ການແຫ່ຫວໍ່ ໃນມື້ສັງຂານເນົາ ໃນໂອກາດບຸນປີໃໝ່ລາວ ພສ 2569 ຄສ 2026 ຢູ່ນະຄອນ ຫຼວງພະບາງ

ການແຫ່ຫວໍ່ ໃນມື້ສັງຂານເນົາ ໃນໂອກາດບຸນປີໃໝ່ລາວ ພສ 2569 ຄສ 2026 ຢູ່ນະຄອນ ຫຼວງພະບາງ

ພິທີແຫ່ຫວໍ່ໃນມື້ສັງຂານເນົາ ຫຼື ແຫ່ຫວໍ່ຂຶ້ນ ໃນໂອກາດບຸນປີໃໝ່ລາວ ພສ 2569 ຄສ 2026 ຢູ່ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ເມືອງມໍລະດົກໂລກ ໄດ້ຈັດຂຶ້ນຢ່າງຄືກຄື້ນມ່ວນຊື່ນ ໃນຕອນບ່າຍຂອງວານນີ້ ຢູ່ຖະໜົນສີສະຫວ່າງວົງ ຊຶ່ງເລີ່ມແຕ່ວັດມະຫາທາດ ຫຼື ວັດທາດນ້ອຍ ໄປຫາວັດຊຽງທອງ ໂດຍມີເກືອບ 40 ຂະບວນ ທີ່ມາຈາກພະແນກການ, ເມືອງ ແລະ ບ້ານຈຳນວນໜຶ່ງ ພາຍໃນແຂວງຫຼວງພະບາງ, ລວມມີມວນຊົນເຂົ້າຮ່ວມແຫ່ເກືອບ 3,000 ຄົນ. ໂດຍມີທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ພ້ອມດ້ວຍ ອະດິດການນຳຂັ້ນສູງ, ການນຳຂັ້ນແຂວງ, ເມືອງ-ນະຄອນ ຫຼວງພະບາງ, ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຕະຫຼອດຮອດ ມວນຊົນເປັນຈຳນວນຫຼວງຫຼາຍເຂົ້າຮ່ວມຊົມ.

ທ່ານ ສະເຫວີຍ ສີລາວັນ ປະທານຄະນະກຳມະການປົກຄອງ ນະຄອນ ຫຼວງພະບາງ ຮອງປະທານຈັດງານບຸນ ໄດ້ກ່າວເປີດພິທີວ່າ: ພິທີແຫ່ຫວໍ່ ແມ່ນພິທີກຳທາງສາສະໜາ ຂອງຊາວຫຼວງພະບາງ ທີ່ໄດ້ສືບທອດກັນມາແຕ່ດົນນານ ໂດຍໄດ້ນິມົນພະສົງ ຂຶ້ນນັ່ງຫວໍ່ ເພື່ອໃຫ້ປະຊາຊົນບັນດາເຜົ່າ ໄດ້ນໍາເອົານໍ້າໃສ່ໂອ່ງປະສົມນໍ້າຫອມ ຫົດສົງລ້າງສ່ວຍ ແລ້ວເຮັດພິທີສົມມາຄາລະວະ ເພື່ອໃຫ້ເກີດຄວາມເປັນສິລິມຸງຄຸນ, ມີຄວາມຢູ່ດີກິນດີ, ຢູ່ເຢັນ-ເປັນສຸກ ນໍາໂຊກລາບ ມາສູ່ຕົນເອງ ແລະ ຄອບຄົວ. ຊຶ່ງປີນີ້, ມີຂະບວນທີ່ປະກອບເຂົ້າໃນພິທີແຫ່ຫວໍ່ 37 ຂະບວນ, ມີຈຳນວນພົນເຂົ້າຮ່ວມ 3,000 ກວ່າຄົນ. ໃນນັ້ນ, ມີຂະບວນຫວໍ່ພະສົງ 6 ຫວໍ່, ສາມະເນນ 300 ອົງ, ຂະບວນນາງສັງຂານ, ຂະບວນຂອງ ບັນດາພະແນກການ, ຂະບວນຈາກບັນດາບ້ານພາຍໃນນະຄອນ ຫຼວງພະບາງ, ຂະບວນແຫ່ຈາກ ເມືອງຊຽງເງິນ, ຈອມເພັດ, ປາກອູ ເຂົ້າຮ່ວມ.

ພິທີ ເລີ່ມຕົ້ນດ້ວຍ ຂະບວນຂອງນາງສາວຖືປ້າຍຄໍາຂວັນ, ຕໍ່ດ້ວຍຂະບວນທຸງຊາດ-ທຸງທິວ ແລະ ທຸງຊາດຂອງ 10 ປະເທດສະມາຊິກອາຊຽນ, ຂະບວນປູ່ເຍີ-ຍ່າເຍີ-ສິງແກ້ວ-ສິງຄຳ, ຂະບວນເຖົ້າແກ່ຍິງ-ຊາຍຖືຂັນດອກໄມ້, ຂະບວນຫວໍ່ພະສົງ, ຂະບວນປ້າຍລາງວັນ ແລະ ນາມມະຍົດທີ່ຫຼວງພະບາງ ໄດ້ຮັບໃນໄລຍະຜ່ານມາ, ຂະບວນຈາກບັນດາພະແນກການ-ເມືອງ, ຂະບວນນາງຫວໍ່-ນາງສັງຂານ, ຂະບວນຊົນເຜົ່າ ແລະ ອື່ນໆ. ຊຶ່ງແຕ່ລະຂະບວນລ້ວນແລ້ວແຕ່ສ່ອງແສງ ໃຫ້ເຫັນເຖິງຂະນົບທຳນຽມ, ຮີດຄອງປະເພນີ ທີ່ເປັນເອກະລັກສະເພາະຂອງຊາວຫຼວງພະບາງ ທີ່ໄດ້ຮັບການສືບທອດຕໍ່ໍ່ກັນມາ ໃນທຸກປີ.

ແຫຼ່ງຂ່າວ: ແຂວງຫຼວງພະບາງ

Related Articles

Leave a Reply