່າງເປັນທາງການ. ພິທີດັ່ງກ່າວຈະມີການສາຍຮູບເງົາ ເລື່ອງ “A Samurai in Time.”
ການສາຍຮູບເງົາຈະຈັດຂຶ້ນເປັນສອງຮອບຄື:ຮອບທຳອິດ: ວັນທີ 28 ກຸມພາ (ວັນເສົາ) ແລະ ວັນທີ 1 ມີນາ (ວັນອາທິດ), 2026; ຮອບທີສອງ: ວັນທີ 6 ມີນາ (ວັນສຸກ), ວັນທີ 7 ມີນາ (ວັນເສົາ), ແລະ ວັນທີ 8 ມີນາ (ວັນອາທິດ), 2026.
ສະຖານທີ່ສາຍທັງໝົດຈະຢູ່ທີ່ໂຮງຮູບເງົາ Major Platinum Cineplex, ຊັ້ນ 4, ສູນການຄ້າວຽງຈັນເຊັນເຕີ.
ໃນປີນີ້, JF ມີຄວາມຍິນດີທີ່ຈະນຳສະເໜີຮູບເງົາຍີ່ປຸ່ນທີ່ໄດ້ຮັບຄວາມນິຍົມຈຳນວນແປດເລື່ອງ. ຮູບເງົາທຸກເລື່ອງຈະຖືກສາຍເປັນພາສາຍີ່ປຸ່ນພ້ອມຄຳບັນຍາຍພາສາລາວ ແລະ ພາສາອັງກິດ. ລາຄາປີ້ເຂົ້າຊົມແມ່ນ 30,000 ກີບຕໍ່ເລື່ອງ, ເຊິ່ງເປັນລາຄາຫຼຸດພິເສດສະເພາະສຳລັບງານບຸນເທົ່ານັ້ນ.
ຂ່າວ: ຕູ່

