ທ່ານ ໄຊສົມພອນ ພົມວິຫານ ປະທານສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ເດີນທາງລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫຼວງພະບາງ ເມື່ອບໍ່ດົນມານີ້, ເນື່ອງໃນໂອກາດດັ່ງກ່າວ ທ່ານ ໄຊສົມພອນ ພ້ອມດ້ວຍຄະນະ ແລະ ການນຳແຂວງຫຼວງພະບາງ ໄດ້ໄປຢ້ຽມຢາມສະຖານທີ່ຈະກໍ່ສ້າງ ເຂື່ອນໄຟ ຟ້ານ້ຳຂອງແຂວງຫຼວງພະບາງ ຊຶ່ງຕັ້ງຢູ່ລະຫວ່າງເມືອງຈອມເພັດ ແລະ ເມືອງປາກອູ.
ປະຈຸບັນນີ້ທາງໂຄງການກໍາລັງເລັ່ງກໍ່ສ້າງສິ່ງອໍານວຍຄວາມສະດວກຕ່າງໆໄວ້ລ່ວງໜ້າ ກ່ອນທີ່ຈະມີການລົງມືສ້າງເຂື່ອນ ເປັນຕົ້ນແມ່ນການກໍ່ສ້າງເສັ້ນທາງປູຢາງຈາກ ບ້ານຫາດຍາ ເມືອງປາກອູ ໄປຫາເຂດພັດທະນາໂຄງການການກໍ່ສ້າງເຂື່ອນໄຟຟ້າ ດັ່ງກ່າວຊຶ່ງຈະສຳເລັດໃນທ້າຍເດືອນມີນາ 2021ນີ້, ສ່ວນການກໍ່ສ້າງຂົວຂ້າມນ້ຳຂອງ ກວ້າງ 9.00 ແມັດ, ຍາວ 500 ແມັດ ຈະໃຫ້ສໍາເລັດໃນຕົ້ນປີ 2022, ສຳເລັດການກໍ່ສ້າງທ່າເຮືອຊົໍ່ວຄາວ ຢູ່ບ້ານຄົກແສງສຸລິຍາ ເມືອງປາກອູ, ລວມທັງບ້ານມ່ວງແກ້ວ ແລະ ບ້ານຖີ່ນໂຮງ ເມືອງຈອມເພັດ ແລະ ກໍ່ສ້າງຕາຂ່າຍໄຟຟ້າລະບົບສາຍສົໍ່ງ 115 KV ແລະ 22 KV ລວມທັງສະຖານີຍ່ອຍ, ສ່ວນການກໍ່ສ້າງ ທີ່ພັກຊົ່ວຄາວ, ຫ້ອງການ ແລະ ສິ່ງອຳນວຍຄວາມສະດວກໃຫ້ກັບວຽກກໍ່ສ້າງ ແມ່ນສຳເລັດແລ້ວເປັນສ່ວນໃຫຍ່. ສ່ວນການກໍ່ສ້າງເຂື່ອນແມ່ນຍັງລໍຖ້າການອະນຸຍາດຈາກລັດຖະບານ ຊຶ່ງຫາກມີການອະນຸຍາດຈະໃຊ້ເວລາ 7 ປີ ໃນການກໍ່ສ້າງ.
ຂ່າວ-ພາບ: ອາພຸດເດດ ບຸບຜາ