Vientiane Times Lao
ລັດເຫັນດີເປີດການທ່ອງທ່ຽວເປັນກຸ່ມ ເປີດຖ້ຽວບິນເໝົາລໍາ ພ້ອມທັງ ສືບຕໍ່ປະຕິບັດບັນດາມາດຕະການຕ້ານພະຍາດ ໂຄວິດ-19  ອອກໄປອີກ 1 ເດືອນ

ລັດເຫັນດີເປີດການທ່ອງທ່ຽວເປັນກຸ່ມ ເປີດຖ້ຽວບິນເໝົາລໍາ ພ້ອມທັງ ສືບຕໍ່ປະຕິບັດບັນດາມາດຕະການຕ້ານພະຍາດ ໂຄວິດ-19 ອອກໄປອີກ 1 ເດືອນ

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການວັນທີ 30 ກັນຍາ ຜ່ານມານີ້ ວ່າ: ອະນຸຍາດໃຫ້ເປີດການທ່ອງທ່ຽວເປັນກຸ່ມ, ເປີດຖ້ຽວບິນເໝົາລໍາ, ຈັດງານບຸນອອກພັນສາ ປະວໍລະນາ ປະຈໍາປີ 2020 ພ້ອມທັງ ສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ມາດຕະການໃນການປ້ອງກັນ,ຄວບຄຸມ, ສະກັດກັ້ນ ແລະ  ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ໄປອີກ 1 ເດືອນ ນັບແຕ່ ວັນທີ 01- 31 ຕຸລາ 2020 ເພື່ອປ້ອງກັນພະຍາດໂຄວິດ-19 ບໍ່ໃຫ້ກັບມາໃນ ສປປ ລາວ ອີກ, ໂດຍມີເນື້ອໃນບາງຕອນທີ່ສໍາຄັນວ່າ:

ເຫັນດີອະນຸມັດໃຫ້ເປີດການທ່ອງທ່ຽວເປັນກຸ່ມ ສໍາລັບນັກທ່ອງທ່ຽວທີ່ມາຈາກຕ່າງປະເທດທີ່ບໍ່ມີການລະບາດຂອງພະຍາດ ໂຄວິດ-19 ໃນຊຸມຊົນ ເພື່ອຊ່ວຍເຫຼືອແກ້ໄຂຜົນກະທົບທາງດ້ານເສດຖະກິດ ແລະ  ໃຫ້ເປີດຖ້ຽວບິນເໝົາລໍາ ສໍາລັບປະເທດທີ່ບໍ່ມີການລະບາດຂອງພະຍາດ ໂຄວິດ-19 ຢູ່ພາຍໃນ ເພື່ອໃຫ້ມີການເຄື່ອນໄຫວທາງດ້ານທຸລະກິດ, ລວມທັງການກະກຽມໃຫ້ແກ່ການຈັດຕັ້ງປະຕິບັດ ນະໂຍບາຍຜ່ອນຜັນກັບປະເທດຍີ່ປຸ່ນ, ຊຶ່ງໃຫ້ຄະນະສະເພາະກິດ ກໍານົດມາດຕະການປ້ອງກັນ ແລະ ຈັດຕັ້ງປະຕິບັດໃຫ້ຮັດກຸມ, ເດັດຂາດ ບໍ່ໃຫ້ມີຄວາມສ່ຽງໃນການນໍາເອົາເຊື້ອພະຍາດດັ່ງກ່າວ ເຂົ້າມາແຜ່ລະບາດຢູ່ໃນປະເທດ.

ໃນນັ້ນ ຍັງເຫັນດີ ປະຕິບັດບັນດາມາດຕະການຜ່ອນຜັນຈໍາກັດບໍລິເວນ ສໍາລັບຜູ້ທີ່ເດີນທາງມາຈາກປະເທດ ທີ່ບໍ່ມີການລະບາດຂອງພະຍາດ ໂຄວິດ-19 ໃນຊຸມຊົນ, ໂດຍເວລາເຂົ້າມາໃຫ້ກວດຫາເຊື້ອ, ລໍຖ້າຜົນກວດ 48 ຊົ່ວໂມງ ຖ້າບໍ່ພົບເຊື້ອ ສາມາດໄປຈໍາກັດບໍລິເວນຕໍ່ຢູ່ໃນທີ່ພັກຂອງສະຖານທີ່ເຮັດວຽກຂອງເຂົາເຈົ້າ ຫຼື ຈໍາກັດບໍລິເວນຢູ່ເຮືອນຂອງຕົນສໍາລັບພົນລະເມືອງລາວຕາມການສະເໜີຂອງຄະນະສະເພາະກິດ ແລະ ເຫັນດີໃຫ້ເກັບຄ່າໃຊ້ຈ່າຍພື້ນຖານທີ່ຈໍາເປັນ ໃນການກວດຫາເຊື້ອພະຍາດໂຄວິດ-19.

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຍັງໄດ້ແຈ້ງໃຫ້ຮູ້ອີກວ່າ: ໃຫ້ສືບຕໍ່ປິດດ່ານປະເພນີ ແລະ ດ່ານທ້ອງຖິ່ນ ສໍາລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ ແລະ ການຂົນສົ່ງສິນຄ້າ ຍົກເວັ້ນບາງດ່ານປະເພນີ ຫຼື ດ່ານທ້ອງຖິ່ນ ທີ່ໄດ້ຮັບອະນຸຍາດຈາກລັດຖະບານ ໃຫ້ລົດຂົນສົ່ງສິນຄ້າ ເຂົ້າ-ອອກ ໄດ້,

ສ່ວນດ່ານສາກົນ ສືບຕໍ່ປິດສຳລັບການເຂົ້າ-ອອກ ຂອງບຸກຄົນທົ່ວໄປ, ຍົກເວັ້ນ ພົນລະເມືອງລາວ ແລະ ຊາວຕ່າງປະເທດ ທີ່ມີຄວາມຈຳເປັນຮີບດ່ວນ ໃນການເດີນທາງເຂົ້າ-ອອກ ສປປ ລາວ ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ. ສຳລັບການຂົນສົ່ງສິນຄ້າ ຜ່ານດ່ານສາກົນ ແມ່ນສາມາດເຂົ້າ-ອອກໄດ້ຕາມປົກກະຕິ.

ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ຢ້ຽມຢາມ ສໍາລັບ ບຸກຄົນ ທີ່ເດີນທາງມາຈາກ ຫຼື ຜ່ານປະເທດ ທີ່ຍັງມີການລະບາດ ຂອງພະຍາດ COVID-19, ສຳລັບນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ນັກ​ລົງທຶນ, ນັກທຸລະກິດ, ວິຊາການ ແລະ ແຮງງານຕ່າງປະເທດ ທີ່ມີຄວາມຈໍາເປັນ ແລະ ຮີບດ່ວນ ສາມາດເຂົ້າມາປະຕິບັດວຽກງານ ຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆ ໄດ້, ແຕ່ຕ້ອງຜ່ານການພິຈາລະນາເຫັນດີ ຈາກຄະນະສະເພາະກິດ, ສ່ວນບັັນດາຮ້ານບັນເທິງ ແລະ ຮ້ານຄາຣາໂອເກະ ໃຫ້ສືບຕໍ່ປິດ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply