Vientiane Times Lao
ລັດຖະມົນຕີກະຊວງ ຖວທ ຜູ້ໃໝ່ເລີ່ມປະຕິບັດໜ້າທີ່ແລ້ວ

ລັດຖະມົນຕີກະຊວງ ຖວທ ຜູ້ໃໝ່ເລີ່ມປະຕິບັດໜ້າທີ່ແລ້ວ

ທ່ານ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ຜູ້ໃໝ່ (ຖວທ) ເລີ່ມປະຕິບັດໜ້າທີ່ຢູ່ ກະຊວງ ຖວທ ແລ້ວ ພາຍຫຼັງທີ່ມີພິທີມອບ-ຮັບ ໜ້າທີ່ດັ່ງກ່າວເມື່ອວັນທີ 7 ເມສາ 2021 ນີ້ຢູ່ຫໍວັດທະນະທໍາ ແຫ່ງຊາດ ລະຫວ່າງ ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ຖວທ (ຜູ້ເກົ່າ) ແລະ ທ່ານ ນາງ ສວນສະຫວັນ ວິຍະເກດ ກຳມະການສູນກາງພັກ ລັດຖະມົນຕີກະຊວງ ຖວທ (ຜູ້ໃໝ່) ໂດຍເຂົ້າຮ່ວມຂອງທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ.

ໃນພິທີ, ທ່ານ ພັນຄຳ ວິພາວັນ ໄດ້ໂອ້ລົມໂດຍເນັ້ນໃຫ້ຄະນະພັກ ຄະນະນຳ ກະຊວງ ຖວທ ສືບຕໍ່ສຸມໃສ່ ພັດທະນາວຽກງານຖະແຫຼງຂ່າວ-ສື່ມວນຊົນ ໃຫ້ກ້າວສູ່ຄຸນນະພາບໃໝ່, ທັນສະໄໝ, ວ່ອງໄວ ເປັນກະບອກສຽງອັນແຫຼມຄົມ ຂອງພັກ ແລະ ລັດຖະບານ ທີ່ເຂັ້ມແຂງຂຶ້ນກວ່າເກົ່າໃນການໂຄສະນາແນວທາງຂອງພັກ-ລັດ ແລະ ເປັນກຳລັງແຮງໂຄສະນາຕອບຕ້ານ ອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ດີ ທີ່ເຄື່ອນໄຫວໂຄສະນາໃສ່ຮ້າຍປ້າຍສີ ຕໍ່ລັດຖະບານ.

ຄຽງຄູ່ກັນນັ້ນ, ທ່ານ ພັນຄຳ ຍັງໄດ້ເນັ້ນໃຫ້ກະຊວງ ຖວທ ສຸມໃສ່ປົກປັກຮັກສາ ແລະ ພັດທະນາວັດທະນະທໍາ ອະນຸລັກ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອວັດທະນະທຳອັນດີງາມຂອງຊາດ ແລະ ພູມປັນຍາ ເພື່ອສົ່ງເສີມການຜະລິດ ແລະ ການບໍລິການໃຫ້ຫຼາກຫຼາຍ, ເອົາໃຈໃສ່ຄຸ້ມຄອງ ແລະ ສົ່ງເສີມພັດທະນາການທ່ອງທ່ຽວທຳມະຊາດ, ປະຫວັດສາດ, ວັດທະນະທຳ ແລະ ທ່ອງທ່ຽວກະສິກຳ ໃຫ້ມີຄຸນນະພາບ ຕາມທິດສີຂຽວ ແລະ ຍືນຍົງ, ເຊື່ອມໂຍງເຂົ້າກັບພາກພື້ນ ແລະ ສາກົນ ແລະ ອື່ນໆ.

Related Articles

Leave a Reply