ພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ກໍານົດ 10 ຈຸດກວດກາ ເນັ້ນໃສ່ປະຕິບັດລະບຽບການສັນຈອນຕາມເສັ້ນທາງຢ່າງເຂັ້ນງວດ ເພື່ອຊ່ວຍຫຼຸດຜ່ອນບັນຫາອຸບັດເຫດຕາມທ້ອງຖະໜົນ ລວມທັງຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ຄວາມສະຫງົບປອດໄພ ໃນໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວ ພສ 2564 ຫຼື ຄສ 2021.
ທ່ານ ພັທ ທອງສະຫວັນ ນາມວົງ ຮອງຫົວໜ້າພະແນກຕໍາຫຼວດຈະລາຈອນ ນະຄອນຫຼວງວຽງຈັນ ໄດ້ກ່າວໃນກອງປະຊຸມຜ່ານແຜນເຄື່ອນໄຫວລົງກວດກາບັງຄັບໃຊ້ກົດໝາຍ ແລະ ລະບຽບການກ່ຽວກັບການຈະລາຈອນທາງບົກໃນຊ່ວງບຸນປີໃໝ່ລາວ ເມື່ອບໍ່ດົນມານີ້ ວ່າ: ພະແນກຕໍາຫຼວດຈະລາຈອນ ໄດ້ແຕ່ງຕັ້ງພະນັກງານ-ນັກຮົບ ລົງຕັ້ງຈຸດກວດກາຕະຫຼອດ 24 ຊົ່ວໂມງ ພາຍໃນນະຄອນຫຼວງວຽງຈັນ ທັງໝົດ 10ຈຸດ ເພື່ອຊ່ວຍຫຼຸດຜ່ອນບັນຫາອຸບັດເຫດ ຕາມທ້ອງຖະໜົນ ໄລຍະສະເຫຼີມສະຫຼອງບຸນປີໃໝ່ລາວ ຄື:
ຈຸດກວດກາເສັ້ນທາງເລກທີ11 ເຂດບ້ານອ່າງໃຫຍ່, ຈຸດກວດກາເສັ້ນທາງເລກທີ10 ເຂດບ້ານນໍ້າກ້ຽງ, ຈຸດກວດກາໜ້າຫໍວັດທະນະທໍາເມືອງຫາດຊາຍຟອງ, ຈຸດກວດກາຢູ່ບ້ານປາກຕອນ ເມືອງສັງທອງ, ຈຸດກວດກາຢູ່ບ້ານໜອງສາ ເມືອງນາຊາຍທອງ, ຈຸດກວດກາຢູ່ບ້ານສົມສະຫວາດ ເມືອງປາກງື່ມ, ຈຸດກວດກາຈະລາຈອນເມືອງຈັນທະບູລີ, ຈຸດກວດກາຈະລາຈອນເມືອງໄຊເສດຖາ, ຈຸດກວດກາຈະລາຈອນເມືອງສີໂຄດຕະບອງ ແລະ ຈຸດກວດກາຈະລາຈອນເມືອງສີສັດຕະນາກ.
ຂໍ້ມູນ: ສີລິພອນ