Vientiane Times Lao
ຜູ້ເຂົ້າກວດຫາເຊື້ອພະຍາດໂຄວິດ-19 ຖ້າມີເຈດຕະນາປິດບັງຂໍ້ມູນສ່ວນຕົວຈະຖືກປະຕິບັດວິໄນຕາມກົດໝາຍ

ຜູ້ເຂົ້າກວດຫາເຊື້ອພະຍາດໂຄວິດ-19 ຖ້າມີເຈດຕະນາປິດບັງຂໍ້ມູນສ່ວນຕົວຈະຖືກປະຕິບັດວິໄນຕາມກົດໝາຍ

ທ່ານ​ນາງ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຕາງໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃຫ້ຮູ້ວ່າ:ຈາກກໍລະນີທີ່ມີຜູ້ເຂົ້າຮັບການກວດຫາເຊື້ອພະຍາດໂຄວິດ-19 ຫຼາຍທ່ານໄດ້ມີເຈດຕະນາບິດເບືອນຂໍ້ມູນສ່ວນຕົວເຊັ່ນວ່າ: ຊື່ ແລະ ນາມສະກຸນ ປອມ, ທີ່ຢູ່ປອມ ແລະ ເບີໂທລະສັບຕິດຕໍ່ປອມນັ້ນ ພາຍຫຼັງທີ່ກວດພົບເຊື້ອດັ່ງກ່າວແຕ່ບໍ່ສາມາດຕິດຕໍ່ພວກກ່ຽວໄດ້ນັ້ນ ໂດຍທີ່ທາງຄະນະສະເພາະກິດໄດ້ປະກາດຕາມຫາເປັນຈໍານວນຫຼາຍໂດຍສະເພາະຢູ່ໃນນະຄອນຫຼວງວຽງຈັນ ນອກຈາກພວກກ່ຽວຈະສ່ຽງເຖິງຊີວິດແລ້ວອາດ ຈະເປັນຜູ້ນຳເຊື້ອໄປແຜ່ໃສ່ຊຸມຊົນ ແລະ ສະມາຊິກຄອບຄົວ ນອກນັ້ນພວກກ່ຽວຍັງຈະຖືກປະຕິບັດລະບຽບວິໄນຕາມກົດໝາຍບ້ານເມືອງ.

ສະເພາະການຕິດຕາມຂໍ້ມູນຂ່າວ-ສານກ່ຽວກັບພະຍາດໂຄວິດ-19 ນັ້ນ, ທ່ານ​ນາງ ພອນປະເສີດ ຮຽກຮ້ອງໃຫ້ສັງຄົມຮັບ ຂໍ້ມູນຂ່າວ-ສານທີ່ຖືກຕ້ອງຈາກສື່ທາງການ ເຊັ່ນ: ວິທະຍຸກະຈາຍສຽງ, ໂທລະພາບ, ໜັງສືພິມ ແລະ ສື່ຕ່າງໆຂອງລັດຖະບານ. ນອກຈາກນີ້ຍັງມີເວັບໄຊຂອງຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ກໍຄື covid19.gov.la ແລະ ເວັບໄຊຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ cdc.gov.la. ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະ ຊວງສາທາລະນະສຸກ ແລະ ສາມາດໂທສອບຖາມສາຍດ່ວນ 165 ຫຼື 166 ສຳລັບສູນກາງ ແລະ ສາຍ ດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 165 ຫຼື 166).

Related Articles

Leave a Reply