ການແຂ່ງຂັນບານເຕະຍິງ-ຊາຍ ທົ່ວປະເທດ ລາຍການ ໂຄປາ ໂຄຄາ-ໂຄລາ ປະຈໍາປີ 2021 ຫຼື COPA Coca-Cola 2021 ຈະເລີ່ມຂຶ້ນໃນທ້າຍເດືອນນີ້ ຊຶ່ງການແຂ່ງຂັນຮອບຄັດເລືອກຈັດຢູ່ 3 ພາກ ຄື: ພາກເໜືອ, ພາກກາງ ແລະ ພາກໃຕ້ ແລະ ຮອບສຸດທ້າຍຈະຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ.
ສໍາລັບການແຂ່ງຂັນຮອບຄັດເລືອກແມ່ນຈະເລີ່ມດໍາເນີນການແຂ່ງຂັນຢູ່ພາກເໜືອກ່ອນ ລະຫວ່າງວັນທີ 22 ມີນາ 2021 ນີ້ ທີ່ຫຼວງພະບາງ ແລະ ແຂວງ ອຸດົມໄຊ ຊື່ງມີ 14 ທິມ (ຍິງ7ທິມ) ແຂ່ງຂັນໃນຮອບຄັດເລືອກ ເພື່ອຄັດເອົາ 4 ທິມ (ຍິງ2ທິມ). ສ່ວນພາກກາງ ມີທັງໝົດ 134 ທິມ ແລະ ຈະຄັດເລືອກເອົາພຽງ 8 ທິມ (ຍິງ4ທິມ) ແລະ ພາກໃຕ້ມີທັງໝົດ 14 ທິມ ແລະ ຈະຄັດເລືອກເອົາພຽງ 4 ທິມ (ຍິງ2ທິມ) ເພື່ອເຂົ້າຮ່ວມແຂ່ງຂັນຮອບສຸດທ້າຍທີ່ ຈະຈັດຂຶ້ນໃນເດືອນພຶດສະພາ 2021 ທີ່ນະຄອນຫຼວງວຽງຈັນ, ຊີງລາງວັນລວມ 260 ລ້ານກີບ.
ພິທີຖະແຫຼງຂ່າວການແຂ່ງຂັນບານເຕະລາຍການດັ່ງກ່າວ ໄດ້ຈັດຂຶ້ນເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ວິລະວັນ ບູນສຸກໄທ, ຫົວໜ້າກົມກິລາມວນຊົນ, ພະລະ ແລະ ສິລະປະສຶກສາ ກະຊວງ ສຶກສາທິການ ແລະ ກິລາ, ທ່ານ ພະສິນ ປັນດີ ຫົວໜ້າຝ່າຍຂາຍທົ່ວປະເທດ ບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອດຕລິງ ຈໍາກັດ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ຂ່າວ: ວຽງຈັນທາຍ
ຮູບ: ສຕລ


