ປ່ອຍສັດປ່າທີ່ຫວງຫ້າມຄືນສູ່ທຳມະຊາດ

ປ່ອຍສັດປ່າທີ່ຫວງຫ້າມຄືນສູ່ທຳມະຊາດ

ອໍານາດການປົກຄອງເມືອງນອງ ແຂວງສະຫວັນນະເຂດໄດ້ປ່ອຍໂຕຫຼິ່ນຈຳນວນ 3 ໂຕ ນໍ້າໜັກຫຼາຍກວ່າ 6 ກິໂລ ເມື່ອມໍ່ໆມານີ້ ຄືນສູ່ທຳມະຊາດ.

ໂຕຫຼີ່ນເປັນສັດປ່າຫວງຫ້າມ ແລະ ໄກ້ຈະສູນພັນ, ຫຼິ່ນຈຳນວນດັ່ງກ່າວນີ້ໄດ້ມາຈາກພົນລະເມືອງດີໄດ້ຊື້ເອົານໍາປະຊາຊົນທີ່ໄດ້ຈາກ ການໄປຊອກຢູ່ຫາກິນຕາມທໍາມະຊາດ.

ທ່ານ ບົວລົມ ອິນທີທະວົງ ປະທານຄະນະກຳມະການ ປົກຄອງເມືອງນອງໄດ້ຮຽກຮ້ອງ ມາຍັງພໍ່ແມ່ປະຊາຊົນ ແລະ  ອຳນາດ ການປົກຄອງທຸກພາກສ່ວນໃຫ້ເປັນເຈົ້າໃນການ ຄຸ້ມຄອງສັດນ້ຳ-ສັດປ່າທີ່ໃກ້ຈະສູນພັນ, ໃຫ້ທຸກພາກສ່ວນໃນສັງຄົມ ຫັນມາເອົາໃຈໃສ່ປົກປັກຮັກ ສາຊີວະນາໆພັນທີ່ກຳລັງຖືກ ທຳລາຍໂດຍການຄຸ້ມຄອງສັດ ນ້ຳ ແລະ ສັດປ່າ ບໍ່ພຽງແຕ່ເປັນ ໜ້າທີ່ຂອງເຈົ້າໜ້າທີ່ເທົ່ານັ້ນ, ແຕ່ຕ້ອງອາໃສຄວາມຮ່ວມ ມືຈາກປະຊາຊົນທຸກຄົນຄື: ຢຸດ ຕິການລ່າເນື້ອ ແລະ ການຄ້າ ຂາຍສັດປ່າທີ່ຜິດກົດໝາຍ, ປ່ຽນຄ່ານິຍົມໃນການບໍລິໂພກ, ຮັກສາຖິ່ນທີ່ຢູ່ອາໄສຂອງສັດ ແລະມີສ່ວນຮ່ວມໃນການເປັນຫູເປັນຕາຊ່ວຍກັນ.

ທີ່ມາ: ສະຫວັນພັດທະນາ

Related Articles

Leave a Reply