Vientiane Times Lao
ລາວຈະໄດ້ໃຊ້ຢາວັກຊິນປ້ອງກັນ ແລະ ຕ້ານພະຍາດໂຄວິດ-19 ໃນປີ 2021

ລາວຈະໄດ້ໃຊ້ຢາວັກຊິນປ້ອງກັນ ແລະ ຕ້ານພະຍາດໂຄວິດ-19 ໃນປີ 2021

ກົມຄວບຄຸມພະຍາດຕິດຕໍ່ ແຈ້ງໃຫ້ຮູ້ວ່າ: ລາວຈະໄດ້ໃຊ້ຢາວັກຊິນປ້ອງກັນ ແລະ ຕ້ານພະຍາດໂຄວິດ-19 ພາຍໃນໃນປີ 2021 ນີ້, ສ່ວນວ່າການແຜ່ລະບາດຂອງພະຍາດໂຄວິດ-19 ຈະຢຸດຈຶ້ງ, ຫຼຸດລົງ ຫຼື ເພີ່ມຂຶ້ນ ນັ້ນຍັງບໍ່ຮູ້ ຍ້ອນວ່າປັດຈຸບັນນີ້ຫຼາຍປະເທດໄດ້ເຂົ້າສູ່ລະດູໜາວຊຶ່ງເປັນລະດູທີ່ເອື້ອອໍານວຍໃຫ້ແກ່ການຊຶມເຊື້ອ ຫຼື ການແຜ່ລະບາດຂອງພະຍາດນີ້ ບວກກັບຫຼາຍປະເທດຍັງມີມາດຕະການປ້ອງກັນພະຍາດນີ້ຍັງບໍ່ທັນເຂັ້ມແຂງ ແລະ ຮັດກຸມ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວກ່ຽວກັບສະພາບການແຜ່ລະບາດ ແລະ ຢາວັກຊິນປ້ອງກັນພະຍາດໂຄວິດ-19 ເມື່ອວັນທີ 16 ທັນວາ 2020 ວ່າ: ພາຍໃນປີ 2021 ນີ້ລາວຈະໄດ້ຊົມໃຊ້ຢາວັກຊິນປ້ອງກັນພະຍາດໂຄວິດ-19 ຢ່າງແນ່ນອນ ແລະ ຖືວ່າເປັນຂ່າວດີ, ຢາວັກຊິນກ່ຽວກັບການປ້ອງກັນພະຍາດນີ້ມີການຄິດຄົ້ນຢູ່ທົ່ວໂລກປະມານ 209 ຊະນິດ ແຕ່ໄດ້ຖືກຮັບຮອງເອົາພຽງ 10 ຊະນິດ, ສະເພາະຢາວັກຊິນທີ່ຈະມາໃຊ້ຢູ່ລາວນີ້ ແມ່ນຢາວັກຊິນທີ່ຜະລິດຢູ່ປະເທດອັງກິດ ຊຶ່ງມີຄຸນນະພາບໃນການປ້ອງກັນ ແລະ ຕ້ານພະຍາດນີ້ສູງ ເຖິງ 95%.

ທ່ານ ດຣ. ຣັດຕະນະໄຊ ໄດ້ກ່າວຕື່ມວ່າ: ສະເພາະຜູ້ທີ່ຕິດເຊື້ອໂຄວິດ-19 ທີ່ນອນປິ່ນປົວຢູ່ໂຮງໝໍມິດຕະພາບແມ່ນຍັງເຫຼືອພຽງແຕ່ 5 ຄົນ ພາຍຫຼັງທີ່ຜູ້ຕິດເຊື້ອກໍລະນີທີ 34 ແລະ 38 ໄດ້ອອກຈາກໂຮງໝໍໃນວັນທີ 16 ທັນວາ 2020 , ນັບແຕ່ມີການແຜ່ເຊື້ອຂອງພະຍາດນີ້ ສປປ ລາວພົບຜູ້ຕິດເຊື້ອສະສົມຈາກພະຍາດນີ້ 41 ກໍລະນີ ແຕ່ ບໍ່ມີຜູ້ເສຍຊີວິດ. ສະພາບການແຜ່ລະບາດຂອງພະະຍາດໂຄວິດ-19 ຮອດ 5 ໂມງແລງ ຂອງວັນທີ 15 ທັນວາ 2020, ໄດ້ຮັບລາຍງານວ່າທົ່ວໂລກຍັງມີການແຜ່ລະບາດຂອງພະຍາດນີ້ຢູ່ 210 ປະເທດ, ມີຜູ້ຕິດເຊື້ອຫຼາຍກວ່າ 73 ລ້ານຄົນ, ເສຍຊີວິດແລ້ວຫຼາຍກວ່າ 1,6 ລ້ານຄົນ, ປະເທດສະຫະລັດອາເມລິກາ ມີຜູ້ຕິດເຊື້ອຫຼາຍກວ່າປະເທດອື່ນມີຈໍານວນຜູ້ຕິດເຊື້ອຫຼາຍກວ່າ 17 ລ້ານກວ່າຄົນ, ຮອງລົງມາ ແມ່ນປະເທດອິນເດຍມີຜູ້ຕິດເຊື້ອສະສົມຈໍານວນ 9 ລ້ານກວ່າຄົນ.

ຂ່າວ: ວຽງຈັນທາຍ

Related Articles

Leave a Reply