ຕອນເຊົ້າຂອງມື້ນີ້, ປະຊາຊົນລາວບັນດາເຜົ່າ ໂດຍສະເພາະຜູ້ທີ່ຖືສາດສະໜາພຸດ ຫຼື ຄົນຕ່າງປະເທດທີ່ເຫຼື້ອມໃສສັດທາໃນວັດທະນະທໍາ ແລະ ຮິດຄອງປະເພນີອັນດີງາມຂອງລາວ ຕ່າງກໍ່ພາກັນໄປໃສ່ບາດຖວາຍສັງຄະທານແດ່ພະສົງ ຢູ່ຕາມວັດຕ່າງໆໃນຂອບເຂດທົ່ວປະເທດເນື່ອງໃນໂອກາດມື້ບຸນອອກພັນສາປະວໍລະນາ 2020 ຊຶ່ງປີນີ້ກົງກັບວັນສຸກວັນທີ 2 ຕຸລາ 2020, ກົງກັບມື້ເພັງ 15 ຄໍ່າ ເດືອນ11 ພສ 2563, ເປັນບຸນໃຫຍ່ອີກປາງໜຶ່ງຂອງຊາວລາວ ຕາມຮີດ12.
ໂດຍອີງຕາມປະເພນີຂອງບຸນອອກພັນສາປະວໍລະນາ ຫຼັງຈາກໃສ່ບາດໃນຕອນເຊົ້າ, ໃນຕອນຄ່ຳຢູ່ຕາມວັດຕ່າງໆຈະມີພິທີວຽນທຽນ ຫຼື ບາງທ້ອງຖິ່ນກໍ່ຈະມີພິທີໄຫຼເຮືອໄຟ ( ນະຄອນຫຼວງພະບາງ, ນະຄອນຫຼວງວຽງຈັນ) ຕາມແມ່ນໍ້າ-ໜອງບຶງ ຫລື ເຮັດເຮືອໄຟໂຄກ ປະດັບຕົບແຕ່ງສວຍງາມ ແລະ ແຕ່ລະເຮືອນຈະມີການໄຕ້ທຽນຢູ່ໜ້າເຮືອນຂອງຕົນ (ໄຕ້ແສງປະທີບ ຫລື ແສງທຽນ) ເປັນເວລາ 3 ມື້ຕິດຕໍ່ກັນ ເພື່ອສະແດງເຖິງຄວາມເຫຼື້ອມໃສ ແລະ ສັດທາ ຮີດຄອງປະເພນີອັນດີງາມ ທີ່ສືບທອດກັນມາແຕ່ບູຮານນະການ.
ສະເພາະຢູ່ນະຄອນຫຼວງວຽງຈັນ, ໃນຕອນແລງຂອງມື້ນີ້ຈະມີພິທີໄຫຼເຮືອໄຟ ຢູ່ທີ່ທ່າວັດຈັນ ແລະ ມື້ອື່ນ ຊຶ່ງເປັນມື້ວັນເສົາວັນທີ 11 ຕຸລາ ກໍ່ຈະມີການແຂ່ງຂັນຊ່ວງເຮືອພາຍ ຊຶ່ງຖືວ່າເປັນກິດຈະກໍາມື້ສຸດທ້າຍຂອງບຸນອອກພັນສາ ປະວໍລະນາ ຢູ່ນະຄອນຫຼວງວຽງຈັນ.
ບຸນອອກພັນສາປະວໍລະນາ ປີ 2020 ນີ້ ແມ່ນຕ່າງຈາກທຸກໆປີ ເພາະເປັນຊ່ວງໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19, ຫຼາຍແຂວງ ລວມທັງນະຄອນຫຼວງວຽງຈັນ ໄດ້ຈັດພິທີສະເຫຼີມສະຫຼອງແບບກະທັດຮັດ ຫຼື ບໍ່ໃຫ່ຍຄືທຸກໆປີທີ່ຜ່ານມາ ຫຼື ຈັດເປັນປະເພນີເທົ່ານັ້ນເພື່ອປ້ອງກັນພະຍາດດັ່ງກ່າວ ແລະ ບາງແຂວງ ຫຼື ບາງເມືອງກໍ່ບໍ່ໄດ້ຈັດພິທີຫຍັງເລີຍ.
ຂ່າວ: ວຽງຈັນທາຍ