ປກສ ເມືອງສັງທອງໃຫ້ຮູ້ວ່າ: ໄດ້ຈູດທໍາລາຍສິນຄ້າປະເພດຫອຍແຄງ ຈຳນວນ 5 ເປົາ, ໃບຂີ້ຫູດ 15 ເປົາ, ແກ່ນໝາກງາດຳ 6 ເປົາ ເມື່ອວັນທີ 12 ເມສາ 2021 ທີ່ຜ່ານມາ ຊຶ່ງສິນຄ້າດັ່ງກ່າວເປັນສິນຄ້າທີ່ລັກລອບນໍາເຂົ້າຈາກປະເທດໄທເມື່ອວັນທີ 11 ເມສາ 2021.
ປກສ ເມືອງສັງທອງໃຫ້ຮູ້ຕື່ມວ່າ: ກ່ອນໜ້າທີ່ຈະສາມາດກວດຢຶດໄດ້ສິນຄ້າດັ່ງກ່າວໄດ້ຮັບແຈ້ງຈາກພົນລະເມືອງດີ ວ່າຈະມີການລັກລອບເອົາສິນຄ້າຂ້າມມາແຕ່ປະເທດໄທເຂດບໍລິເວນບ້ານສຳພັນນາຈຶ່ງໄດ້ແຕ່ງຕັ້ງໜ່ວຍງານສະເພາະກິດ ລົງຕິດຕາມກວດກາ, ຮອດເວລາ 21 ໂມງ 30 ນາທີ ໄດ້ເຫັນເຮືອແກ່ເຄື່ອງເຂົ້າມາຝັ່ງຈໍານວນ 5 ລໍາ ແລະ ພົບເຫັນປະຊາຊົນຈໍານວນໜຶ່ງທີ່ລໍຖ້າຂົນເຄື່ອງຢູ່ແຄມຝັ່ງ, ເຈົ້າໜ້າທີ່ຈຶ່ງໄດ້ເຂົ້າກວດກາ ແລະ ພົບເຫັນຫອຍແຄງ ຈຳນວນ 5 ເປົາ, ໃບຂີ້ຫູດ 15 ເປົາ, ແກ່ນໝາກງາດຳ 6 ເປົາ ແລະ ກັກຕົວທ້າວ ຕີ ອາຍຸ 44 ປີ ປະຊາຊົນ ບ້ານສຳພັນນາ ຜູ້ທີ່ລັກລອບຂົນສິນຄ້າດັ່ງກ່າວມາສືບສວນ-ສອບສວນ.
ການລັກລອບນໍາເຂົ້າ, ສົ່ງອອກຫຼື ນໍາພືດ, ຜະລິດຕະພັນພືດ ຫຼື ວັດຖຸ ຕ້ອງຄວບຄຸມຜ່ານ ສ ປປ ລາວ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ລະເມີດຕໍ່ແຈ້ງການຂອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ວ່າດ້ວຍການຫ້າມນໍາເຂົ້າອາຫານທະເລຊົ່ວຄາວ ລົງວັນທີ 23 ທັນວາ 2020, ຕໍ່ກັບບັນຫາດັ່ງກ່າວ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ, ບໍລິສັດ, ຫ້າງຮ້ານທຸລະກິດ, ພໍ່ຄ້າຊາວຂາຍຕ່າງໆ ໃຫ້ຢຸດຕິການລັກລອບນໍາເອົາສິນຄ້າທີ່ທາງການຫ້າມນໍາເຂົ້າມາ ເພາະວ່າອາດຈະນຳເອົາເຊື້ອພະຍາດ ໂດຍສະເພາະແມ່ນພະຍາດລະບາດໂຄວິດ-19 ທີ່ກໍາລັງລະບາດຢູ່ ເຂົ້າມາແຜ່ລະບາດຢູ່ ສປປ ລາວ ກໍ່ຄືຢູ່ນະຄອນຫຼວງວຽງຈັນ, ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນທີ່ອາໄສຢູ່ເຂດຊາຍແດນຕາມລຳແມ່ນ້ຳຂອງ ຈົ່ງຊ່ວຍກັນເປັນຫູເປັນຕາຊ່ວຍເຈົ້າໜ້າທີ່ ຖ້າພົບເຫັນບຸກຄົນ, ກຸ່ມຄົນທີ່ເຄື່ອນໄຫວທີ່ຜິດຕໍ່ກົດໝາຍບ້ານເມືອງ ແຈ້ງຂໍ້ມູນມາໃຫ້ເຈົ້າໜ້າທີ່ບ່ອນທີ່ໃກ້ທີ່ສຸດ ຫຼື ແຈ້ງທາງເບີວອດແອັບ 02028899774 ແລະ ແຈ້ງຜ່ານທາງຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.
ຂໍ້ມູນ: ປ້ອງກັນຄວາມສະຫງົບນະຄອນຫຼວງ